ສະມາຊິກສະພາແຫ່ງຊາດທີ່ເປັນຊາວເຜົ່າສ່ວນໜ້ອຍສວມບົດບາດເປັນຂົວຕໍ່ລະຫວ່າງສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ

14:56 | 26/05/2022

ຕອນບ່າຍວັນທີ 25/5, ຢູ່ຫໍສະພາແຫ່ງຊາດ, ການນຳພັກ ແລະ ລັດ ໄດ້ມີການພົບປະກັບບັນດາສະມາຊິກ ສະພາແຫ່ງຊາດຊຸດທີ 15 ທີ່ເປັນຊາວເຜົ່າສ່ວນໜ້ອຍ.

ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ຢ່າງ​ສົມ​ກຽດ ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ຢ່າງ​ສົມ​ກຽດ
ການຢ້ຽມຢາມ ສປປ ລາວ ຂອງປະທານສະພາແຫ່ງຊາດ “ປະສົບຜົນສຳເລັດຢ່າງຈົບງາມ” ການຢ້ຽມຢາມ ສປປ ລາວ ຂອງປະທານສະພາແຫ່ງຊາດ “ປະສົບຜົນສຳເລັດຢ່າງຈົບງາມ”
ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ
ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ

ເຂົ້າຮ່ວມກອງປະຊຸມມີທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເນັ້ນໜັກວ່າ: ພັກ ແລະ ລັດ ຍາມໃດກໍ່ກຳນົດມະຫາສາມັກຄີບັນດາເຜົ່າແມ່ນສິ່ງສຳຄັນທີ່ສຸດຂອງປະເທດຊາດ. ໃນຊຸມປີມໍ່ໆມານີ້, ໄດ້ມີຫຼາຍແຜນນະໂຍບາຍ ແລະ ນະໂຍບາຍພັດທະນາເສດຖະກິດ - ສັງຄົມຢູ່ເຂດບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງເທື່ອລະກ້າວ.

ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຫວັງວ່າບັນດາສະມາຊິດສະພາແຫ່ງຊາດ ແມ່ນຊາວເຜົ່າ ສ່ວນໜ້ອຍຈະຮັກສາສາຍສຳພັນກັບຜູ້ມີສິດເລືອກຕັ້ງ ເປັນປະຈຳ, ພິເສດ ແມ່ນຜູ້ມີສິດເລືອກຕັ້ງເຂດບັນດາເຜົ່າ ສ່ວນໜ້ອຍ, ເຂດພູດອຍ; ເປັນຂົວຕໍ່, ເປັນຕົວແທນໃຫ້ແກ່ຈເດຈຳນົງ ຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ເພື່ອແນໃສ່ມີຂໍ້ສະເໜີແນະທີ່ ສອດຄ່ອງກັບຄວາມໃນໃຈ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງບັນດາຊົນເຜົ່າສ່ວນໜ້ອຍກັບບັນດາອົງການທີ່ມີສິດອຳນາດ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.