ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ

09:24 | 28/05/2022

ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການດ້ານການເມືອງ, ເສດຖະກິດ,ສັງຄົມ ຂອງແຕ່ລະປະເທດ, ຕີລາຄາສູງບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະລາແອັນ ໃນໄລຍະຜ່ານມາ.

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາທຸກ​ຂັ້ນ ແລະ ພຸ​ດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ມິ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາທຸກ​ຂັ້ນ ແລະ ພຸ​ດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ມິ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ຈີນ ປະ​ກາດ​ໃຊ້​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ຈີນ ປະ​ກາດ​ໃຊ້​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ
ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອິດສະລາແອັນ (ພາບ: TTXVN)
ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອິດສະລາແອັນ (ພາບ: TTXVN)

ໂດຍປະຕິບັດດ້ານຂໍ້ຕົກລົງລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ອິດສະລາແອັນ, ວັນທີ 26 ພຶດສະພາ, ທ່ານ ໂດຮຸ່ງວຽດຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Alon Bar ຫົວໜ້າກົມກະຊວງການຕ່າງປະເທດ ອິດສະລາແອັນ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດສອງປະເທດ ຕາມຮູບແບບທາງໄກ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການດ້ານການເມືອງ, ເສດຖະກິດ,ສັງຄົມ ຂອງແຕ່ລະປະເທດ, ຕີລາຄາສູງບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະລາແອັນ ໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດການເມືອງ - ການຕ່າງປະເທດ, ເສດຖະກິດ, ວິທະຍາສາດ - ເຕັກໂນໂລຢີ, Startup ປະດິດຄິດສ້າງ…

ໃນສະພາບການທີ່ຫວຽດນາມ ແລະ ອິດສະລາແອັນ ກະກຽມມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1993 - 2023), ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍມາດຕະການລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີການເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ພົບປະການນຳຂັ້ນສູງ, ຜູ້ຕາງໜ້າບັນດາກະຊວງ/ຂະແໜງການ ແລະ ທ້ອງຖິ່ນສອງປະເທດແບບທາງໄກ, ຊຸກຍູ້ການເຈລະຈາບັນດາສັນຍາຮ່ວມມືສຳຄັນ, ເພີ່ມທະວີການໜູນຊ່ວຍຂອງອິດສະລາແອັນຕໍ່ບັນດາວິສາຫະກິດ, ໂຄງການ Startup ປະດິດຄິດສ້າງຂອງ ຫວຽດນາມ…

ໃນໂອກາດນີ້, ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງກວ້າງຂວາງ.

vovworld.vn

ເຫດການ
302 Found

Found

The document has moved here.