ທ້າວນ້ອຍຄົນລາວໃນຄອບຄົວຫວຽດ

06:48 | 11/09/2022

ຍສໝ - ສົງຄາມເຮັດໃຫ້ຄອບຄົວແຕກກະຈາຍ, ທ້າວນ້ອຍ ຄໍາແກ້ວ ວົງພິລາ ຕ້ອງພັດພາຈາກບ້ານເກີດເມືອງນອນຊຽງຂວາງ (ລາວ) ມາຫວຽດນາມ ຕອນອາຍຸ 13 ປີ. ຢູ່ທີ່ນີ້ ແກ້ວໄດ້ມີຄອບຄົວທີ່ອົບອຸ່ນຢູ່ຝຸຖໍ້ ຮັບລ້ຽງພ້ອມກັບອ້າຍນ້ອງທັງຫວຽດທັງລາວ ທັງຫມົດ 6 ຄົນຢູ່ຮ່ວມກັນ. ຊິວິດໄວເດັກທີ່ອົບອຸ່ນ ແລະ ມີຄວາມສຸກ ໄດ້ຊ່ວຍແກ້ວຜ່ານຜ່າທຸກໆອຸປະສັກ ແລະ ມີຫຼາຍຄວາມຊົງຈໍາທີ່ດີ ເຕັມໄປດ້ວຍຄວາມຮັກແພງ.

ລາຍການພົບປະມິດຕະພາບຊາວໜຸ່ມສອງປະເທດ ຫວຽດນາມ-ລາວ ລາຍການພົບປະມິດຕະພາບຊາວໜຸ່ມສອງປະເທດ ຫວຽດນາມ-ລາວ
ວົງເງິນການຄ້າຫວຽດນາມ - ລາວ ສືບຕໍ່ເພີ່ມຂຶ້ນ ວົງເງິນການຄ້າຫວຽດນາມ - ລາວ ສືບຕໍ່ເພີ່ມຂຶ້ນ

ອະນຸສອນຝັງໃຈຈາກພາບເກົ່າ

ຕົ້ນເດືອນ ກໍລະກົດ 2022, ຄະນະເລຂາການປະກວດໃຫ້ຂອງທີ່ລະນຶກເລົ່າເລື່ອງໄດ້ຮັບຂໍ້ຄວາມຂອງຜູ້ຊາຍຄົນໜຶ່ງຊື່ວ່າ ຄໍາແກ້ວ ວົງພິລາ, ລຸງແກ້ວ ອາຍຸເກືອບ 70 ປີ, ປະຈຸບັນອາໄສຢູ່ບ້ານເກີນເໜືອ, ເມືອງທຸລະຄົມ, ແຂວງວຽງຈັນ, ສປປ ລາວ.

ລຸງຄໍາແກ້ວ ຖ່າຍຮູບພາບ ແລະ ບັດອວຍພອນເກົ່າເປັນເຄື່ອງທີ່ລະນຶກກ່ຽວກັບບັນດາຄອບຄົວຫວຽດນາມທີ່ໄດ້ອຸ້ມຊູຊ່ວຍເຫຼືອລຸງໃນເວລາ 50 ປີກ່ອນແລ້ວສົ່ງມາທາງ facebook. ລຸງບອກວ່າ “ນີ້ເປັນຮູບທີ່ໄດ້ຖ່າຍນໍາຄອບຄົວພໍ່ແມ່ຫວຽດໃນປີ 1969. ໃນຮູບມີພໍ່ຕຸກ, ແມ່ມາຍ, ລູກຄີງຂອງເພິ່ນ ແລະ ລູກລ້ຽງເປັນຄົນລາວ 3 ຄົນ. ລູກລ້ຽງເປັນຄົນລາວ 3 ຄົນຢືນຢູ່ທາງຫຼັງ, ຜູ້ສູງກວ່າໝູ່ແມ່ນອ້າຍບຸນລັບ, ຕໍ່ມາແມ່ນອ້າຍບຸນເພັງ. ຂ້ອຍຢືນຂ້າງພໍ່ຕຸກ, ກໍ່ແມ່ນລູກລ້ຽງຄົນລາວ ທີ່ມີອາຍຸນ້ອຍທີ່ສຸດ.

