ວຽກງານທີ່ມີຄວາມໝາຍຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ

12:29 | 21/06/2022

ໃນຊຸມປີຜ່ານມາ, ໂດຍປະຕິບັດໂຄງການສົ່ງເສີມການກະເສດໃນບໍລິເວນ 4 ກຸ່ມບ້ານຂອງສອງແຂວງຊຽງຂວາງ ແລະແຂວງໄຊສົມບູນ, ປະເທດລາວ, ບໍລິສັດແຮ່ທາດ ແລະຫຼອມໂລຫະ ວຽງຈັນ ຈຳກັດຜູ້ດຽວ (ທີ່ຂຶ້ນກັບບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4) ມີຫຼາຍຮູບແບບທີ່ມີປະສິດທິຜົນ, ຊ່ວຍປະຊາຊົນລາວ ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງປະເທດ...

ຫວຽດນາມສະໜັບສະໜູນບັນດາຫົວຄິດປະດິດສ້າງ ແລະ ການກະທຳເພື່ອແນໃສ່ຊຸກຍູ້ “ວຽກງານທີ່ແທດເໝາະ ແລະ ພື້ນຖານເສດຖະກິດສາມັກຄີ”. ຫວຽດນາມສະໜັບສະໜູນບັນດາຫົວຄິດປະດິດສ້າງ ແລະ ການກະທຳເພື່ອແນໃສ່ຊຸກຍູ້ “ວຽກງານທີ່ແທດເໝາະ ແລະ ພື້ນຖານເສດຖະກິດສາມັກຄີ”.
ຍູ້ແຮງການໂຄສະນາເຜີຍແຜ່ວຽກງານຊາຍແດນທາງບົກ ໃນປີ 2022 ຍູ້ແຮງການໂຄສະນາເຜີຍແຜ່ວຽກງານຊາຍແດນທາງບົກ ໃນປີ 2022
ວຽກງານທີ່ມີຄວາມໝາຍຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ
ພະນັກງານ, ພາລະກອນບໍລິສັດແຮ່ທາດ ແລະຫຼອມໂລຫະ ວຽງຈັນ ຈຳກັດຜູ້ດຽວ ຊ່ວຍປະຊາຊົນລາວ ເກັບກູ້ມັນສາຄູ. ພາບ: ຮວ່າງທ໊າຍ.

ພວກຂ້າພະເຈົ້າ ໄດ້ໄປບ້ານນໍ້າຊຽມ, ເມືອງຜາໄຊ (ແຂວງຊຽງຂວາງ, ລາວ) ເມື່ອພະນັກງານ, ພາລະກອນບໍລິສັດແຮ່ທາດ ແລະຫຼອມໂລຫະ ວຽງຈັນ ຈຳກັດຜູ້ດຽວ ພ້ອມກັບພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ພວມເກັບກູ້ມັນສາຄູ ຢູ່ທົ່ງນາ. ພາຍຫຼັງຂຸດມັນສາຄູຂຶ້ນມາແລ້ວ, ປະຊາຊົນທ້ອງຖິ່ນໄດ້ຕັດຮາກອອກໝົດ, ເອົາໃສ່ກະສອບແລ້ວຂົນຂຶ້ນລົດແກ່ໄປຫາໂຮງງານປຸງແຕ່ງມັນສາຄູນໍ້າຊຽມ.

ພາຍຫຼັງສອງປີ, ການປ່ຽນແປງຂອງກຸ່ມບ້ານເຮັດໃຫ້ພວກຂ້າພະເຈົ້າ ແປກໃຈຫຼາຍ. ຍ້ອນມີໂຄງການພັດທະນາ ແລະເກັບຊື້ມັນສາຄູເປັນວັດຖຸດິບໃນການຜະລິດເສັ້ນລ້ອນ ແລະທາດແປ້ງມັນສາຄູ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ໄດ້ຮັບການພັດທະນາ. ບໍ່ພຽງແຕ່ພໍຢູ່ພໍກິນ, ຫຼາຍຄອບຄົວຍັງສາມາດຊື້ລົດກະບະ, ກໍ່ສ້າງເຮືອນໃໝ່ໄດ້ຕື່ມອີກ... ອ້າຍຢ່າງເຍຍຟຸງ, ຊາວເຜົ່າມົ້ງຢູ່ບ້ານນໍ້າຊຽມ, ເມືອງຜາໄຊ ໄດ້ແບ່ງປັນວ່າ: “ມີໂຮງງານຜະລິດເສັ້ນລ້ອນ, ຜົວເມຍຂ້າພະເຈົ້າ ໄດ້ປູກມັນສາຄູຕື່ມ. ສະນັ້ນ ຈຶ່ງມີເງິນຊື້ລົດກະບະ, ກໍ່ສ້າງເຮືອນ, ມີເງິນໃຫ້ລູກໄປຮຽນ, ຊີວິດກໍ່ດີຂຶ້ນຫຼາຍ”.

