ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຮັບເອົາບັນດາວັດຖຸພັນ, ວັດຖຸບູຮານຈາກ FBI

07:41 | 11/08/2022

ຍສໝ - ຜູ້ຕາງໜ້າ FBI ​ໃຫ້​ຮູ້​ວ່າ, ​ໂດຍ​ຜ່ານ​ຂະ​ບວນການ​ສືບສວນ, ກອງສືບສວນສະກັດກັ້ນ, ຕ້ານອາດຊະຍາກໍາ​ວັດທະນະທຳ ​ແລະ ສິລະ​ປະ​ຂອງ FBI ​ໃນ​ປີ 2013 – 2014, ​ໃນເຫດຍຶດ​​ເອົາ​ວັດຖຸ​ບູຮານ​ວັດທະນະທຳ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ FBI ​ໄດ້​ຄົ້ນ​ພົບ ​ແລະ ຍຶດ​ເອົາ​ວັດຖຸ​ພັນ​ວັດ​ທະ​ນະ​ທຳ 7.000 ກວ່າ​ຢ່າງທີ່​ຖືກເກັບຮັກສາຢ່າງ​ຜິດ​ກົດໝາຍ​ໂດຍ​ພົນລະ​ເມືອງ​ອາ​ເມ​ລິ​ກາ.

ກຸ່ມບໍລິສັດ AIA (ອາເມລິກາ) ໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງຍາວນານໃຫ້ແກ່ການພັດທະນາຂອງ ຫວຽດນາມ ກຸ່ມບໍລິສັດ AIA (ອາເມລິກາ) ໃຫ້ຄຳໝັ້ນສັນຍາປະກອບສ່ວນຢ່າງຍາວນານໃຫ້ແກ່ການພັດທະນາຂອງ ຫວຽດນາມ
ສະຖານທູດ ຫວຽດນາມ ໄດ້ປະສົບຜົນສຳເລັດດີເລີດ ໃນວາລະດຳລົງຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ທີ່ Prague ສະຖານທູດ ຫວຽດນາມ ໄດ້ປະສົບຜົນສຳເລັດດີເລີດ ໃນວາລະດຳລົງຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ທີ່ Prague

ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ສະຖານທູດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຫງວຽນ​ກວກ​ຢຸງ ​ໄດ້​ເປັນ​ປະທານ​ພິທີ​ມອບ​ຮັບ​ບັນດາ​ວັດ​ຖຸພັນ ​ແລະ ວັດຖຸ​ບູຮານ​ຈຳນວນ​ໜຶ່ງ​ຈາກ​ກົມ​ສືບສວນ ອາ​ເມ​ລິ​ກາ (FBI) ​ໂດຍ​ມີ​ການ​ເປັນ​ສັກຂີ​ພິຍານ​ຂອງ​​ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງປ້ອງກັນ​ຄວາມສະຫງົບພາຍໃນ​​ອາ​ເມ​ລິ​ກາ ​ແລະ ບັນດາ​ອົງການ​ສື່​ມວນ​ຊົນ​ຫວຽດນາມ ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ ດີ​ຊີ, ອາ​ເມ​ລິ​ກາ.

ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຮັບເອົາບັນດາວັດຖຸພັນ, ວັດຖຸບູຮານຈາກ FBI
ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຮັບເອົາບັນດາວັດຖຸພັນ, ວັດຖຸບູຮານຈາກ FBI. ພາບ: TTXVN

ກ່າວ​ຄຳ​ເຫັນ​ທີ່ພິທີ, ຜູ້ຕາງໜ້າ FBI ​ໃຫ້​ຮູ້​ວ່າ, ​ໂດຍ​ຜ່ານ​ຂະ​ບວນການ​ສືບສວນ, ກອງສືບສວນສະກັດກັ້ນ, ຕ້ານອາດຊະຍາກໍາ​ວັດທະນະທຳ ​ແລະ ສິລະ​ປະ​ຂອງ FBI ​ໃນ​ປີ 2013 – 2014, ​ໃນເຫດຍຶດ​​ເອົາ​ວັດຖຸ​ບູຮານ​ວັດທະນະທຳ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ FBI ​ໄດ້​ຄົ້ນ​ພົບ ​ແລະ ຍຶດ​ເອົາ​ວັດຖຸ​ພັນ​ວັດ​ທະ​ນະ​ທຳ 7.000 ກວ່າ​ຢ່າງທີ່​ຖືກເກັບຮັກສາຢ່າງ​ຜິດ​ກົດໝາຍ​ໂດຍ​ພົນລະ​ເມືອງ​ອາ​ເມ​ລິ​ກາ.

ຜູ້​ນີ້​ກ່ອນເສຍຊີວິດ​ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ສົ່ງ​ຄືນວັດຖຸພັນ ແລະ ວັດ​ຖຸ​ບູ​ຮານ​ວັດ​ທະ​ນະ​ທຳ​ໃຫ້​ແກ່​ຊຸມ​ຊົນ ແລະ ປະ​ເທດ​ຕົ້ນ​ກຳ​ເນີດ.

ພາຍຫຼັງການແບ່ງປະເພດ, ເກັບຮັກສາ ແລະ ສົມທົບກັນປະເມີນກັບຜູ້ຊ່ຽວຊານ ເພື່ອກຳນົດແຫຼ່ງກຳເນີດຂອງວັດຖຸພັນ ແລະ ວັດຖຸບູຮານດັ່ງກ່າວ, FBI ໄດ້ກວດພົບວັດຖຸບູຮານຂອງຫວຽດນາມ ຈໍານວນໜຶ່ງ, ລະອຽດຄື: ໝໍ້ໜຶ້ງ 1 ໜ່ວຍ, ເຄື່ອງມື 1 ຊຸດ ລວມມີ ທອງແດງ 8 ປ່ຽງ ແລະ ຂວານຫີນ 1 ອັນ ເຊິ່ງຍັງບໍ່ທັນກຳນົດໄດ້ວ່າຢູ່ໃນຍຸກສະໄໝໃດ ແລະ ຢາກສົ່ງ​ກັບ​ຄືນ​ໃຫ້​ລັດ​ຂອງ​ຫວຽດ​ນາມ​.

ບູນມີ

ເຫດການ
302 Found

Found

The document has moved here.