ທ້າວນ້ອຍຄົນລາວໃນຄອບຄົວຫວຽດ
ຮູບພາບຄໍາແກ້ວ (ຢູ່ແຖວຫຼັງຜູ້ທີ 3 ນັບແຕ່ເບື້ອງຂວາ) ຖ່າຍພ້ອມຄອບຄົວພໍ່ແມ່ຫວຽດໃນປີ 1969. ພາບ: ຄໍາແກ້ວ ວົງພິລາ

ຕາມຄໍາເລົ່າຂອງລຸງຄໍາແກ້ວ, ແຕ່ລະຄົນຈະມີຈິດໃຈ, ຂອງທີ່ລະນຶກກໍມີຂັວນ. ກວ່າເຄິ່ງທົດສະວັດທີ່ຜ່ານມາ, ມັນເປັນສິ່ງທີ່ສົ່ງຕໍ່ຄວາມຮັກແພງຂອງລຸງ ແລະ ບັນດາຜູ້ເປັນພໍ່, ເປັນແມ່, ເປັນເອື້ອຍຫວຽດນາມ ທີ່ໄດ້ອຸ້ມຊູຊ່ວຍເຫຼືອໃນຕະຫຼອດເວລາສົງຄາມໂກລາຫົນ.

ລຸງຄໍາແກ້ວ ຄິດຄືນ “ປີ 1968, ຈັກກະພັດອາເມລີກາຍຶດເອົາແຂວງຊຽງຂວາງ (ທົ່ງໄຫຫີນ, ລາວ). ເສີກ ແລະ ເຮົາຢູ່ໃນທ່າແຍ້ງກັນ ຂ້າພະເຈົ້າໂຊກດີທີ່ທະຫານປະເທດລາວໄດ້ຊ່ວຍເຫຼືອ ແລະ ສົ່ງໄປຮຽນຢູ່ຫວຽດນາມ. ປີນັ້ນເຮົາອາຍຸ 13 ປີ. ເວລາທໍາອິດຫາກໍ່ມາຫວຽດນາມເຮົາໄດ້ສົ່ງມາຢູ່ນໍາຄອບຄົວເອື້ອຍຊວນກີມ, ຫຼັງຈາກນັ້ນໄດ້ຍ້າຍມາເຮືອນພໍ່ຕຸກຢູ່ເມືອງແທັງຖຸຍ, ແຂວງວິ້ງຝຸກ.

ຕອນຫາກໍ່ມາຫວຽດນາມ ທ້າວນ້ອຍ ຄໍາແກ້ວ ບໍ່ຮູ້ຂ່າວຄອບຄົວຕົນເອງຢູ່ລາວວ່າໃຜຍັງ, ໃຜເສຍຊີວິດ. ໃນຄວາມຈໍາຂອງທ້າວນ້ອຍສີບກວ່າປີທີ່ຫ່າງຈາກບ້ານເກີດເມືອງນອນ, ຄອບຄົວທ່ານຕຸກຮັກແພງ, ດູແລບັນດານັກສືກສາລາວຄື ອາກຸກ, ນ້າບ່າວຖັງ, ນ້າບ່າວມີງ - ລູກຄີງຂອງພໍ່ຕູ້ຕຸກ.

ແຕ່ລະມື້, ທ້າວນ້ອຍ ຄໍາແກ້ວ ຫຼິ້ນໝາກບີ່ ກັບລູກຂອງພໍ່ແມ່ ແລະ ເດັກນ້ອຍໃນບ້ານ. ໃນເດີ່ນບ້ານມີນ້ຳສ້າງທີ່ເລີກ, ທ້າວນ້ອຍ ຄໍາແກ້ວ ຍັງຊ່ວຍຄອບຄົວຕັກນໍ້າຂຶ້ນມາເພື່ອອາບ ແລະ ຊັກເຄື່ອງ. ທ້າວນ້ອຍ ຄໍາແກ້ວ ກໍໄດ້ໄປຕະຫຼາດໃນບ້ານກັບແມ່, ໜຶ່ງຮາວຕອນນັ້ນຍັງຊື້ໝາກກວ້ຍໄດ້ຫວີໜຶ່ງບັກໃຫຍ່ໆ.

