![]() | ຫວຽດນາມ - ລາວ ນຳການພົວພັນດ້ານເສດຖະກິດ, ການຄ້າ ແລະ ພະລັງງານຂຶ້ນສູ່ລະດັບສູງໃໝ່ |
![]() | ການຮ່ວມມືດ້ານຄວາມປອດໄພສືບຕໍ່ແມ່ນເສົາຄ້ຳໃນການພົວພັນຫວຽດນາມ - ລາວ |
![]() |
ພິທີຕ້ອນຮັບທ່ານປະທານປະເທດ ເລືອງເກື່ອງ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ. (ພາບ: baoquocte.vn) |
ຕອນເຊົ້າວັນທີ 5 ສິງຫາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດ ອາຣັບ ອີຢິບ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດທີ່ຈັດຂຶ້ນຢູ່ທຳນຽບປະທານາທິບໍດີ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ Abdel Fattah Al Sisi ໄດ້ດຳເນີນການເຈລະຈາໃນວົງແຄບ ແລະ ການເຈລະຈາຢ່າງເປັນທາງການ.
ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມ ເພື່ອຍົກລະດັບການພົວພັນ 2 ຝ່າຍ ຫວຽດນາມ - ອີຢິບ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ.
ທີ່ການພົບປະເຈລະຈາ, ທ່ານປະທານາທິບໍດີ ອີຢິບ Abdel Fattah Al Sisi ໄດ້ແລະ ພັນລະຍາ, ຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ແມ່ນຂີດໝາຍສຳຄັນ, ເປີດໄລຍະການຮ່ວມມືໃໝ່ຂອງການພົວພັນລະຫວ່າງ 2 ປະເທດພາຍຫຼັງກວ່າ 60 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ.ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານປະທານປະເທດ ເລືອງເກື່ອງ
ໂດຍສະແດງຄວາມນິຍົມຢ່າງເລິກເຊິ່ງຕໍ່ປະທານ ໂຮ່ຈີມິນ, ທ່ານປະທານປະເທດ ອີຢິບ ໄດ້ສັນລະເສີນປະຫວັດສາດອັນສະຫງ່າລາສີ ແລະ ບັນດາຜົນງານພັດທະນາທີ່ດີເດັ່ນທີ່ຫວຽດນາມ ບັນລຸໄດ້ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ.
ທ່ານປະທານາທິບໍດີ Abdel Fattah Al Sisi ເນັ້ນໜັກວ່າ ອີຢິບ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສະໜິດຕິດພັນລະຫວ່າງອ້າຍນ້ອງກັບ ຫວຽດນາມ.
![]() |
ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah Al Sisi ຢູ່ເທິງແທ່ນກຽດຕິຍົດ ໄດ້ຮັບຟັງກອງດຸລິຍາງຂອງກອງທັບບັນເລງ ເພງຊາດ. (ພາບ: baoquocte.vn) |
ໂດຍສະແດງຄວາມປິຕິຊົມຊື່ນໃນການຢ້ຽມຢາມທາງລັດຖະກິດເຖິງອີຢິບຄັ້ງທຳອິດ, ເຊິ່ງເປັນປະເທດທີ່ມີພື້ນຖານສີວິໄລມາແຕ່ດົນນານ ແລະ ດີເດັ່ນ, ທ່ານປະທານປະເທດ ເລືອງເກື່ອງ ກໍ່ໄດ້ສະແດງຄວາມຂອບໃຈເຖິງທ່ານປະທານາທິບໍດີ, ການນຳ ແລະ ປະຊາຊົນ ອີຢິບ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຄົາລົບນັບຖືມາຍັງຄະນະ.
