ການລົງພຶດຕິກຳຕົວຈິງໃໝ່ຢູ່ຫວູງເຕົາ, ດ່າລາດ, ຝຸກວັກ | |
ສ້າງພື້ນຖານສື່ມວນຊົນ ຫວຽດນາມ ໃຫ້ທັນສະໄໝ, ເປັນມືອາຊີບ, ຫຼາຍພື້ນຖານ, ຫຼາຍພາຫະນະ |
ທີ່ການຕ້ອນຮັບ, ທ່ານ ຫງວຽນວັນກ໋ວາງ ຫວັງວ່າ: ທ່ານ ສຸພັນ ຮາດາງເຮືອງ ຈະສືບຕໍ່ສ້າງການພົວພັນທີ່ດີງາມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
![]() |
ທ່ານ ຫງວຽນວັນກ໋ວາງ ເລຂາພັກນະຄອນດ່ານັ້ງ ຕ້ອນຮັບທ່ານ ສຸພັນ ຮາດາວເຮືອງ, ຫົວໜ້າສະຖານກົງສູນ ສປປ.ລາວ ຄົນໃໝ່, ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່. ພາບ: TTXVN |
ສ່ວນທ່ານ ສຸພັນ ຮາດາວເຮືອງກໍ່ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງນະຄອນດ່ານັ້ງ. ໃນໜ້າທີ່ວຽກງານໃໝ່ຂອງຕົນ, ທ່ານ ສຸພາ ຮາດາວເຮືອງຢັ້ງຢືນວ່າ ຈະມານະພະຍາຍາມເພື່ອເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຮັດແໜ້ນການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງນະຄອນດ່ານັ້ງ ກັບບັນດາແຂວງພາກໃຕ້ຂອງລາວເວົ້າສະເພາະໃຫ້ດີຍິ່ງໆຂຶ້ນ.
vovworld.vn