ສະມາຊິກລັດຖະສະພາໜຸ່ມ ຫວຽດນາມ ພ້ອມກັບສະມາຊິກລັດຖະສະພາ ໜຸ່ມທົ່ວໂລກ ຕ້ານການປ່ຽນແປງຂອງດິນຟ້າອາກາດ

14:09 | 20/06/2022

ຍສໝ - ເຂົ້າຮ່ວມກອງປະຊຸມ ມີຜູ້ແທນປະມານ 200 ທ່ານທີ່ມາຈາກ ກວ່າ 60 ປະເທດ ແລະບັນດາອົງການຈັດຕັ້ງສາກົນ.

ສະມາຊິກສະພາແຫ່ງຊາດທີ່ເປັນຊາວເຜົ່າສ່ວນໜ້ອຍສວມບົດບາດເປັນຂົວຕໍ່ລະຫວ່າງສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ສະມາຊິກສະພາແຫ່ງຊາດທີ່ເປັນຊາວເຜົ່າສ່ວນໜ້ອຍສວມບົດບາດເປັນຂົວຕໍ່ລະຫວ່າງສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ
HUFO: ບັນດາສະມາຊິກຂອງຄະນະປະຕິບັດງານກ່ຽວກັບກິດຈະກໍາຂອງກຸ່ມ ປະຕິບັດງານວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສ້າງຂໍ້ກຳນົດກົດລະບຽບສົມທົບໃນປີ 2022 HUFO: ບັນດາສະມາຊິກຂອງຄະນະປະຕິບັດງານກ່ຽວກັບກິດຈະກໍາຂອງກຸ່ມ ປະຕິບັດງານວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສ້າງຂໍ້ກຳນົດກົດລະບຽບສົມທົບໃນປີ 2022

ໃນລະຫວ່າງວັນທີ 15 – 16 ມິຖຸນາ, ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ດິງທິເຟືອງລານ, ຮອງປະທານສະພາຊົນເຜົ່າ, ຮອງປະທານກຸ່ມສະມາຊິກສະພາແຫ່ງຊາດໜຸ່ມຊຸດທີ XV ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ IPU ຄັ້ງທີ 8, ໂດຍສະພາແຫ່ງຊາດ ເກຼັກ ແລະສະຫະພັນລັດຖະສະພາໂລກ (IPU) ສົມທົບ ກັນຈັດຂຶ້ນຢູ່ນະຄອນ Sharm el Sheihk, ເອຢິບ. ເຂົ້າຮ່ວມກອງປະຊຸມ ມີຜູ້ແທນປະມານ 200 ທ່ານທີ່ມາຈາກກວ່າ 60 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນ.

ສະມາຊິກລັດຖະສະພາໜຸ່ມ ຫວຽດນາມ ພ້ອມກັບສະມາຊິກລັດຖະສະພາ ໜຸ່ມທົ່ວໂລກ ຕ້ານການປ່ຽນແປງຂອງດິນຟ້າອາກາດ
ສະມາຊິກລັດຖະສະພາໜຸ່ມ ຫວຽດນາມ ພ້ອມກັບສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຕ້ານການປ່ຽນແປງຂອງດິນຟ້າອາກາດ.

ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ແບ່ງປັນຄວາມວິຕົກກັງວົນ ລວມກັບບັນດາປະເທດ ກ່ຽວກັບຜົນກະທົບຂອງບັນຫາການປ່ຽນແປງຂອງ ດິນຟ້າອາກາດ; ແຈ້ງໃຫ້ຊາບກ່ຽວກັບຄວາມມານະພະຍາຍາມຂອງ ສະພາແຫ່ງຊາດ ຫວຽດນາມ ໃນນັ້ນມີສະມາຊິກລັດຖະສະພາໜຸ່ມ ໃນການ ຮັບມືກັບບັນຫາດັ່ງກ່າວ ນັບແຕ່ເລື່ອງປະກາດໃຊ້ກົດໝາຍເພື່ອສ້າງກອບນິຕິກຳ.

ສະພາແຫ່ງຊາດ ຫວຽດນາມ ໄດ້ຍົກອອກຄຳໝັ້ນສັນຍາປະຕິບັດການຫຼຸດຜ່ອນການປ່ອຍ ອາຍພິດເຮືອນແກ້ວເຂົ້າລະບົບກົດໝາຍ ເພື່ອໃຫ້ປະຊາຊົນໝົດທຸກ ຄົນພ້ອມ ກັນປະຕິບັດ. ຢືນຢັນແຜນນະໂຍບາຍຂອງ ຫວຽດນາມ ນັ້ນແມ່ນທັງ ພັດທະນາ ເສດຖະກິດເພື່ອບືນຕົວຂຶ້ນ, ຮັບປະກັນການດຳລົງຊີວິດຂອງປະຊາຊົນ ໃຫ້ເປັນຢ່າງດີກວ່າ, ພ້ອມທັງປະກອບສ່ວນຄວາມຮັບຜິດຊອບຕໍ່ ປະຊາຄົມສາກົນ…

ບູນມີ

ເຫດການ
302 Found

Found

The document has moved here.