ທ່ານປະທານປະເທດ ເລືອງເກື່ອງ ໄດ້ຫວນຄືນຄວາມຮັກແພງທີ່ປະທານ ໂຮ່ຈີມິນ ແລະ ປະຊາຊົນ ຫວຽດນາມ ມີໃຫ້ແກ່ ອີຢິບ, ໄດ້ຢືນຢັນເຖິງຄວາມເຄົາລົບນັບຖືຂອງ ຫວຽດນາມ ໃນການພົວພັນ 2 ຝ່າຍທີ່ປະທານ ໂຮ່ຈີມິນ, ປະທານາທິບໍດີ Gamal Abdel Nasser ແລະ ບັນດາການນຳລຸ້ນຕ່າງໆ, ປະຊາຊົນ 2 ປະເທດໄດ້ມານະພະຍາຍາມເພີ່ມພູນຄູນສ້າງນັບແຕ່ຊຸມມື້ຕົ້ນແຫ່ງການຕໍ່ສູ້ປົດປ່ອຍຊາດ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງທ່ານເລຂາທິການໃຫຍ່ ໂຕເລີມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ເຖິງປະທານາທິບໍດີ, ການນຳ ແລະ ປະຊາຊົນ ອີຢິບ.
![]() |
ທ່ານປະທານປະເທດ ເລືອງເກື່ອງ ໄດ້ແນະນຳຄະນະຜູ້ແທນຫວຽດນາມ ເຖິງທ່ານປະທານາທິບໍດີ ອີຢິບ Abdel Fattah Al Sisi. (ພາບ: baoquocte.vn) |
ໃນບັນຍາກາດມິດຕະພາບທີ່ເປັນມູນເຊື້ອ, ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ຍິນດີຊຸກຍູ້ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຫວຽດນາມ - ອີຢິບ, ພ້ອມທັງຢືນຢັນຄວາມຕັດສິນໃຈສ້າງບາດກ້າວບຸກທະລຸໃຫ້ແກ່ການຮ່ວມມື 2 ຝ່າຍໃນທຸກຂົງເຂດ.
ບົນພື້ນຖານນັ້ນ, ເພື່ອເໝາະສົມກັບລະດັບການພົວພັນລະຫວ່າງສອງປະເທດ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ ແລະ ປາດຖະໜາຢາກປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ແຕ່ລະພາກພື້ນ ແລະ ໃນໂລກ, 2 ຝ່າຍໄດ້ເຫັນດີຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນສູ່ການພົວພັນຄູ່ຮ່ວມມືຮອບດ້ານ.
ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ Abdel Fattah Al Sisi ໄດ້ເຫັນດີເປັນເອກະສັນຈະສືບຕໍ່ສະໜັບສະໜູນ ແລະ ຮ່ວມມືຢ່າງແໜ້ນແຟ້ນ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ປະຕິບັດບັນດາມາດຕະການບຸກທະລຸເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ.
ການນຳ 2 ທ່ານຍັງໄດ້ປຶກສາຫາລືກ່ຽວກັບບັນດາກາລະໂອກາດເປີດກວ້າງການຮ່ວມມືໃນຂົງເຂດໃໝ່ຄື: ນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຢີ, ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ ແລະ ອື່ນໆ, ພ້ອມທັງເຫັນດີສືບຕໍ່ປັບປຸງບັນດາກອບກົດໝາຍສອງຝ່າຍໃຫ້ສົມບູນແບບ ເພື່ອສ້າງພື້ນຖານການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
ເພື່ອແນໃສ່ຊຸກຍູ້ການຄ້າລະຫວ່າງສອງປະເທດໃຫ້ສົມດູນ ແລະ ມີຜົນປະໂຫຍດ, ທ່ານປະທານປະເທດ ເລືອງເກື່ອງ ໃຫ້ຮູ້ວ່າ ຫວຽດນາມ ໄດ້ເຫັນດີກັບນະໂຍບາຍເປີດຕະຫຼາດໃຫ້ບັນດາຜະລິດຕະພັນຂອງ ອີຢິບ ເປັນທີ່ສົນໃຈ ແລະ ສະເໜີໃຫ້ອີຢິບ ອຳນວຍຄວາມສະດວກໃຫ້ສິນຄ້າຫວຽດນາມ ເຂົ້າສູ່ຕະຫຼາດອາຟຼິກາເໜືອ. ບັນດາອົງການຂອງສອງປະເທດຈະເປັນເອກະພາບກັນຂັ້ນຕອນໃນໄວໆນີ້ຕາມລະບຽບການຂອງສາກົນ ເພື່ອປະຕິບັດນະໂຍບາຍນີ້.
