ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງຊາດ” ໃຫ້ເອກອັກຄະລັດຖະທູດ ຮຸງກາຣີ ປະຈໍາ ຫວຽດນາມ

09:07 | 31/07/2022

ຍ​ສ​ໝ - ນີ້​ແມ່ນ​ລາງວັນ​ສູງ​ສຸດ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ເພື່ອ​ຮັບ​ຮູ້ ​ແລະ ຍ້ອງຍໍ​ບັນດາ​ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Ory Csaba.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ເອກອັກຄະລັດຖະທູດເດນມາກ ປະຈໍາ ຫວຽດນາມ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ເອກອັກຄະລັດຖະທູດເດນມາກ ປະຈໍາ ຫວຽດນາມ
ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ
ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງຊາດ” ໃຫ້ເອກອັກຄະລັດຖະທູດ ຮຸງກາຣີ ປະຈໍາ ຫວຽດນາມ
ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຫວຽດນາມ ​ໄດ້​ມອບ​ຫຼຽນ​ໄຊ “​ເພື່ອ​ສັນຕິພາບ ​ແລະ ມິດຕະພາບ​ລະຫວ່າງຊາດ” ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ຮຸງ​ກາຣີ ປະຈຳ ຫວຽດນາມ Ory Csaba (ພາ​ບ: dangcongsan.vn)

ວັນ​ທີ 28 ກໍລະກົດ 2022, ຢູ່​ຮ່າ​ໂນ້ຍ, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຫວຽດນາມ ​ໄດ້​ມອບ​ຫຼຽນ​ໄຊ “​ເພື່ອ​ສັນຕິພາບ ​ແລະ ມິດຕະພາບ​ລະຫວ່າງຊາດ” ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ຮຸງ​ກາຣີ ປະຈຳ ຫວຽດນາມ Ory Csaba.

ນີ້​ແມ່ນ​ລາງວັນ​ສູງ​ສຸດ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ເພື່ອ​ຮັບ​ຮູ້ ​ແລະ ຍ້ອງຍໍ​ບັນດາ​ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Ory Csaba.

ທີ່​ພິທີ​ມອບ​ລາງວັນ, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ, ​ໃນ​ຖານະ​ເປັນ​ເອກ​ອັກຄະ​ລັດຖະທູດ ຮຸງ​ກາຣີ ປະຈຳ ຫວຽດນາມ ​ແຕ່​ປີ 2015 ຮອດ​ປະຈຸ​ບັນ, ດ້ວຍ​ປະສົບ​ການ ​ແລະ ຄວາມສຸດ​ໃຈຂອງ​ຕົນ, ທ່ານ​ ​ເອກ​ອັກຄະ​ລັດຖະທູດ Ory Csaba ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ.

​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Ory Csaba, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ຫວຽດນາມ - ຮຸງ​ກາຣີ ບັນລຸ​ໄດ້ 1,3 ຕື້ USD ​ໃນ​ປີ 2020 (ສູງ​ກ່ວາ 4,7 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2017), ​ໃນ​ປີ 2021 ບັນລຸ 1,1 ຕື້ USD ​ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບຈາກໂລກລະບາດ Covid-19.

​ໃນ​ຂົງ​ເຂດ​ຮ່ວມ​ມື​ພັດທະນາ, ບັນດາ​ໂຄງການ​ນຳ​ໃຊ້​ເງິນ​ກູ້ ODA ຂອງ​ຮຸງ​ກາຣີ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ - ສັງຄົມ​ໃຫ້​ແກ່​ຊາວ ຫວຽດນາມ… ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກໍ່​ສະ​ເໜີ​ເພີ່ມ​ທຶນ​ການ​ສຶກ​ສາ ຮຸງ​ກາ​ຣີ ໃຫ້​ນັກ​ສຶກ​ສາ​ຫວຽດ​ນາມ ຈາກ 100 ເປັນ 200 ທຶນຕໍ່​ປີ, ​ເລີ່ມຕົ້ນ ແລະ ຊຸກ​ຍູ້​ການ​ພົວ​ພັນ​ແຮກ​ສ່ຽວ​ລະ​ຫວ່າງ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ.

ພິ​ເສດ​ແມ່ນ​ໃນ​ປີ 2021 ທີ່​ຜ່ານ​ມາ, ທ່ານ​ເອກ​ອັກຄະ​ລັດຖະທູດ Ory Csaba ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ໜູນ​ຊ່ວຍ​ຂອງ​ລັດຖະບານ ຮຸງ​ກາຣີ ​ໃຫ້​ແກ່ ຫວຽດນາມ ດ້ວຍ​ວັກ​ຊີນ AstraZeneca 256.000 ​ໂດ​ສ ​ແລະ ຊຸດກວດແບບ​ໄວ antigen 100.000 ຊຸດ, ຊ່ວຍ​ ຫວຽດນາມ ຮັບ​ມື​ກັບ​ໂລກ​ລະບາດ Covid-19.

ທ່ານ​ເອກ​ອັກຄະ​ລັດຖະທູດ Ory Csaba ​ເນັ້ນ​ໜັກ​ວ່າ: “ຂ້າພະ​ເຈົ້າ​ຢາກ​ກ່າວ​ວ່າ, ການ​ພົວພັນ​ມິດຕະພາບ​ຫວຽດນາມ - ຮຸງ​ກາຣີ ໄດ້​ຜ່ານ​ຜ່າສິ່ງ​ທົດ​ສອບ​ຫຼາຍ​ຢ່າງ ​ແລະ ພິສູດ​ໃຫ້​ເຫັນ​ໄດ້ເປັນ​ຢ່າງ​ດີ​ໃນ​ຊີວິດ​ຕົວ​ຈິງ, ສະນັ້ນ ຂ້າພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບຕໍ່​ການ​ພົວພັນ​ນີ້”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.