ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມບໍລິສັດ Essar

12:11 | 24/12/2021

ຍສໝ - ຫວ່າງແລ້ວນີ້, ພາຍຫຼັງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ອິນ​ເດຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫ້ວ ​ໄດ້​ໃຫ້ການ​ຕ້ອນຮັບ​ເສດຖີເງິນຕື້ Prashant Ruia, ປະທານ​ກຸ່ມບໍລິສັດ Essar.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍວັນຊາດ ແຟງລັງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍວັນຊາດ ແຟງລັງ

ທີ່​ການ​ພົບ​ປະ, ​ເສດຖີເງິນຕື້ Prashant Ruia ​ເນັ້ນ​ໜັກ​ວ່າ Essar ມີ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ຢາກ​ລົງທຶນ​ເຂົ້າຫວຽດນາມ, ພິ​ເສດ​ແມ່ນ​ໃນຂົງ​ເຂດ​ນ້ຳມັນ​ອາຍ​ແກັ​ສ.

ນັບ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ, Essar ​ໄດ້​ເຂົ້າ​ຮ່ວມ​ການ​ປະມູນ​ການສຳຫຼວດ, ​ຂຸດ​ຄົ້ນ ​ແລະ ຄົ້ນ​ພົບ​ອາຍ​ແກັສທຳ​ມະ​ຊາດ ທີໂຮມເຂົ້າ​ຢູ່​ເຂດ​ນອກຝັ່ງໄຫຼ່​ທະວີບ​ຂອງ​ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມບໍລິສັດ Essar
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມບໍລິສັດ Essar. (ພາບ: quochoi.vn)

ໂດຍຜ່ານບໍລິສັດສໍາຫຼວດ ແລະ ການຜະລິດ Essar (Essar E&P), Essar ໄດ້ປະກາດການຄົ້ນພົບບໍ່ແຮ່ອາຍແກັສທີ່ໂຮມ ຢູ່ ແກ່ນເປົາ ໃນ Block 114.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ອິນເດຍ ສືບຕໍ່ມີໜ້າໃນໄລຍະຍາວ ແລະ ເປີດກວ້າງການລົງທຶນດຳເນີນທຸລະກິດ ໃນຂົງເຂດຂຸດຄົ້ນ ແລະ ຜະລິດນ້ຳມັນອາຍແກັສ ຢູ່ໄຫຼ່ທະວີບ ແລະ ບັນດາເຂດເສດຖະກິດພິເສດຂອງຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຮຽກຮ້ອງໃຫ້ Essar ເປີດກວ້າງການລົງທຶນຢູ່ຫວຽດນາມ, ທັງຢູ່ຕອນເທິງຂອງແມ່ນ້ຳ, ຕອນລຸ່ມຂອງແມ່ນ້ຳ, ທັງນ້ຳມັນ ແລະ ອາຍແກັສ. ພ້ອມກັນນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍໄດ້ສະແດງຄວາມຊົມເຊີຍຄວາມຫຼາກຫຼາຍຂອງການເຄື່ອນໄຫວຂອງ Essar ແລະ ຍິນດີຕ້ອນຮັບກຸ່ມບໍລິສັດ ທີ່ຢາກລົງທຶນໃນການຫັນເປັນອຸດສາຫະກຳນ້ຳມັນ.

ປະຈຸ​ບັນ, Essar ​ເປັນ​ເຈົ້າ​ຂອງ​ເຕັກ​ໂນ​ໂລ​ຊີການຫັນເປັນອຸດສາຫະກຳນ້ຳມັນ, ການ​ກັ່ນ​ຕອງນ້ຳມັນ ​ແລະ ​ຝຸ່ນ​ຕ່າງໆ, ປ່ຽນ​ຖ່ານ​ຫີນ​ເປັນ​ມີ​ເທນ ດ້ວຍ​ຕົ້ນ​ທຶນ​ຕ່ຳ.

ທ່ານ​ປະທານກຸ່ມບໍລິສັດ Essar ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ລົງ​ນາມ ​ໃນ​ວັນ​ທີ 19 ທັນວາ ​ເປັນ​ພຽງ​ບາດກ້າວ​ທຳ​ອິດ​, ຫຼັງຈາກນີ້ຈະ​ສ້າງ​ຕັ້ງ​ກຸ່ມ​ດຳ​ເນີນ​ການ ​ເພື່ອ​ສຶກສາ​ຄວາມ​ສາມາດ​ໃນການລົງທຶນ​ຢູ່ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.