ທ່ານປະທານາທິບໍດີ Abdel Fattah Al Sisi ຢືນຢັນວ່າ ດ້ວຍທີ່ຕັ້ງເຊື່ອມຕໍ່ 3 ທະວີບ ແລະ ຜ່ານເຄືອຂ່າຍສັນຍາການຄ້າເສລີຢ່າງກວ້າງຂວາງ, ອີຢິບ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ບັນດາວິສາຫະກິດ ແລະ ສິນຄ້າຫວຽດນາມ ເຂົ້າເຖິງຕະຫຼາດຕາເວັນອອກກາງ ແລະ ອາຟຼິກາ, ແລະ ເຫັນດີຈະປຶກສາຫາລືກ່ຽວກັບຄວາມສາມາດສ້າງຂອບເຂດການຮ່ວມມືດ້ານການຄ້າສອງປະເທດໃໝ່, ປະກອບສ່ວນເພີ່ມທະວີການຄ້າໃນໄລຍະຈະມາເຖິງ.
2 ຝ່າຍເຫັນດີສ້າງຕັ້ງກຸ່ມປະຕິບັດງານຄົ້ນຄ້ວາຄວາມສາມາດເຈລະຈາສັນຍາການຄ້າເສລີ ຫວຽດນາມ - ເອຢິບ; ຍູ້ແຮງການຮ່ວມມືດ້ານການສຶກສາ, ການແລກປ່ຽນປະຊາຊົນ, ເພີ່ມທະວີການເຊື່ອມຕໍ່ສົ່ງເສີມການທ່ອງທ່ຽວ, ຊຸກຍູ້ບັນດາຈຸດໝາຍປາຍທາງ, ວັດທະນະທຳ ແລະ ປະຊາຊົນສອງປະເທດ.
ທ່ານປະທານປະເທດ ສະແດງຄວາມຂອບໃຈ ອີຢິບ ທີ່ໄດ້ສະໜອງທຶນສຶກສາບຳລຸງສ້າງພາສາອາຣັບ ໃຫ້ແກ່ນັກສຶກສາ ຫວຽດນາມ, ສະເໜີເປີດກ້ວາງການຮ່ວມມື ແລະ ແລກປ່ຽນນັກສຶກສາໃນບັນດາຂົງເຂດໃໝ່ຄື Halal, ກະສິກຳ, ການພົວພັນສາກົນ, ພ້ອມທັງແບ່ງປັນປະສົບການ, ໜູນຊ່ວຍ ຫວຽດນາມ ໃນການປົກປັກຮັກສາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາດ, ກໍ່ສ້າງການຄຸ້ມຄອງຫໍພິພິທະພັນ, ພັດທະນາການທ່ອງທ່ຽວແບບຍືນຍົງ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຮຽກຮ້ອງໃຫ້ ອີຢິບ ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ ອີຢິບ ຢ່າງໝັ້ນຄົງ, ປະກອບສ່ວນພັດທະນາຂອງ ອີຢິບ ແລະ ເພີ່ມທະວີການພົວພັນລະຫວ່າງ 2 ປະເທດ.
![]() |
ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah Al Sisi ໄດ້ເຫັນດີເປັນເອກະພາບໃນການກໍ່ສ້າງກຸ່ມປະຕິບັດງານຄົ້ນຄ້ວາຄວາມສາມາດເຈລະຈາສັນຍາການຄ້າເສລີ ຫວຽດນາມ - ເອຢິບ. (ພາບ: baoquocte.vn) |
ໃນການປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາສູງບົດບາດຂອງ ອີຢິບ ໃນຖານະເປັນກາງ, ຄວາມປອງດອງກັນໃນການຊອກຫາວິທີແກ້ໄຂຄວາມຂັດແຍ່ງໃນພາກພື້ນ.
