ຫວຽດ​ນາມ - ອີ​ຣານ ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ຜ່ານ​ຊ່ອງ​ທາງວັດ​ທະ​ນະ​ທຳ

19:00 | 17/07/2022

ຍ​ສ​ໝ - ແຂກ​ທ່ອງ​ທ່ຽວ​ເຂົ້າ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ໄດ້​ຮັບ​ຊົມ​ຊຸດ​ສະ​ສົມ​ທີ່​ດີ​ເດັ່ນ​ ເຫັນ​ໄດ້​ການ​ປະ​ສານ​ປະ​ສົມ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ບັນ​ດາ​ເຄື່ອງ​ຫັດ​ຖະ​ກຳ​ທີ່​ມີ​ຄຸນຄ່າ ແລະ ບັນ​ດາ​ພາບ​ຖ່າຍ​ທີ່ໄດ້​ຮັບ​ການ​ສະ​ສົມ​ຈາ​ກ​ເຂດ​ຕ່າງໆ​ຢູ່ອີ​ຣານ ໂດຍ​ແມ່ນ​ບ້ານ​ເກີດ​ເມືອງນອນ​ຂອງ​ບັນ​ດາ​ພື້ນ​ຖານອະລິຍະທຳທີ່​ຍິ່ງ​ໃຫຍ່ ແລະ ຍາວ​ນານ​ມີ່​ສຸດ​ໃນ​ໂລກ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022: ພ້ອມ​ກັນ​ດຳ​ເນີນ​ຢູ່ 9 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2022: ພ້ອມ​ກັນ​ດຳ​ເນີນ​ຢູ່ 9 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ
ລາງວັນ U19 ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2022: U19 ຫວຽດ​ນາມ ແລະ U19 ໄທ ສະ​ເໝີ​ກັນ ພ້ອມ​ກັນ​ເຂົ້າ​ຮອບ​ຊີງ​ຮອງ​ຊະ​ນະ​ເລີດ ລາງວັນ U19 ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2022: U19 ຫວຽດ​ນາມ ແລະ U19 ໄທ ສະ​ເໝີ​ກັນ ພ້ອມ​ກັນ​ເຂົ້າ​ຮອບ​ຊີງ​ຮອງ​ຊະ​ນະ​ເລີດ
ຫວຽດ​ນາມ - ອີ​ຣານ ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ຜ່ານ​ຊ່ອງ​ທາງວັດ​ທະ​ນະ​ທຳ
ພິ​ທີ​ໄຂ​ງານ​ວາງ​ສະ​ແດງ (ພາບ: ແອັງ​ເຊີນ)

ສະ​ຖານ​ທູດ ອີ​ຣານ ​ປະ​ຈຳ​ຫວຽດ​ນາມ ຫາ​ກໍ່​ສົມ​ທົບ​ກັບ​ອົງ​ການ​ວັດ​ທະ​ນະ​ທຳ ແລະ ການ​ພົວ​ພັນ​ອິດ​ສະ​ລາມ ອີ​ຣານ, ຫໍ​ພິ​ພິ​ທະ​ພັນ​ຊົ​ນ​ເຜົ່າ​ວິ​ທະ​ຍາ ຫວຽດ​ນາມ ຈັດ​ຕັ້ງ​ການ​ໄຂ​ງານ​ວາງ​ສະ​ແດງ “ມໍ​ລະ​ດົກ​ສິ​ລະ​ປະ​ອີ​ຣານ, ຕົ້ນ​ກຳ​ເນີນ​ຂອງ​ພື້ນ​ຖານອະລິຍະທຳ”.

ທີ່​ພິ​ທິ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຣານ ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ: ງ​ານ​ວາງ​ສະ​ແດງ​ໄດ້​ຈັດ​ຕັ້ງ​ໃນ​ຈຸດ​ເວ​ລາ ສອງ​ປະ​ເທດ ພວມ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ໃນ​ປີ 2023. ງານ​ວາງ​ສະ​ແດງ​ເຮັດ​ໃຫ້​ມະ​ຫາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່​ວາ​ອີກ ກ່ຽວ​ກັບ​ຄວາມ​ພົ້​ນ​ເດັ່ນ​ຂອງ​ມໍ​ລະ​ດົກ​ສີ​ລະ​ປະ​ອີ​ຣານ, ຕົ້ນ​ກຳ​ເນີນ​ຂອງ​ພື້ນ​ຖານ​ອະລິຍະທຳ, ປະ​ຫວັດ​ຄວາມ​ເປັນ​ມາ ແລະ ຄວາມ​ອຸ​ດົມ​ສົມ​ບູນ​ຂອງວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ອີ​ຣານ, ພ້ອມ​ທັງ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ລະ​ຫວ່າງ ອີ​ຣານ ແລະ ຫວຽດ​ນາມ.

ແຂກ​ທ່ອງ​ທ່ຽວ​ເຂົ້າ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ໄດ້​ຮັບ​ຊົມ​ຊຸດ​ສະ​ສົມ​ທີ່​ດີ​ເດັ່ນ​ ເຫັນ​ໄດ້​ການ​ປະ​ສານ​ປະ​ສົມ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ບັນ​ດາ​ເຄື່ອງ​ຫັດ​ຖະ​ກຳ​ທີ່​ມີ​ຄຸນຄ່າ ແລະ ບັນ​ດາ​ພາບ​ຖ່າຍ​ທີ່ໄດ້​ຮັບ​ການ​ສະ​ສົມ​ຈາ​ກ​ເຂດ​ຕ່າງໆ​ຢູ່ອີ​ຣານ ໂດຍ​ແມ່ນ​ບ້ານ​ເກີດ​ເມືອງນອນ​ຂອງ​ບັນ​ດາ​ພື້ນ​ຖານອະລິຍະທຳທີ່​ຍິ່ງ​ໃຫຍ່ ແລະ ຍາວ​ນານ​ມີ່​ສຸດ​ໃນ​ໂລກ.

ງານ​ວາງ​ສະ​ແດງ​ຈະ​ເປີດ​ປະ​ຕູ​ແຕ່ ເວ​ລາ 8 ໂມ​ງ 30 ນາ​ທີ ຫາ​ເວ​ລາ 17 ໂມງ 30ນາ​ທີ ທຸກວັນ ​ຍົກ​ເວັ້ນ​ວັນ​ຈັນ, ເລີ່ມ​ແຕ່​ວັນ​ທີ 13 ກໍ​ລະ​ກົດ ຫາ​ວັນ​ທີ 31 ກໍ​ລະ​ກົດ​ຢູ່​ຫໍ​ພິ​ພິ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ຫວຽດ​ນາມ (ຕາ​ແສງ​ເງິຍ​ໂດ, ເມືອງ​ເກົ່າ​ເຢິຍ, ນະ​ຄອນ​ຮ່າ​ໂນ້ຍ).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.