ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ

15:15 | 11/10/2022

ຍ​ສ​ໝ - ເມື່ອ​ລະ​ດູ​ໄບ​ໄມ້ຫຼົ່ນ​ວຽນ​ມາ, ຖ້າ​ແວ່​ຢາມ​ນາ​ຮາງ ແຂວງ​ຕວຽນ​ກວາງ ແຂກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກ​ຕົກ​ສະ​ເຫງີ້ຕໍ່​ທິດ​ທັດ​ທຳ​ມະ​ຊາດ​ຂອງ​ນາ​ຂັ້ນ​ໄດ​ຢູ່​ຕາ​ແສງ ຮົ່ງ​ທ໊າຍ ທີ່​ເຕັ້ມ​ໄປ​ດ້ວຍສີ​ສັນ​ທ່າມກາງທ້ອງ​ຟ້າ.

ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
ທ່ຽວ​ໃນ​ທ້າຍ​ລະດູ​ຮ້ອນ​ຢູ່​ບັນດາ​ຈຸດໝາຍ​ປາຍທາງ​ຢູ່​ແຂວງ ດົ່ງ​ນາຍ ທ່ຽວ​ໃນ​ທ້າຍ​ລະດູ​ຮ້ອນ​ຢູ່​ບັນດາ​ຈຸດໝາຍ​ປາຍທາງ​ຢູ່​ແຂວງ ດົ່ງ​ນາຍ

ເມື່ອ​ເດີນ​ທາງ​ອອກ​ຈາກ​ຄວາມ​ຄຶກຄື້ນ​ຂອງ​ເຂດ​ຕົວ​ເມືອງ, ຕາ​ແສງ​ຮົ່ງ​ທ໊າຍ (ເມືອງ​ນາ​ຮາງ, ແຂວງ​ຕຽນ​ກວາງ) ໄດ້ນຳມາເຊິ່ງ​ຄວາມ​ງາມ​ທີ່​ແຕກ​ຕ່າງ​.

ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ພາບ: ຮ່​ວາງ​ຮຶງ

ຕ​າ​ແສງ​ຮົ່ງ​ທ໊າຍ ​ແມ່ນ​ສະ​ຖານ​ທີ່​ດຳ​ລົງ​ຊີ​ວິດ​ຂອງ 15 ຊົນ​ເຜົ່າ​ທີ່​ແຕກ​ຕ່າງ​ກັນ, ສ່ວນຫຼາຍ​ແມ່ນ ໄຕ່, ຢ້າວ, ມົ້ງ, ກີງ… ​ດັ່ງ​ນັ້ນ​ມັນໄດ້​ເຕົ້າ​ໂຮມ​ຈຸດ​ວັດ​ທະ​ນະ​ທຳ​ທີ່ເປັນເອກະລັກສະເພາະ ແລະ ອຸ​ດົມ​ສົມ​ບູນ.

ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ພາບ: ຮ່​ວາງ​ຮຶງ

ໂດຍນອນ​ຢູ່​ຄວາມ​ສູງ​ກ່​ວາ 1000 ແມັດ, ຕ​າ​ແສງຮົ່ງ​ທ້າຍ​ ໂດຍ​ທຳ​ມະ​ຊາດ​ດົນ​ບັນ​ດານ​ຄວາມ​ງາມ​ແບບ​ຮົກ​ເຮື້ອໃຫ້ ແຕ່​ເຕັມ​ໄປ​ດ້ວຍພະ​ລັງ​ທີ່​ດຶງ​ດູ​ໃຈ. ຮົ່ງ​ທ໊າຍໄດ້​ນຳ​ມາ​ເຊິ່ງ​ຄວາມ​ຮູ້​ສຶກ​ທີ່​ສະ​ເພາະ​ພ້ອມ​ກັບ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງທີ່​ຈັບ​ອົກ​ຈັບ​ໃຈ ແລະ ຍາກ​ທີ່​ຈະ​ຫຼົງ​ລືມ​ໄດ້​ໃຫ້​ແກ່​ແຂກ​ທ່ອ​ງ​ທ່ຽວທີ່ມາແຫ່ງນີ້.

ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ພາບ: ຮ່​ວາງ​ຮຶງ

ລະ​ດູເຂົ້າ​ສຸກ​ເຫຼືອງ​ຢູ່​ຮົ່ງ​ທ້າຍ ​ຈະ​ຊ້າ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ບ່ອນ​ອື່ນ. ມາ​ຍັງ​ຮົ່ງ​ທ້າຍ​ໃນ​ວັນ​ໜຶ່ງ​ຂອງ​ເດືອນ​ຕຸ​ລາ, ນອກ​ຈາກ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ, ພູ​ຜາ​ປ່າ​ໄມ້, ແມ່​ນ້ຳ​ລຳ​ເຊແລ້ວ ແຂກ​ທ່ອງ​ທ່ຽວ​ຍັງ​ສາ​ມາດ​ຮັບ​ຊົມ​ນາ​ຂັ້ນ​ໄດ​ທີ່​ມີ​ສີ​ເຫຼືອງ​ອາ​ລ່າມ ແລະ ກ້​ວາງ​ໃຫຍ່​ໄພ​ສານ.

ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ພາບ: ຮ່​ວາງ​ຮຶງ
ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ພາບ: ຮ່​ວາງ​ຮຶງ

ໂດຍ​ເປັນ​ຄົນ​ຈັດ Tour ທ່ອງ​ທ່ຽວ​ຢູ່​ນາ​ຮາງ ແລະ ເລິມ​ບິ່ງ, ຕວຽນ​ກວາ​ງ, ອ້າຍື​ຮ່​ວາງ​ຮຶງື​ຮູ້​ສຶກ​ໄດ້ເຖິງ​ຄວາມ​ຈັບ​ອົກ​ຈັບ​ໃຈ​ຍາມ​ລະ​ດູ​ເຂົ້າ​ສຸກ​ເຫຼືອງ​ຢູ່​ນາ​ຮາງ ທີ່​ມາ​ຈາ​ລວດ​ລາຍ​ຂອງ​ຕົ້ນ​ເຂົ້າ. ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຢ້າວ​ຕຽນ​ເກັບ​ກ່ຽວ​​ເຂົ້າລ້ວນແຕ່ເຮັດ​ດ້ວຍ​ມືທັງໝົດ. ພາຍ​ຫຼັງ​ເກັບ​ກ່ຽວແລ້ວ ກໍເອົາຕົ້ນເຂົ້າຕາກ​ແດດ​ຢູ່​ທົ່ງ​ນາ ໃນ​ໄລ​ຍະ​ເວ​ລາ ແຕ່ 2 - 3 ວັນ​ໃຫ້​ແຫ້ງ, ສ້າງ​ເປັນ​ສີ​ສັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ພິ​ເສດ​ແມ່ນມູມ​ກ້ອງ​ທີ່​ໄດ້​ຖ່າຍ​ຈາກ​ບ່ອນ​ສູງ ​ສະ​ແດງ​ໃຫ້​ເຫັນ​ພາບ​​ທີ່​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຂອງ​ລະ​ດູ​ນີ້.

ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ພາບ: ຮ່​ວາງ​ຮຶງ
ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ພາບ: ຮ່​ວາງ​ຮຶງ
ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ

ແຂກ​ທ່ອງ​ທ່ຽວ​ແຕ່​ລະ​ຄົນ​ເມື່ອ​ມາ​ຮົ່ງ​ທ້າຍ ​ລ້ວນ​ແຕ່​ມີ​ຄວາມ​ຮູ້​ສຶກທີ່​ແຕກ​ຕ່າງ​ກັນ. ອ້າຍ ​ຮ່​ວາງ​ຮຶງ ແນະນຳ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ວ່າ ໄລ​ຍະ​ເວ​ທີ່​ດີທີ່​ສຸດ​ເພື່ອ​ມາ​ຢາມ​ແຫ່ງ​ນີ້​ແມ່ນ ເດືອນ​ມີ​ນາ ຍາມ​ລະ​ດູ​ດອກແພ​ຮ໌ ຂາວ​ບານ​ສະ​ພັ່ງ​ປົກ​ຄຸມ​ເຂດ​ໂນນ​ພູ, ເດືອນ​ມິ​ຖຸ​ນາ ​ຍາມ​ລະ​ດູ​ຝົນ​ຕົກ​ກໍ່​ແມ່ນ​ລະ​ດູ​ນ້ຳ​ໄຫຼ​ເຂົ້າ​ນາ ແລະ ເດືອນ​ຕຸ​ລາ​ ແມ່ນ​ຍາມ​ລະ​ດູ​ເຂົ້າ​ສຸກ​ເຫຼືອງ​ອາ​ລ່າມ​ໃນ​ທົ່ງ​ນາ​ຂັ້ນ​ໄດ.

ມາ​ຮົ່ງ​ທ້າຍ, ຊົມ “ລວດ​ລາຍ​ຂອງ​ຕົ້ນເຂົ້າ” ທີ່​ມີ​ຄວາມ​ງາມ​ດຶງ​ດູດ​ໃຈ
ພາບ: ຮ່​ວາງ​ຮຶງ

ເດືອນ​ຕຸ​ລາ​ນີ້, ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ຂຶ້ນ​ແຜນ​ການ​ໄປ​ຢາມ​ຮົ່ງ​ທ້າຍ​ ເພື່ອ​ຢ້ຽມ​ຊົມ​ລະ​ດູ​ເຂົ້າ​ສຸກ​ເຫຼືອງ​, ລົງ​ພຶ​ດ​ຕິ​ກຳ​ຕົວ​ຈິງ​ການ​ລ່າ​ເມກ ແລະ ສູດ​ອາ​ກາດ​ປອດ​ໂປ່ງ ກີ່ນ​ຫອມ​ຂອງ​ເຂົ້າ​ສຸກ​ທ່າ​ມ​ກາງ​ອາ​ກາດ​ຂອງ​ລະ​ດູ​ໃບ​ໄມ້ຫຼົ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.