ງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ” - ການສັງເກດລວມກ່ຽວກັບຊຸດອາພອນພະລາສະວັງໃນເມື່ອກ່ອນ

09:22 | 30/06/2022

ຍສໝ - ງານວາງສະແດງລວມມີ 3 ຫົວຂໍ້: ຊຸດອາພອນລາດຊະວົງ; ຊຸດອາພອນ ເຈົ້ານາຍ, ທະຫານ; ຊຸດອາພອນຜູ້ເສັງໄດ້ຄະແນນສູງສຸດ. ດ້ວຍເອກະສານ, ພາບຖ່າຍ, ວັດຖຸພັນ, ຊຸດອາພອນໃນປະຊາຊົນທຸກຊັ້ນຄົນໃນສະໄໝເຈົ້າຊີວິດ ຫງວຽນ ກວ່າ 120 ຢ່າງ.

ປະເທດລາວ: ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຈະຈັດຂຶ້ນກາງເດືອນສິງຫາ ປະເທດລາວ: ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຈະຈັດຂຶ້ນກາງເດືອນສິງຫາ
ງານວາງສະແດງ ຮູບພາບ “ນໍ້າໃຈມິດຕະພາບ ຫວຽດນາມ - ໝັ້ນຄົງທະນົງແກ່ນຈົນຊົ່ວກາລະນານ” ແລະ “ສອງເອື້ອຍນ້ອງ - ສອງແນວຮົບ” ງານວາງສະແດງ ຮູບພາບ “ນໍ້າໃຈມິດຕະພາບ ຫວຽດນາມ - ໝັ້ນຄົງທະນົງແກ່ນຈົນຊົ່ວກາລະນານ” ແລະ “ສອງເອື້ອຍນ້ອງ - ສອງແນວຮົບ”

ຕອນບ່າຍວັນທີ 27 ມິຖຸນາ, ຢູ່ສູນສິລະປະ ເລບາດາງ ຂຶ້ນກັບຫໍພິພິຕະພັນ ວິຈິດສິນ ເຫ້ວ ໄດ້ດຳເນີນງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ”. ງານວາງສະແດງໄດ້ຈັດຂຶ້ນໃນສັບປະດາ Festival ເຫ້ວ 2022.

ງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ” - ການສັງເກດລວມກ່ຽວກັບຊຸດອາພອນພະລາສະວັງໃນເມື່ອກ່ອນ
ງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ” - ການສັງເກດລວມກ່ຽວກັບຊຸດອາພອນພະລາສະວັງໃນເມື່ອກ່ອນ. ພາບ: TTXVN

ງານວາງສະແດງລວມມີ 3 ຫົວຂໍ້: ຊຸດອາພອນລາດຊະວົງ; ຊຸດອາພອນ ເຈົ້ານາຍ, ທະຫານ; ຊຸດອາພອນຜູ້ເສັງໄດ້ຄະແນນສູງສຸດ. ດ້ວຍເອກະສານ, ພາບຖ່າຍ, ວັດຖຸພັນ, ຊຸດອາພອນໃນປະຊາຊົນທຸກຊັ້ນຄົນໃນສະໄໝເຈົ້າຊີວິດ ຫງວຽນ ກວ່າ 120 ຢ່າງ. ລະບອບຊຸດອາພອນເຊິ່ງສະໄໝເຈົ້າຊີວິດ ຫງວຽນ ໄດ້ວາງອອກຂໍ້ກຳນົດທີ່ເຄັ່ງຄັດສຳລັບແຕ່ລະຂັ້ນໃນສັງຄົມ.

ທ່ານນາງ ດິງທິຮ່ວາຍຈາຍ, ຫົວໜ້າຫໍພິພິຕະພັນວິຈິດສິນ ເຫ້ວ, ໃຫ້ຮູ້ວ່າ: “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ ເຂັ້ມຂຸ້ນໄປດ້ວຍລັກສະນະປະຫວັດສາດ ແລະ ມີຄວາມໝາຍໃຫຍ່ຫຼວງກ່ຽວກັບວັດທະນະທຳ, ພ້ອມທັງແມ່ນມໍລະດົກ ທີ່ເປັນເອກະລັກສະເພາະຂອງຊາດ ຫວຽດນາມ. ຜ່ານງານວາງສະແດງ, ພວກຂ້າພະເຈົ້າປາດຖະໜາຢາກນຳມາໃຫ້ມະຫາຊົນການສັງເກດລວມກ່ຽວກັບຊຸດອາພອນພະລາຊະວັງສະໄໝເຈົ້າຊີວິດ ຫງວຽນ. ມີຄວາມຮູ້ຢ່າງເລິກເຊິ່ງ ກວ່າກ່ຽວກັບຊຸດອາພອນພະລາຊະວັງສະໄໝເຈົ້າຊີວິດ ຫງວຽນ, ຈາກນັ້ນ, ປະກອບສ່ວນເຊີດຊູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ ຈຸດຄວາມງາມ ທີ່ເປັນເອກະລັກສະເພາະຂອງຊຸດອາພອນພະລາຊະວັງຂອງ ຫວຽດນາມ”.

ງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ” ເປີດປະຕູຮອດ ວັນທີ 7 ກໍລະກົດ 2022.

ບູນມີ

ເຫດການ
302 Found

Found

The document has moved here.