“ມີເທື່ອໜຶ່ງເຮົາເຮັດຊຸດເຕົ້ານໍ້າຊາຂອງພໍ່ຫາກໍຊື້ມາແຕກ, ເຮົາຢ້ານຈົນເວົ້າຫຍັງບໍ່ໄດ້ເລີຍ ແຕ່ຕອນພໍ່ກັບບ້ານລາວບໍ່ໄດ້ຮ້າຍ ຫຼື ລົງໂທດຫຍັງ. ລາວຊອກ ແລະ ເກັບມ້ຽນເສດດິນເຜົາທີ່ແຕກເພາະຢ້ານພວກເຮົາຢຽບເອົາລະຈະເຈັບ. ພໍ່ບອກວ່າບໍ່ເປັນຫຍັງແຕກແລ້ວກະແລ້ວໄປ, ມື້ຫນ້າໄປຕະຫຼາດພໍ່ຈະຊື້ຊຸດໃຫມ່ ແລ້ວບອກເຮົາຕ້ອງລະວັງເມື່ອຫຼິ້ນ ຢອກກັນ”ລຸງຄໍາແກ້ວເລົ່າໃຫ້ຟັງ.

ຄາວນັ້ນສົງຄາມ, ປະຊາຊົນຫວຽດນາມທຸກຍາກຫຼາຍ. ຊາວບ້ານກໍຄືພໍ່ແມ່ລ້ຽງຂອງລຸງຄໍາແກ້ວ ຕ້ອງໄດ້ກິນມັນຕົ້ນ, ມັນດ້າງແທນເຂົ້າ, ບາງທີມັນຕົ້ນ, ມັນດ້າງກໍ່ບໍ່ມີໃຫ້ກິນ. ພໍ່ແມ່ລ້ຽງຫວຽດນາມຂອງລຸງຄໍາແກ້ວ ມີລູກ 4 ຄົນ, ຮັບຄົນລາວຕື່ມ 3 ຄົນ, ຄອບຄົວໜຶ່ງເກືອບ 10 ປາກກິນ ຍາກທີ່ຈະເລົ່າບັນດາຄວາມທຸກຍາກລໍາບາກໃນຕອນນັ້ນໄດ້ໝົດ.

ແຕ່ວ່າຄົນຫວຽດນາມໄດ້ຮັກແພງອຸ້ມຊູຊ່ວຍເຫຼືອລູກ, ນ້ອງຄົນລາວພວກເຮົາ. ພວກເຮົາໄດ້ຖ້ວຍເຂົ້າທີ່ປົນມັນຕົ້ນໜ້ອຍກວ່າ, ໄດ້ນຸ່ງເຄື່ອງທີ່ຂາດນ້ອຍກວ່າ, ໄດ້ຮັບການອໍານວຍຄວາມສະດວກໃນການຮໍ່າຮຽນກວ່າ. ຖ້າໃຜບໍ່ໄດ້ຜ່ານຜ່າບັນດາໄລຍະເວລາສົງຄາມທີ່ດຸເດືອດນັ້ນຈະບໍ່ຮູ້ໄດ້ເຖິງນໍ້າໃຈສູງສົ່ງ ແລະ ຄວາມເສຍສະຫຼະຂອງປະຊາຊົນຫວຽດນາມຕໍ່ກັບປະເທດ ແລະ ປະຊາຊົນລາວ” ລຸງຄໍ້າແກ້ວ ວົງພິລາ ເວົ້າ.

ຫຼາຍກວ່າເຄິ່ງທົດສະວັດທີ່ຜ່ານມາ, ລຸງລ້ວນແຕ່ໄດ້ເກັບຮັກສາ, ຖະນຸຖະໜອມບັນດາສິ່ງຂອງທີ່ລະນຶກທີ່ຜູ້ເປັນພໍ່, ແມ່, ເອື້ອຍຫວຽດນາມ ໄດ້ມອບໃຫ້.

ຊິວິດໄວເດັກທີ່ມີຄວາມສຸກ ຢູ່ ຫວຽດນາມ

ພໍ່ຕູ້ ເຈີ່ນວັນຕຸກ, ອາຍຸ 91 ປີຢູ່ເຂດ 3 ບ້ານດາວຊ໋າ, ເມືອງແທັງຖຸຍ, ແຂວງຝຸຖໍ້ - ຜູ້ທີ່ລ້ຽງລຸງຄໍ້າແກ້ວ ວົງພິລາ ເລົ່າໃຫ້ຟັງວ່າ: “ປະມານທ້າຍປີ 1968, ກອງຜະລິດຂອງສະຫາກອນເອົາເດັກນ້ອຍຄົນລາວ 3 ຄົນມາເຮືອນຂອງເຮົາ, ຜົວເມຍເຮົາໄດ້ຮັບເປັນລູກລ້ຽງ. ເດັກນ້ອຍຄົນລາວນັ້ນປະມານ 12-13 ປີ.

