ງານດົນຕີແມ່ນຊ່ອງທາງການຮ່ວມມືຂອງຕໍາຫຼວດໃນອາຊຽນ +

19:00 | 07/07/2022

ຍສໝ-ງານ​ດົນ​ຕີຕໍາຫຼວດບັນດາປະເທດອາຊຽນ+ 2022 ແມ່ນເຫດການພິເສດທີ່ນອນຢູ່ໃນບັນດາກິດຈະກໍາສະເຫຼີມສະຫຼອງ 60 ປີ​ແຫ່ງ​ວັນມູນເຊື້ອ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ (20 ກໍລະກົດ 1962-20 ກໍລະກົດ 2022).

ງານ​ປະ​ກ​ວດ​ດົນ​ຕີ​ຕຳຫຼວດ ບັນ​ດາ​ປະ​ເທດ ອາ​ຊຽນ+ 2022 ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ງານ​ປະ​ກ​ວດ​ດົນ​ຕີ​ຕຳຫຼວດ ບັນ​ດາ​ປະ​ເທດ ອາ​ຊຽນ+ 2022 ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ
ໄທມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດ​ພະ​ລັງ​ງານ ໄທມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດ​ພະ​ລັງ​ງານ
ງານດົນຕີແມ່ນຊ່ອງທາງການຮ່ວມມືຂອງຕໍາຫຼວດໃນອາຊຽນ +
ພາບປະກອບ ( ພາບ: cand.com)

ງານ​ດົນຕີ​ຕຳຫຼວດບັນດາປະເທດ ​ອາ​ຊຽນ + 2022 ​ແມ່ນ​ຊ່ອງ​ທາງການຮ່ວມ​ມື​ຂອງ​ຕຳຫຼວດ​ໃນ​ອາ​ຊຽນ ​ແລະ ອາ​ຊຽນ ເປີດກວ້າງ. ນີ້​ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ຈຸດ​ເດັ່ນໃນ​ການ​ໂຄສະນາ​ກ່ຽວ​ກັບ​ກຳລັງ​ຕຳຫຼວດ​ປະຊາຊົນ.

ນັ້ນແມ່ນການຢັ້ງຢືນຂອງ ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕໍາຫຼວດ ໃນການເຮັດວຽກກັບບັນດາສະມາຊິກໃນຄະນະຈັດຕັ້ງ, ສະພາທີ່ປຶກສາສິລະປະຂອງງານດົນຕີ ພາຍຫຼັງການຊ້ອມໃຫຍ່ຂອງຄະນະດົນຕີຕໍາຫຼວດຫວຽດນາມ, ວັນທີ 2 ກໍລະກົດ.

ໂດຍຜ່ານການຊ້ອມໃຫຍ່ ​ສະ​ແດງ​ໃຫ້​ເຫັນ​ວ່າ, ເນື້ອ​ໃນ​ສະແດງ​ຂອງ​ຄະນະ ​ຫວຽດນາມ ​ແມ່ນ​ດີເດັ່ນຫຼາຍ, ​ ທັງສະ​ແດງ​ໃຫ້​ເຫັນ​ທາງວັດທະນະທຳ​ຂອງແຕ່ລະ​ພາກ​ພື້ນ​ຂອງ ​ຫວຽດນາມ, ທັງສະແດງໃຫ້ເຫັນເອກະລັກ​ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ, ​ທັງແບບພື້ນເມືອງ ​ແລະ ທັນ​ສະ​ໄໝ. ພ້ອງກັນນັ້ນ ລາຍການ​ກໍ​ເປັນ​ຂີດ​ໝາຍ​ອີກ​ບາດກ້າວ​ໜຶ່ງ​ໃນ​ການ​ພັດທະນາ​ກຳລັງ​ຕຳຫຼວດ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ກຳລັງ​ຕຳຫຼວດ​ເຄື່ອນ​ທີ່​, ໃນ​ວຽກ​ງານ​ວັດທະນະທຳສິລະປະ.

ງານ​ດົນ​ຕີຕໍາຫຼວດບັນດາປະເທດອາຊຽນ+ 2022 ແມ່ນເຫດການພິເສດທີ່ນອນຢູ່ໃນບັນດາກິດຈະກໍາສະເຫຼີມສະຫຼອງ 60 ປີ​ແຫ່ງ​ວັນມູນເຊື້ອ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ (20 ກໍລະກົດ 1962-20 ກໍລະກົດ 2022) ໂດຍ ກະຊວງຕໍາຫຼວດຊີ້ນໍາຈັດຕັ້ງ. ໂດຍຜ່ານບັນດາລາຍການສະແດງສິລະປະ, ງານດົນຕີຈະຈະ​ປະກອບສ່ວນເຂົ້າໃນການ​ໂຄສະນາ​ ​ແລະ ​ ​ເພີ່ມຄວາມສວຍງາມກ່ຽວກັບພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ ​ໃນ​ສາຍຕາ​ຂອງ​ເພື່ອນ​ມິດສາ​ກົນ.

ຫອມມາລາ

ເຫດການ
302 Found

Found

The document has moved here.