ທ່ານປະທານນາທິບໍດີ ອີຢິບ ຊົມເຊີຍຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການຕໍ່ສູ້ອັນຍຸດຕິທຳຂອງຊາວ ປາແລັດສະໄຕ ແລະ ເຫັນດີວ່າ ການຊຸກຍູ້ການແກ້ໄຂ 2 ລັດ ແມ່ນເປົ້າໝາຍສຳຄັນເພື່ອບັນລຸສັນຕິພາບແບບຍືນຍົງ ແລະ ຍາວນານຢູ່ຕາເວັນອອກກາງ.
ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງທ່ານຢືນຢັນສະໜັບສະໜູນການແກ້ໄຂການພິພາດໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS) ເພື່ອຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.
ການນຳສອງທ່ານໄດ້ເຫັນດີເປັນເອກະສັນຈະຮັກສາກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ປຶກສາຫາລື, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາພາກພື້ນ ແລະ ໂລກຢູ່ບັນດາເວທີປາໄສຫຼາຍຝ່າຍ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເຊື້ອເຊີນທ່ານປະທານາທິບໍດີ Abdel Fattah Al Sisi ມາຢ້ຽມຢາມ ຫວຽດນາມ ໂດຍໄວ. ຜູ້ນຳອີຢິບ ໄດ້ຮັບຄຳເຊີນຢ່າງດີໃຈ.
![]() |
ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah Al Sisi ໄດ້ດຳເນີນການເຈລະຈາໃນວົງແຄບ. (ພາບ: baoquocte.vn) |
ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ Abdel Fattah Al Sisi ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບ, ໃນນັ້ນມີບົດບັນທຶກຊ່ວຍຈຳລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງແຜນການ, ພັດທະນາເສດຖະກິດ ແລະ ການຮ່ວມມືສາກົນ ອີຢິບ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງພາຍໃນ ຫວຽດນາມ ແລະ ກະຊວງພັດທະນາທ້ອງຖິ່ນຂອງ ອີຢິບ.
ໃນຂອບເຂດການຢ້ຽມຢາມ, ກະຊວງປ້ອງກັນປະເທດສອງປະເທດຍັງໄດ້ລົງນາມໃນເອກະສານຮ່ວມມືດ້ານປ້ອງກັນປະເທດ ແລະ ບົດບັນທຶກຊ່ວຍຈຳລະຫວ່າງກົມຮັກສາສັນຕິພາບຫວຽດນາມ ແລະ ຫ້ອງການພົວພັນຕ່າງປະເທດ ອີຢິບ ກັບບັນດາອົງການສາກົນ.
ການນຳບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດຂອງທັງສອງຝ່າຍຍັງໄດ້ມີການພົບປະ ແລະ ບັນລຸໄດ້ຂໍ້ຕົກລົງອື່ນໆອີກຫຼາຍສະບັບໃນຂົງເຂດການເງິນ, ການຄ້າກະສິກຳ ແລະ ການຂຸດຄົ້ນ ແລະ ຂຸດຄົ້ນນ້ຳມັນອາຍແກັສ.
![]() | ເພີ່ມທະວີການຮ່ວມມືສອງຝ່າຍຕາມຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ອາເມລິກາ ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ |
![]() | 3 ຂໍ້ສະເໜີ ເພື່ອຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອານເຊຣີ ຍສໝ - ວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ໄດ້ຕ້ອນຮັບທ່ານ Azeddine Bechka, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ແລະ ປະຊາຊົນ ອານເຊຣີ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຟານແອງເຊີນ ໄດ້ສະເໜີ 3 ... |