ຫວຽດນາມສະໜັບສະໜູນບັນດາຫົວຄິດປະດິດສ້າງ ແລະ ການກະທຳເພື່ອແນໃສ່ຊຸກຍູ້ “ວຽກງານທີ່ແທດເໝາະ ແລະ ພື້ນຖານເສດຖະກິດສາມັກຄີ”.

07:16 | 14/06/2022

ຍສໝ- ຫວ່າງແລ້ວນີ້, ທີ່​ນະຄອນ​ເຈ​ນີວາ (ສະ​ວິດເຊີແລນ), ທ່ານ​ລັດຖະມົນຕີ​​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ດາວຫງອກຢຸງ ​ໄດ້ມີການ​ກ່າວ​ຄຳ​ເຫັນທາງ​ໄກ​ທີ່​​ວາລະຄັ້ງ​ທີ 110​ ຂອງກອງປະຊຸມແຮງ​ງານ​ສາກົນ​, ​ເຊິ່ງໄດ້​ຈັດຕັ້ງຕາມຮູບ​ແບບ​ເຊິ່ງໜ້າ ແລະ ທາງໄກຈາກສຳນັກງານ​ຂອງອົງການຈັດຕັ້ງແຮງງານສາກົນ (ILO) ທີ່ ເຈນີວາ, ປະເທດສະວິດເຊີແລນ.

ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022 ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022
ຫວຽດນາມ ຈັດຕັ້ງກອງປະຊຸມບັນດາສູນຮັກສາສັນຕິພາບ ຢ່າງສໍາເລັດຜົນ ຫວຽດນາມ ຈັດຕັ້ງກອງປະຊຸມບັນດາສູນຮັກສາສັນຕິພາບ ຢ່າງສໍາເລັດຜົນ
ຫວຽດນາມສະໜັບສະໜູນບັນດາຫົວຄິດປະດິດສ້າງ ແລະ ການກະທຳເພື່ອແນໃສ່ຊຸກຍູ້ “ວຽກງານທີ່ແທດເໝາະ ແລະ ພື້ນຖານເສດຖະກິດສາມັກຄີ”.
ທ່ານ​ລັດຖະມົນຕີ​​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ດາວຫງອກຢຸງ (ພາບ: Molisa)

ທ່ານ​ລັດຖະມົນຕີ ດາວຫງອກຢຸງ ​ໄດ້ສະແດງຄວາມ​ຊົມ​ເຊີຍ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ, ພ້ອມ​ກັນ​ນັ້ນ ກໍ​ສະໜັບສະໜູນ​ບັນດາ​ຫົວຄິດປະດິດສ້າງ, ການ​ກະທຳ​ຂອງອົງການຈັດຕັ້ງແຮງງານສາກົນ ເພື່ອ​ແນ​ໃສ່​ຊຸກຍູ້ ວຽກ​ງານ​ທີ່​ແທດເໝາະ​ ​ແລະ ​ພື້ນຖານເສດຖະກິດ​ສາມັກຄີ.

ທ່ານ​ກ່າວ​ວ່າ: “ຫວຽດນາມ ຍາມ​ໃດ​ກໍ​ສະເໝີຕົ້ນສະເໝີປາຍ​ກັບ​ທັດສະນະ​​​ພັດທະນາຢ່າງ​ຮອບດ້ານ, ​ກວມລວມ ​ແລະ ຫມັ້ນຄົງເພື່ອມະນຸດ; ​ຖືມະນຸດເປັນໃຈກາງ​ຂອງ​ວິວັດ​ການ​ພັດ​ທະ​ນາ, ບໍ່​ຈໍາແນກເພດ, ອາ​ຍຸ, ຊົນ​ເຜົ່າ, ສາສະໜາ, ​ພາກສ່ວນ, ຊົນ​ຊັ້ນ ​ແລະ ​ສະ​ຖາ​ນະ​ຕໍາແໜ່ງ​ທາງ​ສັງ​ຄົມ. ຫວຽດນາມ ສະໜັບສະໜູນ ILO ຊຸກຍູ້​ພື້ນຖານ​ເສດຖະກິດສາມັກຄີ, ​ພັດທະນາ​ແບບ​ຍືນ​ຍົງ ແລະ ​ພິເສດແມ່ນເຫັນດີເຫັນເປັນເອກະພາບກ່ຽວກັບກອງປະຊຸມປຶກສາຫາລືເພື່ອຍົກອອກບັນດາເງື່ອນໄຂກ່ຽວກັບຄວາມປອດໄພ, ອະນາໄມແຮງງານເຂົ້າໃນຖະແຫຼງການປີ 1998 ວ່າດ້ວຍບັນດາຫຼັກການ ແລະ ສິດພື້ນຖານທີ່ບ່ອນເຮັດວຽກ.

ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມແຮງຮ່ວມໃຈກັບບັນດາປະເທດສະມາຊິກເພື່ອແກ້ໄຂບັນດາສິ່ງທ້າທາຍຂອງວຽກເຮັດງານທຳໃນອະນາຄົດ, ພ້ອມກັນນັ້ນ ກໍຫວັງວ່າ ILO ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ຮັບປະກັນວຽກເຮັດງານທຳໃຫ້ແທດເໝາະໃນສະພາບການໂລກທີ່ມີຫຼາຍການຜັນແປ.”

ຫອມມາລາ

ເຫດການ
302 Found

Found

The document has moved here.