ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ

09:50 | 02/06/2022

ຍສໝ - ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward ໃນຕອນບ່າຍ ວັນທີ 30 ພຶດສະພາ ທີ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ໄດ້ຕີລາຄາສູງການພັດທະນາອັນດີງາມໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ອັງກິດ ໃນຊຸມປີຜ່ານມາ,ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອັງກິດ ຕື່ມອີກ...

ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ
ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິງ​ເຫ້ວ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ( ພາບ: VOV)

ທ່ານປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ, ທັງສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາການພົບປະ, ປຶກສາຫາລືຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະພັນລັດຖະສະພາໂລກ (IPU), ກອງປະຊຸມຄູ່ຮ່ວມມືລັດຖະສະພາ ອາຊີ - ເອີລົບ (ASEP).

ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ Gareth Ward ສືບຕໍ່ເປັນຂົວເຊື່ອມຕໍ່ໃຫ້ການເພີ່ມທະວີການພົວພັນລະຫວ່າງສອງສະພາແຫ່ງຊາດ, ສະເໜີບັນດາການເຄື່ອນໄຫວໃນການຮ່ວມມືທີ່ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດໃນປີ 2023.

ທ່ານ Gareth Ward ສະແດງຄວາມຂອບອົກຂອບໃຈຕໍ່ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ທີ່ໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານປະທານສະພາສູງ ອັງກິດ John McFall ແລະ ທ່ານປະທານສະພາຕ່ຳອັງກິດ Lindsay Hoyle ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຄອງລາດຂອງ ພະລາຊີນີ Elizabeth ທີ II - ເຊິ່ງແມ່ນເຫດການທີ່ມີຄວາມໝາຍສຳຄັນຕໍ່ປະເທດຊາດ ແລະ ປະຊາຊົນອັງກິດ.

ທ່ານເອກອັກຄະລັດຖະທູດ ອັງກິດ ໃຫ້ຮູ້ວ່າ, ການປ່ຽນແປງຂອງດິນຟ້າອາກາດແມ່ນບັນຫາສຳຄັນຂອງທົ່ວໂລກໃນປັດຈຸບັນ. ກ່ຽວກັບຂົງເຂດນີ້, ລັດຖະບານອັງກິດ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຫວຽດນາມ ທີ່ COP26 ແລະ ການກຳນົດທິດໃນການພັດທະນາແບບຍືນຍົງ, ພັດທະນາສີຂຽວ ທີ່ຫວຽດນາມພວມມານະພະຍາຍາມປະຕິບັດ. ນີ້ແມ່ນພື້ນຖານສຳຄັນເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ຫອມມາລາ

ເຫດການ
302 Found

Found

The document has moved here.