ທ່ານພັນເອກພິເສດ ຫງວຽນແອັງແທັ່ງ ຜູ້ອໍານວຍການບໍລິສັດແຮ່ທາດ ແລະຫຼອມໂລຫະ ວຽງຈັນ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ: “ປີ 2010, ພາຍຫຼັງຄົ້ນຄວ້າ, ສຳຫຼວດມາໄດ້ໄລຍະໜຶ່ງ, ເຫັນວ່າແນວພັນຕົ້ນມັນສາຄູຫວຽດນາມ ປັບຕົວເຂົ້າກັບດິນຟ້າອາກາດຂອງປະເທດລາວ ໄດ້ດີຫຼາຍ, ທາງບໍລິສັດໄດ້ສົມທົບກັບອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນພັດທະນາຕົ້ນມັນສາຄູຢູ່ບ້ານນໍ້າຊານ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນ, ເຮັດໃຫ້ເຄື່ອງໝາຍການຄ້າເສັ້ນລ້ອນນໍ້າຊານ, ມີໜ້າຢູ່ຫຼາຍຕະຫຼາດລາວ, ຫວຽດນາມ ແລະຕ່າງປະເທດ".

ຈາກໝາກຜົນທີ່ບັນລຸໄດ້, ມາຮອດປະຈຸບັນ, ບໍລິສັດໄດ້ເປີດກວ້າງເຂດວັດຖຸດິບບັນລຸກວ່າ 200 ເຮັກຕາ, ດ້ວຍປະລິມານການຜະລິດສະເລ່ຍແຕ່ 45-50 ໂຕນ/ເຮັກຕາ; ໄດ້ຂະຫຍາຍໂຮງງານຜະລິດເສັ້ນລ້ອນ ແລະທາດແປ້ງມັນສາຄູຂຶ້ນເປັນ 3 ແຫ່ງຢູ່ບ້ານນໍ້າຊານ, ນໍ້າຊຽມ, ເມືອງອອມ ດ້ວຍລະບົບຕ່ອງໂສ້ການຜະລິດຢ່າງຄົບຊຸດ ແລະທັນສະໄໝ. ແຕ່ລະປີ, ແຕ່ລະໂຮງງານສາມາດຈຳໜ່າຍມັນສາຄູກວ່າ 1.000 ໂຕນ; ມີກຳລັງການຜະລິດເສັ້ນລ້ອນມັນສາຄູ 90 ໂຕນ; ເມື່ອຈໍາເປັນສາມາດເພີ່ມກຳລັງການຜະລິດຂອງໂຮງງານຂຶ້ນກວ່າ 2.800 ໂຕນຫົວຕໍ່ປີ; ສ້າງວຽກເຮັດງານທຳໃຫ້ຫຼາຍຮ້ອຍຄອບຄົວ, ມີລາຍຮັບສະເລ່ຍປະມານ 25 ລ້ານກີບ/ໃນລະດູປູກ 7 ເດືອນ, ເທົ່າກັບ 50 ລ້ານດົ່ງ.

ໂດຍຕັ້ງຢູ່ບໍລິເວນບັນດາກຸ່ມບ້ານທີ່ມີຊາວເຜົ່າມົ້ງກວມກວ່າ 90%, ເງື່ອນໄຂເສດຖະກິດ-ສັງຄົມຍັງຫຍຸ້ງຍາກ, ຮີດຄອງປະເພນີຫຼ້າຫຼັງຫຼາຍຢ່າງ, ຄຽງຂ້າງການເສີມຂະຫຍາຍປະສິດທິຜົນໂຄງການປູກມັນສາຄູ, ບໍລິສັດຍັງສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນເພື່ອຊ່ວຍເພື່ອນບ້ານ ສ້ອມແປງ, ຍົກລະດັບກຸ່ມບ້ານ; ປ້ອງກັນ, ຕ້ານພະຍາດໂຄວິດ-19, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ...

ທ່ານ ບຸນມາ ສຸຍະວົງ ເຈົ້າເມືອງຜາໄຊ ເນັ້ນໜັກວ່າ: "ໃນໄລຍະຜ່ານມາ, ຍ້ອນມີໂຄງການເສດຖະກິດ ແລະການຊ່ວຍເຫຼືອ, ໜູນຊ່ວຍຂອງບໍລິສັດຢ່າງທັນການ, ພິເສດແມ່ນໂຄງການປູກຕົ້ນມັນສາຄູໄດ້ຊ່ວຍໃຫ້ປະຊາຊົນທ້ອງຖິ່ນມີວຽກເຮັດງານທໍາໝັ້ນຄົງ. ປູກຕົ້ນມັນສາຄູມີປະສິດທິຜົນສູງກວ່າ, ດ້ວຍເຫດນັ້ນ ຊີວິດການເປັນຢູ່ຂອງປະຊາຊົນ ຈຶ່ງດີຂຶ້ນ. ພໍ່ແມ່ປະຊາຊົນຂອບໃຈບໍລິສັດຫຼາຍ". ການນຳທ້ອງຖິ່ນຂອງປະເທດລາວ ສະແດງຄວາມປາດຖະໜາວ່າ ທາງບໍລິສັດຈະມີໂຄງການອື່ນຕື່ມອີກ, ສືບຕໍ່ເປີດກວ້າງການຜະລິດ, ໜູນຊ່ວຍປະຊາຊົນໃນການປູກຝັງ, ຊ່ວຍເຫຼືອທ້ອງຖິ່ນ ແລະປະຊາຊົນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຢ່າງແທ້ຈິງ; ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ຮັດແໜ້ນສາຍພົວພັນມິດຕະພາບ ແລະຄວາມສາມັກຄີແບບພິເສດລະຫວ່າງສອງປະເທດອ້າຍນ້ອງຫວຽດນາມ-ລາວ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.