ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ

13:03 | 14/06/2022

ຍສໝ-ຫວ່າງແລ້ວນີ້, ຄະນະ​ຜູ້​ແທນ​ສະຖານທູດ​ຫວຽດນາມ ປະຈຳ ອີຢິບ ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຢຸງເປັນຫົວນ້າຄະນະ ໄດ້ມີການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ Port Said ປະ​ເທດ ອີ​ຢິບ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​​ຂະແໜງ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ການ​ແລກປ່ຽນ​ບົດຮຽນພັດທະນາລະຫວ່າງ ຫວຽດນາມ ​ແລະ ບັນດາ​ທ້ອງ​ຖິ່ນ​ທີ່​ມີທ່າແຮງ​ຂອງ ອີ​ຢິບ.

ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ
ວິລະຄອນ ທອງສົມສະໜິດ (ລາວ):  ບຸນເຕັດ​ຫວຽດນາມ ​ທີ່​ສັກສິດ​ທີ່​ສຸດ​ແມ່ນ​ການ​ລະນຶກ​ເຖິງ​ບັນພະບຸລຸດ ວິລະຄອນ ທອງສົມສະໜິດ (ລາວ): ບຸນເຕັດ​ຫວຽດນາມ ​ທີ່​ສັກສິດ​ທີ່​ສຸດ​ແມ່ນ​ການ​ລະນຶກ​ເຖິງ​ບັນພະບຸລຸດ
ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ
ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຢຸງ ໄດ້ເຮັດວຽກກັບ ທ່ານ Adel El Ghadban ຜູ້ວ່າການແຂວງ Port Said (ພາບ: ຫງອກແທັກ)

ທີ່ການເຮັດວຽກກັບ ທ່ານ Adel El Ghadban ຜູ້ວ່າການແຂວງ Port Said, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຢຸງ ​ເນັ້ນ​ໜັກ​ເຖິງການ​ພົວພັນ​ມິດຕະພາບ​ທີ່​ມີ​ມາ​ແຕ່​ດົນ​ນານ​ລະຫວ່າງ ຫວຽດນາມ - ອີ​ຢິບ, ຖື​ວ່າ ສອງປະ​ເທດ ​ແລະ ທ້ອງ​ຖິ່ນ​ຂອງສອງຝ່າຍມີ​ກາລະ​ໂອກາດ​ຮ່ວມ​ມືຫຼາຍ​ໃນ​ບັນດາຂະແໜງການຄື​ເສດຖະກິດ, ການ​ຄ້າ ​ແລະ ການລົງທຶນ. ທ່ານ​ເອກ​ອັກຄະ​ລັດຖະທູດສະແດງຄວາມປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ບັນດາ​ວິ​ສາ​ຫະກິດທີ່​ທ້ອງ​ຖິ່ນ​ ອີ​ຢິບ, ພິ​ເສດ​ແມ່ນ​ໃນຂະແໜງການ​ອຸດສາຫະກຳ​ປຸງ​ແຕ່ງ, ອຸດສາຫະກຳ​ໄຟຟ້າ - ​ເອ​ເລັກ​ໂຕ​ນິກ, ທ່າ​ກຳ​ປັ່ນ ​ແລະ ການບໍລິການ logistics.

ສ່ວນທ່ານ Adel El Ghadban ຜູ້ວ່າການແຂວງ Port Said ໄດ້ແບ່ງປັນກ່ຽວກັບກາລະໂອກາດຮ່ວມມືລະຫວ່າງບັນດາວິສາຫະກິດຂອງສອງປະເທດ, ໂດຍໃຫ້ຮູ້ວ່າ ການພົວພັນດ້ານການຄ້າລະຫວ່າງບັນດາບໍລິສັດ ຢູ່ແຂວງ Port Saidແລະ ບັນດາ ບໍລິສັດຂອງ ຫວຽດນາມ ຫາກໍຢູ່ໃນໄລຍະເລີ່ມຕົ້ນ ແລະ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມື. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງຝ່າຍ​ຕ້ອງ​ຈັດ​ຕັ້ງ​ບັນດາ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ​ຫຼື ຢ້ຽມຢາມ​ຊອກ​ຮູ້​ຕົວຈິງ ​ເພື່ອ​ກຳ​ແໜ້ນ​ກາລະ​ໂອກາດ​ຮ່ວມ​ມື, ​ລົງທຶນ.

ຫອມມາລາ

ເຫດການ
302 Found

Found

The document has moved here.