ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​​ເຂົ້າ​ຮ່ວມ​ກອງ​ປະຊຸມສະໄໝພິເສດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ - ອິນ​ເດຍ

16:30 | 20/06/2022

ຍສໝ - ທ່ານ ບຸ່ຍແທງເຊີນ ​ເນັ້ນໜັກ​ເຖິງ​ສາຍ​ພົວພັນທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ​ລະຫວ່າງ​ອິນ​ເດຍ ​ແລະ ເຂດ​ອາຊີ​ຕາ​ເວັນ​ອອກ.

ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ
ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຢືນ​ຢັນ ແລະ ຜັນຂະຫຍາຍແນວທາງພົວພັນຕ່າງ​ປະ​ເທດ​ຢ່າງ​ສະ​ເໝີຕົ້ນສະເໝີປາຍຂອງ​ຫວຽດ​ນາມ ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຢືນ​ຢັນ ແລະ ຜັນຂະຫຍາຍແນວທາງພົວພັນຕ່າງ​ປະ​ເທດ​ຢ່າງ​ສະ​ເໝີຕົ້ນສະເໝີປາຍຂອງ​ຫວຽດ​ນາມ

ວັນ​ທີ 16 ມິຖຸນາ​, ຢູ່​ ​ນິວ​ເດ​ລີ​ ຂອງ​ອິນ​ເດຍ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ພ້ອມ​ກັບ​ບັນດາລັດຖະມົນຕີ​ການ​ຕ່າງປະ​ເທດ​, ຜູ້​ແທນ​ຂັ້ນ​ສູງ​ອາ​ຊຽນ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ທູດ ອາ​ຊຽນ - ອິນ​ເດຍ ​ເນື່ອງ​ໃນ​ໂອກາດ​ຄົບຮອບ 30 ປີ ການພົວພັນຄູ່ຮ່ວມມືສອງຝ່າຍ (1992-2022).

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​ໄດ້​ຕີ​ລາຄາ​ສູງ​ຄວາມໝາຍ ​ປີ 2022, ​ແມ່ນ​ປີສະເຫຼີມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງຕັ້ງການ​ພົວພັນ​ອາ​ຊຽນ - ອິນ​ເດຍ ກົງ​ກັບສະເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​ເດຍ ແລະ 75 ປີ​ແຫ່ງ​ອິນເດຍ ເປັນ​​ເອກະລາດ.

ທ່ານ ບຸ່ຍແທງເຊີນ ​ເນັ້ນໜັກ​ເຖິງ​ສາຍ​ພົວພັນທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ​ລະຫວ່າງ​ອິນ​ເດຍ ​ແລະ ເຂດ​ອາຊີ​ຕາ​ເວັນ​ອອກ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​​ເຂົ້າ​ຮ່ວມ​ກອງ​ປະຊຸມສະໄໝພິເສດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ - ອິນ​ເດຍ

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​​ເຂົ້າ​ຮ່ວມ​ກອງ​ປະຊຸມສະໄໝພິເສດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ - ອິນ​ເດຍ. ພາບ: phapluatplus.vn

ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ຮຽກຮ້ອງ​ອາ​ຊຽນ ​ແລະ ອິນ​ເດຍ ຮ່ວມແຮງຮ່ວມໃຈເຊີດຊູ ​ແລະ ສືບຕໍ່ເສີມຂະຫຍາຍ​ຄຸນຄ່າລວມ ເຊິ່ງສອງຝ່າຍພ້ອມກັນແບ່ງປັນ, ຊຸກຍູ້ການເຈລະຈາ, ຮ່ວມມື ແລະ ສ້າງຄວາມ ໄວ້ເນື້ອເຊື່ອໃຈ, ຄວາມກົມກຽວທີ່ແຕກຕ່າງກັນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນ.

ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ຮຽກຮ້ອງ ອາ​ຊຽນ ​ແລະ ອິນ​ເດຍ ​ເພີ່ມ​ທະວີ​ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ທາງດ້ານສາທາລະນະສຸກ, ສົມທັບກັນຜັນຂະຫຍາຍສັນຍາ​ FTA ອາ​ຊຽນ - ອິນ​ເດຍ ຢ່າງ​ມີ​ປະສິດທິ​ຜົນ, ​ເຊື່ອມ​ໂຍງ ​ແລະ ເປີດກວ້າງ​ການ​ຮ່ວມ​ມື​​ຫັນ​ເປັນ​ດີ​ຈີ​ຕອນ, ນະວັດ​ຕະກຳປະດິດສ້າງ ​ແລະ ພັດທະນາ​ອະນຸ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ແມ່​ນ້ຳຂອງ-ແມ່ນໍ້າຄົງຄາ.

ທ່ານ ບຸ່ຍແທງເຊີນ ຕີລາຄາສູງ ອິນ​ເດຍ ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ ອາ​ຊຽນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ສະເໜີອິນເດຍ ສະໜັບສະໜູນ ຄວາມມານະພະຍາຍາມຂອງອາຊຽນ ໃນການສ້າງ​ທະ​ເລ​ຕາ​ເວັນ​ອອກ ​ສັນຕິພາບ, ສະຖຽນ​ລະ​ພາບ, ​ຮ່ວມ​ມື... ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາວັດທະນາຖາວອນ ຢູ່​ພາກ​ພື້ນ ​ແລະ​ ໃນ​​ໂລກ​.

ບູນມີ

ເຫດການ
302 Found

Found

The document has moved here.