ລາວ: ສົ່ງເສີມການພັດທະນາການທ່ອງທ່ຽວແບບຍືນຍົງ

18:36 | 30/09/2019

ຍສໝ - ວັນທີ 27-28 ກັນຍາ 2019 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງງານວາງສະແດງແນວທາງການພັດທະນາທ່ອງທ່ຽວແບບຍືນຍົງ 2019. ເຂົ້າຮ່ວມງານວາງສະແດງ ມີທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ Jens Peter Lutkenherm ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ທ່ານຮອງລັດຖະມົນຕີ ບັນດາຫົວໜ້າ ຮອງຫົວໜ້າກົມ ທູຕານຸທູດ ອົງການຈັດຕັ້ງສາກົນ ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ງານ​ວາງ­ສະ­ແດງ​ຄັ້ງ​ນີ້ ໄດ້​ຮີບ​ໂຮມ​ບັນ­ດາ​ທຸ­ລະ​ກິດ​ໂຮງ­ແຮມ ຮ້ານ​ອາ­ຫານ ທຸ­ລະ​ກິດ​ບໍ­ລິ­ການ-ຕ້ອນ­ຮັບ ສະ­ຖານ­ທີ່​ທ່ອງ​ທ່ຽວ ຜູ້​ປະ­ກອບ​ການ​ສະ­ໜອງ​ຜະ­ລິດ​ຕະ​ພັນ​ແບບ​ຍືນ​ຍົງ ເຕັກ​ໂນ​ໂລ​ຊີ ແລະ ການ​ບໍ­ລິ­ການ​ດ້ານ​ຕ່າງໆ ທີ່​ເປັນ​ຕົວ​ແບບ​ໃນ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ທີ່​ມາ​ຈາກ​ລາວ ແລະ ຈາກ​ພາກ​ພື້ນ ລວມ 54 ຮ້ານ ໂດຍ​ໄດ້​ເປີດ​ໂອ­ກາດ​ໃຫ້​ນັກ­ທຸ­ລະ­ກິດ​ທ້ອງ­ຖິ່ນ​ໃນ​ການ​ຮຽນ​ຮູ້ ແລະ ສຶກ​ສາ ເພື່ອ​ຊື້​ສິນ­ຄ້າ​ທີ່​ເປັນ​ທາງ​ເລືອກ​ແບບ​ຍືນ​ຍົງ ມີ​ການ​ຈັດ​ສຳ​ມະ​ນາ​ຫົວ­ຂໍ້​ທີ່​ສຳ­ຄັນ​ຕ່າງໆ ພ້ອມ​ຈັດ ການ​ແຂ່ງ­ຂັນ​ປຸງ​ແຕ່ງ­ອາ­ຫານ​ຈາກ​ພໍ່­ຄົວ​ແມ່­ຄົວ​ລາວ.

ລາວ: ສົ່ງເສີມການພັດທະນາການທ່ອງທ່ຽວແບບຍືນຍົງ

ສົ່ງເສີມການພັດທະນາການທ່ອງທ່ຽວແບບຍືນຍົງ.(ພາບ: vientianemai.net)

ການ​ຈັດ​ງານ​ຄັ້ງ​ນີ້​ເພື່ອ​ປູກ​ຈິດ​ສຳ­ນຶກ​ໃນ​ການ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ​ແບບ​ຍືນ​ຍົງ ເປັນ­ຕົ້ນ ຜູ້​ປະ­ກອບ​ການ​ໂຮງ­ແຮມ ເຮືອນ​ພັກ ຮ້ານ​ອາ­ຫານ ບໍ­ລິ­ສັດ​ທ່ອງ​ທ່ຽວ ທຸ­ລະ​ກິດ​ຈຳ­ໜ່າຍ​ເຄື່ອງ​ຫັດ­ຖະ­ກຳ ແລະ ກະ­ສິ­ກຳ ເພື່ອ​ແລກ­ປ່ຽນ​ບົດ­ຮຽນ​ທີ່​ດີ ນຳ​ສະ­ເໜີ​ທາງ​ເລືອກ​ໃນ​ການ​ນຳ​ໃຊ້​ຜະ­ລິດ​ຕະ​ພັນ​ມີ​ຄວາມ​ຍືນ​ຍົງ ແລະ ເປັນ​ມິດ​ກັບ​ສິ່ງ​ແວດ ລ້ອມ ລະ­ຫວ່າງ​ຜູ້​ສະ­ໜອງ ກໍ​ຄື ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ທ່ອງ​ທ່ຽວ​ດ້ວຍ​ກັນ ແລະ ເປັນ​ການ​ສົ່ງ­ເສີມ ຊຸກ­ຍູ້​ສ້າງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ເປັນ​ຈຸດ­ໝາຍ​ປາຍ­ທາງ​ການ­ທ່ອງ­ທ່ຽວ​ທີ່​ມີ​ຄຸນ​ນະ​ພາບ ແລະ ເປັນ​ເມືອງ​ທ່ອງ​ທ່ຽວ​ສະ­ອາດ​ອາ​ຊຽນ​ໃນ­ຕໍ່­ໜ້າ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.