ປົກປ້ອງພົນລະເມືອງຫວຽດນາມ ຢູ່ ອູແກຣນ

16:30 | 28/02/2022

ວັນທີ 26 ກຸມພາ, ທ່ານນາຍົກລັດຖະມົນຕີ ປະກາດໂທລະເລກທາງການກ່ຽວກັບການປົກປ້ອງພົນລະເມືອງ ແລະນິຕິບຸກຄົນ ແລະບາງບັນຫາຕ້ອງເອົາໃຈໃສ່ຕໍ່ໜ້າສະພາບການຢູ່ອູແກຣນ.

ກໍານົດຈຸດເອກະລັກເສັ້ນຊາຍແດນຕອນຕິດຈອດກັນລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ ກໍານົດຈຸດເອກະລັກເສັ້ນຊາຍແດນຕອນຕິດຈອດກັນລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ
ຫວຽດນາມ ຢາກປະກອບສ່ວນເຂົ້າໃນການສັກວັກຊິນກັນໂຄວິດ-19 ໃນທົ່ວໂລກ ຫວຽດນາມ ຢາກປະກອບສ່ວນເຂົ້າໃນການສັກວັກຊິນກັນໂຄວິດ-19 ໃນທົ່ວໂລກ
ປົກປ້ອງພົນລະເມືອງຫວຽດນາມ ຢູ່ ອູແກຣນ
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ. ພາບ: ເຢີດບັ໊ກ.

ຕາມນັ້ນແລ້ວ, ກະຊວງການຕ່າງປະເທດຫວຽດນາມ ສ້າງວິທີການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ; ອົບພະຍົບພົນລະເມືອງ ແລະສະມາຊິກອົງການຜູ້ຕາງໜ້າເມື່ອຈໍາເປັນ ແລະຜັນຂະຫຍາຍໜູນຊ່ວຍບ່ອນຢູ່, ສະບຽງອາຫານ ແລະບັນດາເງື່ອນໄຂທີ່ຈໍາເປັນອີື່ນໆ. ກະຊວງການຕ່າງປະເທດແລກປ່ຽນຕໍ່ກັບບັນດາປະເທດໃນພາກພື້ນ, ບັນດາອົງການສາກົນ, ອົງການມະນຸດສະທໍາເພື່ອສະເໜີໜູນຊ່ວຍພົນລະເມືອງຫວຽດນາມ ໃນກໍລະນີທີ່ຈໍາເປັນ.

ທ່ານນາຍົກລັດຖະມົນຕີ ສະເໜີປະຊາຄົມ ແລະວິສາຫະກິດຫວຽດນາມ, ບັນດາສະມາຄົມຊາວຫວຽດນາມ ຢູ່ອູແກຣນ ແລະບັນດາປະເທດທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນບັນດາປະເທດໃກ້ຄຽງເສີມຂະຫຍາຍນ້ຳໃຈສາມັກຄີທົ່ວປວງຊົນ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນໄລຍະຫຍຸ້ງຍາກ, ປະກອບສ່ວນແບ່ງປັນ, ຫຼຸດຜ່ອນຄວາມສ່ຽງ, ຄວາມເສຍຫາຍທີ່ເກີດຂຶ້ນ.

la.qdnd.vn

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