ໄຂ​ກອງ​ປະ​ຊຸມທົ່ວປະເທດ​ກ່ຽວ​ກັບ​ວຽກງານພົວພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2022

16:55 | 07/07/2022

ຍສໝ - ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ລະບົບ​ສະຫະພັນ​ມິດຕະພາບ ກໍ່ຄື​ແຕ່ລະ​ອົງການ​ສະມາຊິກ​ຕີ​ລາຄາ​ຄືນ​ການ​ເຄື່ອນ​ໄຫວ, ການກໍ່ສ້າງ ແລະ ຜັນ​ຂະຫຍາຍ ​ຍຸດ​ທະ​ສາດ, ​ແຜນການ ​ແລະ ​ໂຄງການດໍາເນີນງານວຽກງານ​ພົວພັນຕ່າງປະເທດ​ປະຊາຊົນ. ໝາກຜົນ​ຂອງ​ກອງ​ປະຊຸມ​ຍັງ​​ຊ່ວຍ​ໃຫ້​ອົງການ​ປະຈຳ ໄດ້​​ສັງ​ລວມ, ​ເປັນເສນາທິການ ​ແລະ ສະເໜີ​ແນະ​ໃຫ້​ບັນດາ​ການ​ນຳ​ຂອງ​ພັກ, ລັດ, ບັນດາ​ຄະນະ, ກະຊວງ, ຂະແໜງການ, ​ຄະນະພັກ ​ແລະ ອໍານາດການປົກຄອງທ້ອງ​ຖິ່ນ;...

ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ
ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

ວັນ​ທີ 7 ກໍລະກົດ​, ຢູ່​ກາວ​ບັ່ງ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ໄດ້​ໄຂ​ກອງ​ປະ​ຊຸມທົ່ວປະເທດ​ກ່ຽວ​ກັບ​ວຽກງານພົວພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ ​ປີ 2022, ມີຫຼາຍ​ບັນຫາ​ສຳຄັນ​ຈະ​ໄດ້​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ ​ແລະ ຊອກ​ຫາ​ມາດຕະການ​ແກ້​ໄຂ​ເພື່ອ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ.

ໄຂ​ກອງ​ປະ​ຊຸມທົ່ວປະເທດ​ກ່ຽວ​ກັບ​ວຽກງານພົວພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2022
ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ກ່າວຄໍາເຫັນໄຂກອງ​ປະຊຸມ. ພາບ: thoidai.com.vn

ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 200 ທ່ານ​ທີ່​ມາ​ຈາກ​ບັນດາ​ອົງການ​ສະມາຊິກຂັ້ນ​ສູນ​ກາງ, ສະຫະພັນ​ມິດຕະພາບຂັ້ນ​ທ້ອງ​ຖິ່ນ, ​ແລະ ຜູ້ຕາງໜ້າ​ບັນດາຄະນະ, ຫົວໜ່ວຍ, ພະນັກງານ​ຂອງ​ຄະນະ​ປະຈຳ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ.

ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ຈະ​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ໂລກ, ພາກ​ພື້ນ, ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ, ວຽກງານ​ພົວພັນຕ່າງປະ​ເທດ​ປະຊາຊົນ ​ແລະ ກ່ຽວກັບ​ຮູບ​ແບບ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບຂັ້ນ​ທ້ອງ​ຖິ່ນ; ປຶກສາຫາລືເປັນກຸ່ມກ່ຽວກັບຮ່າງໂຄງ ການດໍາເນີນງານງານເພື່ອປະຕິບັດຄໍາສັ່ງ 12-CT/TW...

undefined
ກອງ​ປະຊຸມດຶງດູດການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 200 ທ່ານ. ພາບ: thoidai.com.vn

ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ລະບົບ​ສະຫະພັນ​ມິດຕະພາບ ກໍ່ຄື​ແຕ່ລະ​ອົງການ​ສະມາຊິກ​ຕີ​ລາຄາ​ຄືນ​ການ​ເຄື່ອນ​ໄຫວ, ການກໍ່ສ້າງ ແລະ ຜັນ​ຂະຫຍາຍ ​ຍຸດ​ທະ​ສາດ, ​ແຜນການ ​ແລະ ​ໂຄງການດໍາເນີນງານວຽກງານ​ພົວພັນຕ່າງປະເທດ​ປະຊາຊົນ. ໝາກຜົນ​ຂອງ​ກອງ​ປະຊຸມ​ຍັງ​​ຊ່ວຍ​ໃຫ້​ອົງການ​ປະຈຳ ໄດ້​​ສັງ​ລວມ, ​ເປັນເສນາທິການ ​ແລະ ສະເໜີ​ແນະ​ໃຫ້​ບັນດາ​ການ​ນຳ​ຂອງ​ພັກ, ລັດ, ບັນດາ​ຄະນະ, ກະຊວງ, ຂະແໜງການ, ​ຄະນະພັກ ​ແລະ ອໍານາດການປົກຄອງທ້ອງ​ຖິ່ນ;...

ກ່ອນ​ໜ້າ​ນັ້ນ, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ກວດກາ​ຄືນ​ວຽກ​ງານ 6 ​ເດືອນ​ຕົ້ນ​ປີ ​ແລະ ປະຕິບັດ​ວຽກ​ງານ 6 ​ເດືອນ​ທ້າຍ​ປີ 2022. ​​ໝາກຜົນ​ດີ​ຫຼາຍ​ຢ່າງ​ທີ່​ໄດ້​ແບ່ງປັນ​ຢູ່​ທີ່​ນີ້ ​ເຊັ່ນ: ວຽກງານສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ. ເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບຂອງກິດຈະກໍາ; ວຽກ​ງານ​​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່ ແລະ ແຜນ​ການທີ່ວາງອອກ;...

ໄຂ​ກອງ​ປະ​ຊຸມທົ່ວປະເທດ​ກ່ຽວ​ກັບ​ວຽກງານພົວພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2022
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: thoidai.com.vn

ທີ່​ກອງ​ປະຊຸມ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ຕີ​ລາຄາ​ວ່າ: ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ພະນັກງານແຕ່ລະຄົນ​, ການ​ນຳ​ບັນດາ​ຄະນະ, ຫົວໜ່ວຍ, ບັນດາ​ອົງການ​ຈັດຕັ້ງມິດຕະພາບ ຫວຽດນາມ ​ກໍໄດ້​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ ໃນ 6 ເດືອນ​ຕົ້ນ​ປີ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ​ຄວາມໝັ້ນຄົງເຂັ້ມ​ແຂງ, ​ເຊີດ​ຊູ​ຈິດ​ໃຈ​ແບບ​ຢ່າງ​ຂອງ​ສະມາຊິກ​ພັກ, ສຸມ​ໃສ່​ບຳລຸງ​ສ້າງ​ພະນັກງານ​ທີ່​ມີ​ຄວາມ​ສາມາດ ​ມີ​ຄວາມອຸ່ນອ່ຽນ​ຕິດ​ພັນ​, ອຸທິດສ່ວນ...

ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ 6 ​ເດືອນ​ຕົ້ນ​ປີ 2022 ​ແມ່ນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ສຳຄັນ​ໃຫ້​ບັນດາ​ຜູ້​ແທນ​ທີ່​ກອງ​ປະຊຸມ​ທົ່ວປະເທດວຽກງານພົວພັນ​ຕ່າງປະ​ເທດ​ປະຊາຊົນ ​ປີ ​​2022 (ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 7 ກໍລະກົດ ຢູ່ ກາວບັ່ງ) ​ພ້ອມກັນ​ປຶກສາ​ຫາລື, ​ແບ່ງປັນ​ປະສົບ​ການ, ຜ່ານນັ້ນ ສະ​ເໜີແນວ​ຄວາມ​ຄິດໃໝ່ ​ແລະ ​ສະ​ເຫນີ​ຫຼາຍມາດຕະການ​ແກ້​ໄຂ​ເພື່ອ​ບູລະນະອົງ​ການ​ຈັດ​ຕັ້ງ​ ແລະ​ ຍົກສູງປະ​ສິດ​ທິ​ຜົນ​ຂອງ​ການພົວພັນຕ່າງປະເທດ​ປະ​ຊາ​ຊົນ​.

ບູນມີ

ເຫດການ
302 Found

Found

The document has moved here.