ໄທມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດ​ພະ​ລັງ​ງານ

07:47 | 06/07/2022

ສ່ວນທ່ານເອກອັກຄະລັດຖະທູດ ຟານຈີແທັງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນບັນດາໂຄງການລົງທຶນຂອງວິສາຫະກິດໄທຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາພະລັງງານສະອາດ.

ຫວຽດ​ນາມ ແລະ ຈີນ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ ຫວຽດ​ນາມ ແລະ ຈີນ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ
ໄທມີ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດ​ພະ​ລັງ​ງານ
ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງພະລັງງານໄທ ໄດ້ ສຸພັດຕະນາພົງ ພັນມີຈາວພົບປະກັບ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ຟານຈີແທັງ (ພາບ: VOV)

ວັນທີ 1 ກໍລະກົດ, ທີ່ການພົບປະກັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ຟານຈີແທັງ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງພະລັງງານໄທ ໄດ້ ສຸພັດຕະນາພົງ ພັນມີຈາວ ໄດ້ສະເໜີໃຫ້ສອງຝ່າຍຈັດຕັ້ງເວທີປາໄສພະລັງງານຄັ້ງທີ 2 ຢູ່ ໄທ ໃນເດືອນສິງຫາຈະມາເຖິງນີ້ເພື່ອແນໃສ່ນຳການພົວພັນຮ່ວມມືສອງຝ່າຍກ້າວເຂົ້າສູ່ໄລຍະໃໝ່. ທ່ານ ສຸພັດຕະນາພົງ ພັນມີຈາວ ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ ບັນດາວິສາຫະກິດ ໄທ ມາລົງທຶນເຂົ້າຕະຫຼາດພະລັງງານຢູ່ ຫວຽດນາມ ຫຼາຍກ່ວາອີກ, ພິເສດແມ່ນພະລັງງານສະອາດ, ພ້ອມທັງແບ່ງປັນບົດຮຽນປະສົບການຂອງໄທ ໃນການພັດທະນາຕະຫຼາດ, ສົ່ງເສີມການລົງທຶນໃນຂົງເຂດພະລັງງານ.

ສ່ວນທ່ານເອກອັກຄະລັດຖະທູດ ຟານຈີແທັງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນບັນດາໂຄງການລົງທຶນຂອງວິສາຫະກິດໄທຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາພະລັງງານສະອາດ. ທ່ານເອກອັກຄະລັດຖະທູດ ຖືວ່າ ເວທີປາໄສພະລັງງານ ໄທ - ຫວຽດນາມ ຄັ້ງທີ 2 ຈະແມ່ນກາລະໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບແງ່ຫວັງການຮ່ວມມື, ເຊື່ອມຕໍ່ພະລັງງານລະຫວ່າງສອງປະເທດ, ພ້ອມທັງຊ່ວຍແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງສອງຝ່າຍຕ້ອງປະເຊີນໜ້າເມື່ອຜັນຂະຫຍາຍໂຄງການ.

vovworld.vn

ເຫດການ
302 Found

Found

The document has moved here.