ສາມ​ນະ​ຄອນ ຫວຽດ​ນາມ ​ຖືກ​ຈັດ​ເຂົ້າ Top ສະ​ຖານ​ທີ່​ທ່ອງ​ທ່ຽວ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

18:18 | 05/07/2022

Travel & Leisure ແມ່ນວາລະສານການທ່ອງທ່ຽວແຖວໜ້າໂລກ ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ ນິວຢອກ (ປະເທດ ອາເມລິກາ) ແລະ ມີຜູ້ເຂົ້າອ່ານກ່ວາ 16 ລ້ານເທື່ອຄົນຕໍ່ເດືອນ.

ການ​ນຳ​ນະ​ຄອນ​ດ່າ​ນັ້ງ​ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ ສ​ປ​ປ.ລາວ ຄົນ​ໃໝ່ ການ​ນຳ​ນະ​ຄອນ​ດ່າ​ນັ້ງ​ໃຫ້​ການ​ຕ້ອນ​ຮັບ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ ສ​ປ​ປ.ລາວ ຄົນ​ໃໝ່
ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ອົດ​ສະ​ຕາ​ລີ ໃນ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ສະ​ອາດ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ອົດ​ສະ​ຕາ​ລີ ໃນ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ສະ​ອາດ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ
ສາມ​ນະ​ຄອນ ຫວຽດ​ນາມ ​ຖືກ​ຈັດ​ເຂົ້າ Top ສະ​ຖານ​ທີ່​ທ່ອງ​ທ່ຽວ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ພາບປະກອບ: VOV

ວາລະສານ Travel & Leisure ຫາກໍ່ປະກາດລາງວັນ Asia’s Best Awards 2022 ເພື່ອແນະນຳບັນດາສະຖານທີ່ທ່ອງທ່ຽວກ່ຽວ, ເຂດຕາກອາກາດ, ພັດທະຄານ...ໃນພາກພື້ນ. ບັນຊີລາຍຊື່ນີ້ ໂດຍອີງໃສ່ການຄັດເລືອກຂອງຜູ້ອ່ານໃນທົ່ວໂລກ, ນັບແຕ່ເດືອນມັງກອນ ຫາເດືອນເມສາປີນີ້. ດ່ານັ້ງ, ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແມ່ນ 3 ສະຖານທີ່ທ່ອງທ່ຽວມາຈາກ ຫວຽດນາມ ທີ່ໄດ້ເຊີດຊູໃນລາງວັນທ່ອງທ່ຽວ Asia’s Best Awards 2022 ຂອງ Travel & Leisure.

ໃນບັນຊີລາຍຊື່ 10 ນະຄອນແຖວໜ້າ ອາຊີຕາເວັນອອກສ່ຽງໃຕ້ ຂອງ Travel & Leisure, ດ່ານັ້ງຢືນຢູ່ອັນດັບທີ 3, ຮ່າໂນ້ຍ ຢືນຢູ່ອັນດັບທີ 5 ແລະ ນະຄອນໂຮ່ຈີມິນຢືນຢູ່ອັນດັບທີ 8, ບາງກອກ, ນະຄອນຫຼວງຂອງໄທ, ຢືນຢູ່ອັນດັບທີ 1.

ໃຫ້ຄຳຄິດເຫັນກ່ຽວກັບຫວຽດນາມ, Travel & Leisure ຂຽນວ່າ: “ຫວຽດນາມ ນັບມື້ນັບພັດທະນາ, ປັດຈຸບັນ ແຂກທ່ອງທ່ຽວສາກົນເຂົ້າເມືອງບໍ່ຈຳເປັນຕ້ອງກວດຫາເຊື້ອ ພະຍາດໂຄວິດ - 19 ແລະ ແຍກຕົວ. ຈົ່ງຄິດເຖິງເຍື່ອງອາຫານເຝີ ແລະ ກາເຟນົມເຢັນຢູ່ຫວຽດນາມ ໃນເວລາ ຮັບຊົມການປະກາດລາງວັນ.”

Travel & Leisure ແມ່ນວາລະສານການທ່ອງທ່ຽວແຖວໜ້າໂລກ ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ ນິວຢອກ (ປະເທດ ອາເມລິກາ) ແລະ ມີຜູ້ເຂົ້າອ່ານກ່ວາ 16 ລ້ານເທື່ອຄົນຕໍ່ເດືອນ.

vovworld.vn

ເຫດການ
302 Found

Found

The document has moved here.