ທ້າວນ້ອຍຄົນລາວໃນຄອບຄົວຫວຽດ

ຜົວເມຍພໍ່ຕູ້ ຕຸກ ເລົ່າເລື່ອງກ່ຽວກັບລູກລ້ຽງຄົນລາວ ກັບນັກຂ່າວຍຸກສະໄໝ. ພາບ: ດ້າຍເຊີນ

ເຮົາເອີ້ນພວກເຂົາວ່າ ອາຕູ້ຍ, ອາເລີບ ແລະ ຄໍາແກ້ວ (ຄໍາແກ້ວແມ່ນລຸງ ຄໍາແກ້ວ ວົງພິລາ) ເພື່ອໃຫ້ຈື່ງ່າຍ. ໃນເວລາດຽວກັນນີ້ຢູ່ຕາແສງວີງກວາງ, ເມືອງຕາມແທັງ (ປະຈຸບັນແມ່ນຕະແສງດ່າວຊ໋າ ເມືອງແທັງຖຸຍ) ມີນັກຮຽນລາວປະມານ 1.000 ຄົນທີ່ໄດ້ພາມາໃຫ້ບັນດາຄອບຄົວຮັບເປັນລູກລ້ຽງ, ລ້ຽງກິນຢູ່, ຮໍ່າຮຽນ”.

ຕາມຄໍາເວົ້າຂອງພໍ່ຕູ້ຕຸກ ແລ້ວ, ລູກລ້ຽງຄົນລາວ 3 ຄົນໄດ້ກິນຢູ່ນໍາຄອບຄົວປະມານ 1 ກວ່າປີ. ຫຼັງຈາກນັ້ນບັນດາລູກລ້ຽງທີ່ເປັນຄົນລາວນີ້ ລັດໄດ້ເອົາມາຢູ່ໂຮງຮຽນລາວໂດຍລັດຖະບານສ້າງຕັ້ງຢູ່ບ້ານເຟືອງຢາວ, ຕາແສງວີງກວາງ. ເຖິງຈະເປັນທາງພູ, ທາງຫີນ ໄປມາຍາກແຕ່ທ້າຍທິດທີ່ໄດ້ພັກ, ແກ້ວພ້ອມກັບໝູ່ກໍກັບມາຢາມ ແລະ ນອນຢູ່ເຮືອນພໍ່ລ້ຽງ.

“ໄລຍະທໍາອິດມາຢູ່ນໍາເຂົາ ຍັງເວົ້າພາສາຫວຽດບໍ່ໄດ້, ທັກທາຍກັນດ້ວຍພາສາມືເທົ່ານັ້ນ. ແຕ່ລະວັນ, ຜົວເມຍເຮົາໄດ້ສອນໜັງສື, ສອນຂຽນພາສາຫວຽດໃຫ້ພວກເຂົາ. ຄໍາທໍາອິດທີ່ເຂົາຂຽນໄດ້ແມ່ນ “ພໍ່ຕຸກ, ແມ່ມາຍ”. ຫຼັງຈາກນັ້ນພວກເຂົາກະເລີ່ມເວົ້າ ແລະ ທັກທາຍໄດ້ຢູ່.

ສ່ວນແມ່ຕູ້ ເຢືອງທິມາຍ, ອາຍຸ 89 ປີ - ຜູ້ທີ່ລ້ຽງລຸງ ຄຳແກ້ວ ວົງພິລາ ຫວນຄືນປີ 1968, ຄອບຄົວໄດ້ຮັບເດັກຄົນລາວ 3 ຄົນເປັນລູກລ້ຽງ. ຊີວິດຕອນນີ້ທຸກຍາກ, ຄອບຄົວຕ້ອງຫາຄາບເຂົ້າແຕ່ລະມື້ໃຫ້ 10 ປາກກິນ.

ແຕ່ລະມື້ແກ້ວກັບລູກຂອງເຮົາ ແລະ ເດັກນ້ອຍໃນບ້ານມັກມາເດີ່ນສາງຂອງສະຫະກອນໃກ້ບ້ານຫຼິ້ນ. ແກ້ວຍິງໝາກກະຖຸເກັ່ງຫຼາຍ, ແກ້ວພ້ອມກັບໝູ່ ຍິງໄດ້ໂຕເຈຍ, ໂຕກະປອມ, ໂຕງູນໍ້າກໍ່ເອົາໄປປິ້້ງສຸກ ແລ້ວແບ່ງກັນກິນ.

