ສະຖານທູດ ຫວຽດນາມ ໄດ້ປະສົບຜົນສຳເລັດດີເລີດ ໃນວາລະດຳລົງຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ທີ່ Prague

09:09 | 30/06/2022

ຍສໝ-ຕາມ​ຂໍ້​ມູນ​ຈາກສະຖານທູດ​ ຫວຽດນາມ ປະຈຳ​ ເຊັກ, ສະຖານທູດ​ຫວຽດນາມ ​ຫາກໍເປັນປະທານ​ກອງ​ປະຊຸມ​ຄັ້ງ​ທີ 22 ​ຄະນະ​ກຳມະການ​ ອາ​ຊຽນ ຢູ່ Prague (ACP) ຢ່າງ​ສຳ​ເລັດ​ຜົນ ​ແລະ ພິທີ​ມອບ​ຮັບ​ຕຳ​ແໜ່​ງປະທານໃຫ້ແກ່ສະຖານທູດ​ ອິນ​ໂດ​ເນ​ເຊຍ ​ໃນ​ວາລະຕໍ່ໄປ.

VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ
ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ
ສະຖານທູດ ຫວຽດນາມ ໄດ້ປະສົບຜົນສຳເລັດດີເລີດ ໃນວາລະດຳລົງຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ທີ່ Prague
ສະຖານທູດ ຫວຽດນາມ ໄດ້ປະສົບຜົນສຳເລັດດີເລີດ ໃນວາລະດຳລົງຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ທີ່ Prague ( ພາບ: ສະຖານທູດ ຫວຽດນາມ ປະຈໍາ ເຊັກ)

ທີ່​ກອງ​ປະຊຸມ​ດັ່ງກ່າວ ມີການເຂົ້າຮ່ວມຂອງບັນດາທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້ຕາງໜ້າ​ບັນດາ​ສະຖານທູດ​ຂອງ​ຄະນະ​ກຳມະການ​ອາ​ຊຽນ ປະຈຳ​ Prague ລວມມີ: ​ໄທ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ມຽນມາ, ຟີ​ລິບ​ປິນ.

ໃນການ​ເປັນປະທານ​ກອງ​ປະຊຸມ, ທ່ານ ເອກອັກຄະລັດຖະທູດ ​ຜູ້​ມີ​ອຳນາດ​ເຕັມ​ ແຫ່ງ ​ສສ.ຫວຽດນາມ ປະຈຳ ສາທາລະນະ​ລັດ ເຊັກ​ ທ໋າຍຊວນ​ຢູງ ​ໄດ້​ສຸມ​ໃສ່​ປຶກສາ​ຫາລືກ່ຽວກັບ​ບັນດາ​ບັນຫາ​ສຳຄັນ ​ລວມ​ມີ: ​ລາຍ​ງານ​ສັງ​ລວມບັນດາ​ຈຸດ​ເດັ່ນ​ຂອງ​ສະພາບ​ການ​ເມືອງ, ​ເສດຖະກິດ - ສັງຄົມ, ການ​ຕ່າງປະ​ເທດ ​ແລະ ການປ້ອງ​ກັນ​ປະ​ເທດ ສາທາລະນະລັດ ເຊັກ​ ໃນ 6 ເດືອນ​ຕົ້ນ​ປີ 2022; ລາຍງານສະພາບການພັດທະນາຂອງບັນດາປະເທດອາຊຽນ; ຕີ​ລາຄາ​ໝາກຜົນຂອງ​ການ​ເຄື່ອນ​ໄຫວ​ທົ່ວ​ໄປ​ຂອງ ACP ​ໃນວາລະ​ດຳລົງ​ຕຳ​ແໜ່​ງເປັນປະທານ ACP ຂອງ ຫວຽດນາມ ​ແລະ ສະ​ເໜີ​ບັນດາ​ແຜນການ​ເຄື່ອນ​ໄຫວ​ໃນ ເຄິ່ງ​ທ້າຍ​ປີ 2022.

ທ່ານ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ ອາ​ຊຽນ ກໍຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ອັນ​ອຸດົມສົມບູນ ​ແລະ ມີ​ປະສິດທິ​ຜົນ​ສູງ​ຂອງ ACP ​ໃນ​ວາລະດໍາລົງຕໍາແໜ່ງ​ເປັນ​ປະທານ​ຂອງ​ສະຖານທູດ ຫວຽດນາມ, ພິ​ເສດ​ແມ່ນ​ຈິດໃຈຕັ້ງໜ້າ, ເປັນເຈົ້າການ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ສະຖານທູດ ຫວຽດນາມ ​ເມື່ອ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ ​ແລະ ການ​ຮ່ວມ​ມື ​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ​ກັບເພື່ອນ​ມິດ​ປະຈໍາຖິ່ນ ​ ​ແລະ ຕ່າງປະ​ເທດຢ່າງທັນການ ພາຍຫຼັງທີ່ຢຸດ​ສະ​ງັກ​ມາ​ເປັນ​ເວລາ​ດົນ​ ​ຍ້ອນ​ພະຍາດ​ໂຄ​ວິດ-19.

ໃນ​ສະພາບ​ທີ່ ເຊັກ​ ດໍາລົງຕໍາແໜ່ງເປັນ​ປະທານ​ໝູນວຽນ​ຂອງ​ສະຫະພາບ ​ເອີ​ລົບ (EU) ​ໃນ 6 ​ເດືອນ​ທ້າຍ​ປີ 2022, ບັນດາ​ຂໍ້ລິເລີ່ມການເປີດກວ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ເຊັກ​ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການໂຄສະນາ ​ແລະ ​ຍົກສູງ​ຄວາມ​ຮູ້ກ່ຽວ​ກັບ ​ອາ​ຊຽນ ຢູ່ ເຊັກ, ​ເພີ່ມ​ກາລະ​ໂອກາດ​ຮ່ວມ​ມືພ້ອມກັນພັດທະນາ. ຕາງໜ້າ​ບັນດາ​ປະ​ເທດ ອາ​ຊຽນ ກໍສົ່ງຄໍາ​ຊົມ​ເຊີຍມາຍັງ ຫວຽດນາມ ​ທີ່ໄດ້ປະສົບຜົນສຳເລັດດີເລີດໃນບົດບາດດໍາລົງຕໍາແໜ່ງ​ເປັນ​ປະທານ ACP ​ໃນ 6 ​ເດືອນ​ຕົ້ນ​ປີ 2022.

​ພິທີມອບຮັບແມ່ນໄດ້ດໍາເນີນພາຍຫຼັງພິທີສະຫຼຸບ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ທ໋າຍຊວນຢູງ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ມອບ​ ຕໍາແໜ່ງ​ປະທານ ACP ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ Kenssy D. Ekaningsih, ພ້ອມ​ກັນ​ນັ້ນ ກໍ​ສົ່ງ​ຄໍາອວຍພອນ ​ແລະ ​ເນັ້ນ​ໜັກວ່າ​ ພ້ອມທີ່ຈະ​ສືບ​ຕໍ່​ໜູນຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ACP ​ໃນ​ວາລະດຳລົງ​ຕຳ​ແໜ່​ງເປັນປະທານ ACP ຂອງ ອິນ​ໂດ​ເນ​ເຊຍ.

ຫອມມາລາ

ເຫດການ
302 Found

Found

The document has moved here.