ສະຫລຸບກອງປະຊຸມ, ທ່ານ ໂດວຽດຮ່າ, ປະທານ HUFO ຢືນຢັນວ່າ HUFO ຈະສັງລວມບັນດາຄຳເຫັນປະກອບຂອງບັນດາສະມາຊິກໃນກຸ່ມປະຕິບັດງານກ່ຽວກັບການເຄື່ອນໄຫວຂອງບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເພື່ອລາຍງານໃຫ້ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ. ບັນດາຄຳເຫັນປະກອບກ່ຽວກັບບັນດາການເຄື່ອນໄຫວຂອງກຸ່ມປະຕິບັດງານ, HUFO ຈະສັງລວມ ແລະເພີ່ມເຕີມໃສ່ຮ່າງຂໍ້ກຳນົດໃໝ່, ສົ່ງໃຫ້ບັນດາສະມາຊິກພິຈາລະນາ, ປະກອບຄຳເຫັນກ່ອນຍື່ນສະເໜີໃຫ້ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ປະກາດໃຊ້.
![]() |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: HUFO |
ຄຽງຂ້າງນັ້ນ, ຄຳເຫັນປະກອບກ່ຽວກັບການບູລະນະບຸກຄະລາກອນຂອງກຸ່ມປະຕິບັດງານ, HUFO ຈະສົ່ງເອກະສານທາງການເຖິງບັນດາຫົວໜ່ວຍເພື່ອສະເໜີແຕ່ງຕັ້ງພະນັກງານຮັບຜິດຊອບສະເພາະເຂົ້າຮ່ວມກຸ່ມປະຕິບັດງານ ແລະຍື່ນສະເໜີຕໍ່ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ປະກາດຂໍ້ຕົກລົງບູລະນະບຸກຄະລາກອນຂອງກຸ່ມປະຕິບັດງານ.
ບູນມີ