ການສົນທະນາດ້ານການປ້ອງກັນຄວາມສະຫງົບ ຫວຽດນາມ - ອິນເດຍ ຄັ້ງທີ 2

07:54 | 15/09/2022

ໂດຍແມ່ນສອງປະເທດແຄມທະເລ, ອິນເດຍ ແລະ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງຢູ່ເຂດທະເລລວມ.

ການເປີດສາຍກໍາປັ່ນທະເລເພື່ອເຊື່ອມຕໍ່ພາກກາງ ຫວຽດນາມ ແລະ ອິນເດຍ ການເປີດສາຍກໍາປັ່ນທະເລເພື່ອເຊື່ອມຕໍ່ພາກກາງ ຫວຽດນາມ ແລະ ອິນເດຍ
ວິສາຫະກິດ ຫວຽດນາມ - ອິນເດຍ ພົບປະ ແລະ ຊອກຫາກາລະໂອກາດດຳເນີນທຸລະກິດ ວິສາຫະກິດ ຫວຽດນາມ - ອິນເດຍ ພົບປະ ແລະ ຊອກຫາກາລະໂອກາດດຳເນີນທຸລະກິດ
ການສົນທະນາດ້ານການປ້ອງກັນຄວາມສະຫງົບ ລະຫວ່າງ ຫວຽດນາມ ແລະ ອິນເດຍ ຄັ້ງທີ ສອງ
ການສົນທະນາດ້ານການປ້ອງກັນຄວາມສະຫງົບ ລະຫວ່າງ ຫວຽດນາມ ແລະ ອິນເດຍ ຄັ້ງທີ ສອງ

ການສົນທະນາດ້ານການປ້ອງກັນຄວາມສະຫງົບ ລະຫວ່າງ ຫວຽດນາມ ແລະ ອິນເດຍ ຄັ້ງທີ ສອງ, ຂັ້ນຮອງທີ່ປຶກສາດ້ານຄວາມສະຫງົບແຫ່ງຊາດຈັດຂຶ້ນຢູ່ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ, ວັນທີ 13 ກັນຍາ, ພາຍໃຕ້ການເປັນປະທານຂອງທ່ານ Vikram Misri, ຮອງທີ່ປຶກສາຄວາມສະຫງົບແຫ່ງຊາດ ອິນເດຍ ແລະ ພົນໂທ ເລືອງຕາມກວນ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ.

ທີ່ກອງປະຊຸມ, ການນຳສອງຝ່າຍຖືວ່າ: ໂດຍແມ່ນສອງປະເທດແຄມທະເລ, ອິນເດຍ ແລະ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງຢູ່ເຂດທະເລລວມ. ທີ່ກອງປະຊຸມ, ຫວຽດນາມ ແລະ ອິນເດຍ ກໍ່ແບ່ງປັນບັນດາມາດຕະການຕ້ານໂຈນສະຫຼັດ ແລະ ການຫາປາຜິດກົດໝາຍ. ສອງຝ່າຍກໍ່ເຫັນດີເປັນເອກະພາບພ້ອມກັນແລກປ່ຽນທັດສະນະທີ່ກ່ຽວຂ້ອງເຖິງເສດຖະກິດທະເລ, ພັດທະນາມະຫາສະໝຸດແບບຍືນຍົງ ແລະ ເຊື່ອມຕໍ່ການເດີນທະເລ.

ຝ່າຍ ອິນເດຍ ກໍ່ປາດຖະໜາຢາກໜູນຊ່ວຍ ຫວຽດນາມ ໃນບັນດາໂຄງການບຳລຸງສ້າງ, ເຊິ່ງລວມມີ: ການບຳລຸງສ້າງພະນັກງານກະຊວງຕຳຫຼວດເຂົ້າຮ່ວມບັນດາຄະນະປະຕິບັດງານຮັກສາສັນຕິພາບ ຂອງ ສປຊ; ພ້ອມທັງສະເໜີແບ່ງປັນຄວາມຮູ້ວິຊາສະເພາະໃນຂົງເຂດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.