ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ເອກອັກຄະລັດຖະທູດເດນມາກ ປະຈໍາ ຫວຽດນາມ

11:03 | 07/07/2022

ຕອນບ່າຍວັນທີ 4 ກໍລະກົດ, ຢູ່ຮ່າໂນ້ຍ, ຕາງໜ້າຄະນະປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ທ່ານ Kim Højlund Christensen ເອກອັກຄະລັດຖະທູດເດນມາກ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດ ຢູ່ຫວຽດນາມ.

ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ
ພົນເອກ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ພົນເອກ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ
ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ເອກອັກຄະລັດຖະທູດເດນມາກ ປະຈໍາ ຫວຽດນາມ
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານນາງ ຫງວຽນເຟືອງງາ ແລ້ວ, ໃນອາຍຸການຜ່ານມາ, ທ່ານ Kim Højlund Christensen ໄດ້ມີການປະກອບສ່ວນສໍາຄັນ ໃນການເພີ່ມທະວີ ແລະຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືລະຫວ່າງປະຊາຊົນສອງປະເທດຫວຽດນາມ-ເດນມາກ. ທ່ານ Kim Højlund Christensen ໄດ້ມານະພະຍາຍາມຊຸກຍູ້ສາຍພົວພັນສອງຝ່າຍລະຫວ່າງສອງປະເທດບົນພື້ນຖານທີ່ໄວ້ເນື້ອເຊື່ອໃຈ ແລະເຄົາລົບຜົນປະໂຫຍດ ເຊິ່ງກັນ ແລະກັນ. ສາຍພົວພັນຮ່ວມມືດັ່ງກ່າວພວມນັບມື້ນັບພັດທະນາຢ່າງແຮງ ແລະລົງເລິກໃນຫຼາຍຂົງເຂດ, ຄື: ເສດຖະກິດ, ການຄ້າ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທໍາ ແລະການພົວພັນລະຫວ່າງປະຊາຊົນ.

ແບ່ງປັນທີ່ພິທີ, ທ່ານ Kim Højlund Christensen ສະແດງຄວາມເປັນກຽດ ເມື່ອໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ”, ເຊິ່ງແມ່ນຂອງຂວັນສູງສົ່ງທີ່ສຸດຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.