ງານວາງສະແດງ “ມໍລະດົກວັດທະນະທຳ ຫວຽດນາມ”

11:42 | 10/07/2022

ງານວາງສະແດງກໍ່ແນະນຳບັນດາຜະລິດຕະພັນຂອງອາຊີບຫັດຖະກຳທີ່ເປັນມູນເຊື້ອ, ເຊີດຊູຜະລິດຕະພັນດີເດັ່ນຂອງບັນດານັກສິລະປິນ, ໝູ່ບ້ານອາຊີບຫັດຖະກຳ...

ງານວາງສະແດງ “ຄວາມງາມຂອງ ຫວຽດນາມ” ຢູ່ ລາວ ງານວາງສະແດງ “ຄວາມງາມຂອງ ຫວຽດນາມ” ຢູ່ ລາວ
ງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ” - ການສັງເກດລວມກ່ຽວກັບຊຸດອາພອນພະລາສະວັງໃນເມື່ອກ່ອນ ງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ” - ການສັງເກດລວມກ່ຽວກັບຊຸດອາພອນພະລາສະວັງໃນເມື່ອກ່ອນ
ການສະແດງສິລະປະທີ່ພິທີໄຂ (ພາບ: TTXVN)
ການສະແດງສິລະປະທີ່ພິທີໄຂ (ພາບ: TTXVN)

ງານວາງສະແດງ “ມໍລະດົກວັດທະນະທຳ ຫວຽດນາມ” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 8 ກໍລະກົດ, ຢູ່ນະຄອນ ໂຫ້ຍອານ, ແຂວງ ກ໋ວາງນາມ. ມີເກືອບ 30 ແຂວງ, ນະຄອນໃນທົ່ວປະເທດໄດ້ເຂົ້າຮ່ວມງານວາງສະແດງ. ເຫດການໂດຍກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວສົມທົບກັບຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ ຈັດຕັ້ງ, ເພື່ອແນໃສ່ຂ່ຳນັບຮັບຕ້ອນປີທ່ອງທ່ຽວແຫ່ງຊາດ ກ໋ວາງນາມ 2022 ດ້ວຍຫົວຂໍ້ວ່າ “ກ໋ວາງນາມ - ຈຸດນັດພົບທ່ອງທ່ຽວຂຽວ”.

ງານວາງສະແດງກໍ່ແນະນຳບັນດາຜະລິດຕະພັນຂອງອາຊີບຫັດຖະກຳທີ່ເປັນມູນເຊື້ອ, ເຊີດຊູຜະລິດຕະພັນດີເດັ່ນຂອງບັນດານັກສິລະປິນ, ໝູ່ບ້ານອາຊີບຫັດຖະກຳ; ຜ່ານນັ້ນໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນການທ່ອງທ່ຽວໝູ່ບ້ານອາຊີບ, ເປີດກ້ວາງການພົວພັນລະຫວ່າງບັນດາໝູ່ບ້ານອາຊີບ, ລະຫວ່າງຜູ້ຜະລິດກັບແຂກທ່ອງທ່ຽວ. ບາງເນື້ອໃນທີ່ປະທັບໃຈພໍສົມຄວນແມ່ນ

ງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ການເດີນທາງຜ່ານບັນດາເຂດມໍລະດົກ ຫວຽດນາມ” ທີ່ໄດ້ແນະນຳກ່ຽວກັບບັນດາມໍລະດົກທີ່ອົງການ UNESCO ເຊີດຊູ, ເຂດປູຊະນີຍະສະຖານປະຫວັດສາດ ທັດສະນີຍະພາບ, ບັນດາປູຊະນີຍະສະຖານລະດັບຊາດພິເສດ, ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດດ້ວຍຮູບຖ່າຍສິລະປະ 160 ແຜ່ນທີ່ໄດ້ນຳມາວາງສະແດງ.

ເຫດການທີ່ພົ້ນເດັ່ນຂອງງານວາງສະແດງແມ່ນລາຍການພົບປະແລກປ່ຽນສະແດງສິລະປະທີ່ເປັນມູນເຊື້ອ “ສີສັນມໍລະດົກ” ໄດ້ຈັດຂຶ້ນປະຈຳວັນ.

ງານວາງສະແດງ “ມໍລະດົກວັດທະນະທຳ ຫວຽດນາມ” ຢູ່ແຂວງ ກ໋ວາງນາມ ຈະແກ່ຍາວຮອດວັນທີ 13 ກໍລະກົດ 2022.

vovworld.vn

ເຫດການ
302 Found

Found

The document has moved here.