Vietnam Airlines ໄດ້ຮັບລາງວັນ VNPR Awards 2021 ສໍາລັບບັ້ນເຄື່ອນໄຫວການສື່ສານເສັ້ນທາງການບິນໄປອາເມຣິກາ

15:12 | 24/03/2022

ຍສໝ - Vietnam Airlines ຫາກໍໄດ້​ຮັບ​ການຍ້ອງຍໍຊົມເຊີຍ​ໃນ​ລາຍການລາງວັນ “ບັ້ນເຄື່ນໄຫວ​ປະຊາສໍາພັນ ແລະ​ ​ການສື່​ສານທີ່ດີເລີດ​ ປີ 2021 ກ່ຽວ​ກັບ​ການ​ບໍລິຫານ​ເຄື່ອງໝາຍການຄ້າ” ສຳ​ລັບ​ເຫດການການ​ສື່​ສານ​ເສັ້ນ​ທາງ​ການບິນໄປ​ອາ​ເມ​ລິ​ກາ​ ໃນງານ​ມອບ​ລາງວັນ VNPR 2021.

Vietnam Airlines ຂຸດ​ຄົ້ນ​ຖ້ຽວ​ບິນ​ສາ​ກົນ​ຖ້ຽວ​ທຳ​ອິດ ນັບ​ແຕ່​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 Vietnam Airlines ຂຸດ​ຄົ້ນ​ຖ້ຽວ​ບິນ​ສາ​ກົນ​ຖ້ຽວ​ທຳ​ອິດ ນັບ​ແຕ່​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
DrAid ໜູນຊ່ວຍທ່ານໝໍປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ບັນລຸໄດ້ລາງວັນຄຳ ASEAN ICT Awards DrAid ໜູນຊ່ວຍທ່ານໝໍປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ບັນລຸໄດ້ລາງວັນຄຳ ASEAN ICT Awards
ພາບປະກອບ:
ພາບປະກອບ: daibieunhandan.vn

ລາງວັນ “ປະຊາສໍາພັນ ແລະ​ ການ​ສື່​ສານທີ່ດີເລີດ​ຫວຽດນາມ” (VNPR) ໂດຍເຄືອ​ຂ່າຍ​ປະຊາ​ສຳພັນ (VNPR) ຈັດ​ຕັ້ງ​ເປັນ​ປະຈຳ​ປີ​ ​ເພື່ອ​ເຊີດຊູບັນດາ​ຜົນງານ ​ແລະ ຄວາມ​ມານະ​ພະຍາຍາມ​ທີ່​ດີ​ເດັ່ນ​ຂອງ​ບັນດາ​ບຸກຄົນ ​ແລະ ໝູ່ຄະນະ​ທີ່​ເຄື່ອນໄຫວໃນ​ຂົງ​ເຂດ​ປະຊາສໍາພັນ ແລະ​ ການ​ສື່​ສານ ທີ່ຫວຽດນາມ.

ເດືອນພະຈິກ ປີ 2021, ສາຍການບິນ Vietnam Airlines ໄດ້ປະຕິບັດຖ້ຽວບິນປົກກະຕິຄັ້ງທໍາອິດລະຫວ່າງ ຫວຽດນາມ ແລະ ອາເມລິກາ ຢ່າງສໍາເລັດຜົນ, ຜ່ານນັ້ນ ກາຍເປັນສາຍການບິນທຳອິດ ແລະ ໜຶ່ງດຽວຂອງຫວຽດນາມທີ່ຂຸດຄົ້ນເສັ້ນທາງການບິນໂດຍກົງປົກກະຕິໄປຮອດອາເມລິກາ. ເຫດການ​ພິ​ເສດ​ນີ້​ໄດ້​ຮັບ​ຄວາມສົນ​ໃຈ​​ຈາກ​ໜັງສືພິມ, ຫາງສຽງ ​ແລະ ​ນີ້ກໍແມ່ນ​ໜຶ່ງ​ໃນ​ບັນດາ​ບັ້ນເຄື່ອນໄຫວທີ່​ພົ້ນ​ເດັ່ນ​ໃນ​ເຄືອ​ຂ່າຍ​ສັງຄົມ​ຫວຽດນາມ.

ຈຸດ​ພົ້ນ​ເດັ່ນ​ພິ​ເສດ​ຂອງ​ບັ້ນເຄື່ອນໄຫວສື່ສານເສັ້ນທາງການບິນໄປອາ​ເມ​ລິ​ກາ ໂດຍ Vietnam Airlines ປະຕິບັດ ແມ່ນ​ການ​ເຜີຍ​ແຜ່​ພາບ​ພົດ​ຂອງ​ປະ​ເທດ, ປະ​ຊາ​ຊົນ​ຫວຽດ​ນາມ ຢູ່ສະໜາມຫຼວງຍຸກສະໄໝ ເຊິ່ງເປັນທາງແຍກທີ່ມີຄວາມຄຶກຄື້ນທີ່​ສຸດ​ໃນ​ໂລກ. ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງ​ສາຍການບິນ Vietnam Airlines ໃນ​ພາລະບົດບາດ​ເປັນ​ສາຍ​ການບິນ​ແຫ່ງ​ຊາດ, ທັງ​ຮັບປະກັນ​ການ​ຜະລິດ ​ແລະ ເຮັດ​ທຸລະ​ກິດ ທັງ​ເປັນ “ທູດ​ທ້ອງຟ້າ” ນຳ​ປະ​ເທດ, ວັດທະນະທຳ ​ແລະ ປະຊາຊົນຫວຽດນາມ ​ໄປ​ຍັງ 5 ທະວີບ ​ແລະ ຊຸກຍູ້​ການ​ພັດທະນາ​ເສດຖະກິດ ໂດຍຜ່ານຂົວ​ການບິນ​ທີ່​ເຊື່ອມ​ຕໍ່​ກັບ​ບັນດາ​ຕະຫຼາດ​ທີ່​ສຳຄັນ.

ໄຊພອນ

ເຫດການ
302 Found

Found

The document has moved here.