ທ້າວນ້ອຍຄົນລາວໃນຄອບຄົວຫວຽດ
ລຸງຄໍາແກ້ວ (ນອກສຸດເບື້ອງຂວາ) ມາຢາມພໍ່ແມ່ລ້ຽງປີ 2013. ພາບ: ຄໍາແກ້ວ ວົງພິລາ

ຫຼາຍເທື່ອແກ້ວກັບມາແຕ່ໂຮງຮຽນ ແລະ ຮ້ອງວ່າຫິວ. ໂດຍເຂົ້າໜົມມັນຕົ້ນທີ່ຫາກໍເຮັດແລ້ວ, ເຮົາໃຫ້ລາວກິນ, ເບິ່ງລາວກິນເປັນຕາແຊບເຮົາກໍແຮງອິຕົນລາວ”.

ຕາມແມ່ຕູ້ ມາຍ, ວັນທີ 25 ເດືອນ 12 ປີ 2013 (ໄລ່ຕາມຈັນທະປະຕິທິນ), ໃນໂອກາດປີໃຫມ່ຫວຽດນາມ, ໃນການເດີນທາງໄປວຽກມາຈາກອຽນບ໋າຍ, ຄໍາແກ້ວ ໄດ້ມາຢາມ ແລະ ອວຍພອນປີໃຫມ່ກັບມອບຂອງຂັວນໃຫ້ຄອບຄົວ.

“ໃນນັ້ນມີຕົ້ນໝາກແປ້ນໃສ່ໃນກະຖາງໃຫຍ່ເພື່ອປະດັບປະດາໃນປີໃຫມ່. ຫຼັງປີໃຫມ່ຄອບຄົວເຮົາໄດ້ເອົາມາປຸກໃນສວນໜ້າບ້ານ. ປະຈຸບັນຕົ້ນໝາກແປ້ນຍັງມີຢູ່, ຂຽວງາມ ແລະ ມີໝາກຫຼາຍ. ແຕ່ລະເທື່ອທີ່ບບົວລະບັດຕົ້ນໝາກແປ້ນ ເຮົາກໍຍິ່ງຄິດຮອດແກ້ວ. ເຮົາຍາມໃດກໍຮ້ອນອົກຮ້ອນໃຈຢາກພົບຄໍາແກ້ວ”, ແມ່ຕູ້ມາຍທັງເຊັດນໍ້າຕາທັງເວົ້າ.

ທ້າວນ້ອຍຄົນລາວໃນຄອບຄົວຫວຽດ
ແມ່ເຖົ້າ ເຢືອງທີ້ມາ​ຍ ໄດ້​ບົວລະບັດ​ຮັກສາ​ຕົ້ນໝາກແປ້ນໂດຍ ທ່ານ ຄຳ​ແກ້ວ​ ມອບ​ໃຫ້​ເຂົາ​ເຈົ້າ​ໃນ​ໂອກາດ​ບຸນປີ​ໃໝ່ ຫວຽດນາມ ປີ 2013. ພາບ: ດ້າຍເຊີນ

ຕາມພໍ່ຕູ້ຕຸກ, ແຕ່ປີ 2013 ຮອດປະຈຸບັນ, ຄອບຄົວບໍ່ສາມາດຕິດຕໍ່ກັບລູກລ້ຽງຄົນລາວຊື່ຄໍາແກ້ວ ໄດ້ເພາະເບີໂທລະສັບເສຍ. “ເຮົາຮູ້ສືກດີໃຈຫຼາຍເພາະຫຼັງ 10 ກວ່າປີທີ່ບໍ່ມີຂໍ້ມູນກ່ຽວກັບ ຄໍາແກ້ວ, ມື້ນີ້ພໍ່ລູກເຮົາໄດ້ເຫັນກັນ, ເຊື່ອມການຕິດຕໍ່ກັນຄືນ. ເຮົາຫວັງວ່າຄໍາແກ້ວຈະພາເມຍ, ລູກ, ຫຼານ ມາຫວຽດນາມເພື່ອຢາມພໍ່ແມ່ອີກຄັ້ງຕອນທີ່ເຮົາຍັງມີລົມຫາຍໃຈ. ເພາະຕອນນີ້ເຮົາເຖົ້າແກ່ຫຼາຍແລ້ວ”, ພໍ່ຕູ້ຕຸກກ່າວ.

ໄຊພອນ

ເຫດການ