ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ

14:15 | 30/06/2022

ຍສໝ-ວັນທີ 27 ມິຖຸນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝະລັ່ງ ດິງຕວານທັ໋ງ ໄດ້ໃຫ້ການພົບປະຢ່າງສະໜິດສະໜົມກັບເຈົ້າແຂວງນະຄອນ Verrières-le-Buisson - ທ່ານ Francois Guy Trébulle ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືລະຫວ່າງສອງຝ່າຍພ້ອມທັງກະກຽມໃຫ້ບັນດາກິດຈະກໍາທີ່ສົມທົບ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນ​ເຊັນ​ສັນຍາ​ປາຣີ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ ​ແລະ ຟື້ນ​ຟູ​ສັນຕິພາບ​ຢູ່ ຫວຽດນາມ.

ສະຖານທູດ ຫວຽດນາມ ໄດ້ປະສົບຜົນສຳເລັດດີເລີດ ໃນວາລະດຳລົງຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ທີ່ Prague ສະຖານທູດ ຫວຽດນາມ ໄດ້ປະສົບຜົນສຳເລັດດີເລີດ ໃນວາລະດຳລົງຕຳແໜ່ງເປັນປະທານຄະນະກຳມະການ ອາຊຽນ ທີ່ Prague
ພົນເອກ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ພົນເອກ ຟານວັນຢາງ ຕ້ອນຮັບເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ
ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝະລັ່ງ ດິງຕວານທັ໋ງ ໄດ້ໃຫ້ການພົບປະຢ່າງສະໜິດສະໜົມກັບເຈົ້າແຂວງນະຄອນ Verrières-le-Buisson - ທ່ານ Francois Guy Trébulle ( ພາບ: ສະຖານທູດ ຫວຽດນາມ ປະຈໍາ ຝລັ່ງ)

ນະຄອນ Verrieres-le-Buisson ມີເຮືອນເລກທີ 49 (ປະຈຸບັນແມ່ນເລກທີ 17) ຖະໜົນ Cambacérèsເຊິ່ງເປັນບ່ອນທີ່ ທ່ານນາງ ຫງວຽນທິບິງ ເວລານັ້ນເປັນລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະລັດຖະບານ ປະຕິວັດຊົ່ວຄາວ ພາກໃຕ້ ຫວຽດນາມ ແລະ ສະມາຊິກຈໍານວນໜຶ່ງຂອງຄະນະ ໄດ້ພັກເຊົາ​ແຕ່​ປີ 1968-1973 ​ເພື່ອ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຄັ້ງປະຫວັດສາດ​ທີ່ມຸ່ງໄປສູ່ການເຊັນ​ສັນຍາ​ປາຣີ. ເຮືອນ​ຫຼັງນັ້ນ ໂດຍແມ່ນ​ບັນດາ​ສະມາຊິກ​ພັກ​ກອມ​ມູນິດ​ຝະລັ່ງ ໄດ້​ແນະນຳ​ໃຫ້​ຄະນະ​ ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຕວານທັ໋ງ ສະແດງຄວາມປະທັບໃຈ ແລະ ຕີລາສູງຕໍ່ບັນດາການປະກອບສ່ວນຂອງອຳນາດການປົກຄອງ ແລະ ສະມາຄົມຄົ້ນຄວ້າປະຫວັດສາດ Verrières-le-Buisson ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນເຊັນສັນຍາ​ປາຣີ ໃນປີ 2013.

ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ນະຄອນ Verrières-le-Buisson ຈະສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ແນວ​ຄວາມ​ຄິດ ແລະຮ່ວມແຮງກັບ ຫວຽດນາມ ​ຈັດຕັ້ງບັນດາກິດຈະກໍາ ເນື່ອງໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50ປີ​ແຫ່ງ​ວັນ​ເຊັນ​ສັນຍາທີ່ມີຄວາມໝາຍ​ປະຫວັດສາດ​ນີ້ຢ່າງສໍາເລັດຜົນ.

ທ່ານເຈົ້າແຂວງ François Guy Trébulle ສະແດງຄວາມດີໃຈ ທີ່ນະຄອນ ຍາມໃດກໍແມ່ນສ່ວນໜຶ່ງຂອງປະຫວັດສາດແຫ່ງການຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດຂອງຫວຽດນາມ.

ທ່ານ ​Trébulle ຢືນຢັນ​ຈະສະຫງວນຄວາມ​ສົນ​ໃຈ​ ​ແລະ ສົມທົບກັນຢ່າງແໜ້ນແຟ້ນ​ກັບ​ສະຖານທູດ​ຫວຽດນາມ ເພື່ອຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ, ເຫດການ​ສະ​ເຫຼີ​ມສະຫຼອງ​ການ​ເຊັນສັນຍາ​ປາຣີ ຢູ່​ນະຄອນ, ​ກໍຄືເພື່ອມຸ່ງ​ໄປ​ເຖິງ​ບັນດາຂີດໝາຍພິເສດຂອງການພົວພັນ​ລະຫວ່າງສອງປະເທດ ຫວຽດນາມ ​ແລະ ຝລັ່ງ ໃນປີ 2023.

ຫອມມາລາ

ເຫດການ
302 Found

Found

The document has moved here.