ຊຸກຍູ້ ​ແລະ ຍົກ​ລະດັບການ​ພົວພັນ​ລະຫວ່າງ ຮ່າ​ໂນ້ຍ ​ແລະ ສິງກະ​ໂປ

11:03 | 21/08/2022

ຍສໝ - ຫວ່າງແລ້ວນີ້, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນຊີ້ແທັງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ.ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ເຂົ້າຢ້ຽມຂ່ຳນັບ.

ໂອກາດວັນ​ພັກບຸນ​ທີ 2 ກັນຍາ, ຜູ້​ໂດຍສານໄປ​ຜ່ານ​ຄິວລົດ​ເມ​ຮ່າ​ໂນ້ຍ​ເພີ່ມ​ຂຶ້ນ​ປະມານ 300% ໂອກາດວັນ​ພັກບຸນ​ທີ 2 ກັນຍາ, ຜູ້​ໂດຍສານໄປ​ຜ່ານ​ຄິວລົດ​ເມ​ຮ່າ​ໂນ້ຍ​ເພີ່ມ​ຂຶ້ນ​ປະມານ 300%
ຮ່າ​ໂນ້ຍ: ປະ​ຊາ​ຊົນ​ນຸ່ງ​ເຄື່ອງກັນ​ຝົນ​ໄປ​ວັດ ຟຸກ​ແຄັງ ເຂົ້າ​ຮ່ວມ​ບຸນເຂົ້າປະດັບດິນ ຮ່າ​ໂນ້ຍ: ປະ​ຊາ​ຊົນ​ນຸ່ງ​ເຄື່ອງກັນ​ຝົນ​ໄປ​ວັດ ຟຸກ​ແຄັງ ເຂົ້າ​ຮ່ວມ​ບຸນເຂົ້າປະດັບດິນ
ຊຸກຍູ້ ​ແລະ ຍົກ​ລະດັບການ​ພົວພັນ​ລະຫວ່າງ ຮ່າ​ໂນ້ຍ ​ແລະ ສິງກະ​ໂປ
ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນຊີ້ແທັງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ.ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ເຂົ້າຢ້ຽມຂ່ຳນັບ. ພາບ: hanoimoi.com.vn

ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຈິ່ນຊີ້ແທັງ ຕີລາຄາສູງບັນດາການໜູນຊ່ວຍຂອງ ສິງກະໂປ ຕໍ່ກັບ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະໃນໄລຍະຜ່ານມາ, ປາດຖະໜາວ່າ 2 ຝ່າຍຈະມີການເຄື່ອນໄຫວຢ່າງແທດຈິງ ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງທີ່ສຳຄັນ. ທ່ານ ເຈິ່ນຊີ້ແທັງ ປາດຖະໜາຢາກໃຫ້ຝ່າຍ ສິງກະໂປ ໜູນຊ່ວຍຈັດສົ່ງກຸ່ມນັກຊ່ຽວຊານມາຊ່ວຍ ຮ່າໂນ້ຍ ໃນການພິຈາລະນາແນວຄວາມຄິດ, ຂໍ້ສະເໜີ ແນໃສ່ພັດທະນານະຄອນຫຼວງ ຮອດປີ 2030, ວິໄສທັດຮອດປີ 2045. ພ້ອມທັງ, ທາງນະຄອນກໍ່ຢາກໃຫ້ ສິງກະໂປ ແບ່ງປັນບົດຮຽນ ແລະ ໜູນຊ່ວຍໃນການພັດທະນາເຮືອນຢູ່ຮັບໃຊ້ປະຊາຊົນ; ຈັດຕັ້ງ ແລະ ຄຸ້ມຄອງຕົວເມືອງອັດສະລິຍະ, ທັນສະໄໝ; ບຳລຸງສ້າງຖັນແຖວພະນັກງານຄຸ້ມຄອງໃຫ້ມີກຳລັງຄວາມສາມາດ…

ສ່ວນທ່ານ ເອກອັກຄະລັດຖະທູດ Jaya Ratnam ຢັ້ງຢືນວ່າ: ເຖິງວ່າ ຫວຽດນາມ ແລະ ສິງກະໂປ ມີຄວາມແຕກຕ່າງຫຼາຍຢ່າງກໍ່ຕາມ, ແຕ່ກໍ່ມີຄວາມປາດຖະໜາຢາກໃຫ້ປະຊາຊົນເປັນໃຈກາງຂອງການພັດທະນາ; ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ທ່າ​ໄດ້​ປຽບ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ສ້າງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jaya Ratnam ສະ​ເໜີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ນັກ​ສຶກ​ສາ 2 ປະ​ເທດ, ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ວິ​ສາ​ຫະ​ກິດ​ຂອງ 2 ຝ່າຍ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ, ຮ່ວມ​ມື, ປະ​ກອບ​ສ່ວນ​ຍົກ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ, ​ຫວຽດນາມ ​ເວົ້າລວມ.

ໄຊພອນ

ເຫດການ
302 Found

Found

The document has moved here.