AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ

07:50 | 15/04/2022

ຍສໝ - ວັນ​ທີ 10 ​ເມສາ 2022, ຢູ່​ສຳນັກງານ​ສະຖານທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ, ສະມາຄົມ​ຊາວ ຫວຽດນາມ ປະຈຳ ສ.​ເກົາຫຼີ (AVCK) ​ແລະ ອົງການ KVFFA ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ ກ່ຽວ​ກັບ​ການ​ຮ່ວມ​ມືບັນດາການເຄື່ອນໄຫວ​ໃນ​ການສະເຫຼີມສະຫຼອງ 30 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ສ.​ເກົາຫຼີ. ແລະ ຫວຽດນາມ (22 ທັນວາ 1992 - 22 ທັນວາ 2022).

ຫວຽດນາມ ຢືນອັນດັບທີ 3 ໃນການສະໜອງຢາງພາລາໃຫ້ ສ.ເກົາຫຼີ ຫວຽດນາມ ຢືນອັນດັບທີ 3 ໃນການສະໜອງຢາງພາລາໃຫ້ ສ.ເກົາຫຼີ
ສ.ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ ສ.ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ

ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ຄັ້ງ​ນີ້​ມີ​ທ່ານ ຫງວຽນ​ວູ​ຕູ່ງ - ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ຫວຽດນາມ ປະຈຳ ສ.​ເກົາຫຼີ, ທ່ານ ຫວູດຶກ​ເລື່ອງ, ປະທານ​ສະມາຄົມ​ຊາວ ຫວຽດນາມ ປະຈຳ ສ.​ເກົາຫຼີ, ທ່ານ ເລວັນຮຸ່ງ, ເລຂາເອກ ຮັບຜິດຊອບວຽກງານປະຊາຄົມ, ທ່ານ ເລ​ແອງ​ຕວນ - ​ເລ​ຂາ​​ເອກ, ເລ​ຂາ​​ເອກ​ອັກ​ຄະ​ລັດ​ຖະ​ທູດ, ທ່ານ​ນາງ ມ່າຍຢ້ຽວຖູຍ - ເລ​ຂາໂທ ແລະ ຜູ້​ຕາງ​ໜ້າ​ຄະ​ນະ​ບໍ​ລິ​ຫານ AVCK.

ຝ່າຍ KVFFA, ມີທ່ານ Jeong Min Woo ປະທານ KVFFA ແລະ ບັນດາສະມາຊິກຂອງຫົວໜ່ວຍນີ້.

AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ
VCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ. (ພາບ: thoidai)

ກ່າວ​ຄຳ​ເຫັນ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວູ​ຕູ່ງ ​ໄດ້​ສົ່ງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ 2 ຫົວໜ່ວຍ ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ລວມ​ຂອງຄວາມເປັນ​ມິດຕະພາບ​ຂອງ​ສອງ​ປະ​ເທດ. ສະຖານທູດ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ແລະ ຈະ​ໜູນ​ຊ່ວຍ, ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈະ​ມາ​ເຖິງ​ຂອງ 2 ຫົວໜ່ວຍ.

ຕາມທ່ານ ຫວູດຶກ​ເລື່ອງ ແລ້ວ, ບັນດາການເຄື່ອນໄຫວລະຫວ່າງ 2 ອົງການຈັດຕັ້ງໃນປີ 2022 ຈະປະກອບສ່ວນສຳຄັນເຂົ້າໃນການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ.

ທ່ານ Jeong Min Woo, ປະທານ KVFFA ສະ​ແດງ​ຄວາມ​ດີ​ໃຈ ​ແລະ ຂອບ​ໃຈ​ທີ່​ໄດ້​ພ້ອມ​ກັບ​ສະມາຄົມຊາວ​ຫວຽດນາມ ຢູ່ ສ.​ເກົາຫຼີ ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ ​ແລະ ມີ​ຄວາມ​ໝາຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕາມ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ​ແລ້ວ, 2 ຫົວໜ່ວຍ​ ຈະ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສ.​ເກົາຫຼີ ຢູ່ ຫວຽດນາມ ແລະ ສ.​ເກົາຫຼີ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ສະຖານທູດ ສ.​ເກົາຫຼີ ​ແລະ ຫວຽດນາມ, ບັນດາອົງການຈັດຕັ້ງສາກົນຂອງ ສ.ເກົາຫຼີ ຢູ່ ຫວຽດນາມ ແລະ ສ.ເກົາຫຼີ.

ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສົມທົບ​ກັນ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເພາະ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ສ.​ເກົາຫຼີ ​ເວົ້າ​ລວມ ​ແລະ ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງ​ສະມາຄົມ​ຊາວຫວຽດນາມ ຢູ່ ສ.​ເກົາຫຼີ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ສ.​ເກົາຫຼີ ​ເວົ້າ​ສະ​ເພາະ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ​ບັນດາ​ແຂວງ, ນະຄອນ​ຂອງ​ຫວຽດນາມ ​ແລະ ບັນດາ​ອົງການ, ອົງການ ​ແລະ ວິ​ສາ​ຫະກິດ ສ.​ເກົາຫຼີ; ແນະນຳ ແລະ ເຊີດຊູຄວາມງາມ ແລະ ທ່າແຮງ, ກາລະໂອກາດຮ່ວມມືລົງທຶນ, ການຄ້າ ແລະ ການທ່ອງທ່ຽວຂອງ ຫວຽດນາມ ໃຫ້ບັນດາສຳນັກງານ, ອົງການຈັດຕັ້ງ, ວິສາຫະກິດ, ນັກລົງທຶນ, ເພື່ອນມິດພາຍໃນ ແລະ ຕ່າງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.