ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ

13:23 | 14/06/2022

ຍສໝ-ຫວ່າງແລ້ວນີ້, ທ່ານ ລັດຖະມົນຕີກະຊວງຕໍາຫຼວດ ໂຕເລີມ ໄດ້ມີການຕ້ອນຮັບ ທ່ານນາງ Robyn Mudie, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ, ມາຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການເຮັດ​ວຽກຢູ່ຫວຽດນາມ.

ພົນເອກ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ພົນເອກ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ
ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ
ທ່ານລັດຖະມົນຕີ ໂຕເລີມ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ
ທ່ານ ລັດຖະມົນຕີກະຊວງຕໍາຫຼວດ ໂຕເລີມ ໄດ້ມີການຕ້ອນຮັບ ທ່ານນາງ Robyn Mudie, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອົດສະຕາລີ ປະຈໍາ ຫວຽດນາມ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລີມ ກ່າວແຈ້ງວ່າ ໄລະຍະຜ່ານມາ, ການຮ່ວມມືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການປ້ອງກັນຄວາມສະຫງົບ, ປະຕິບັດກົດໝາຍອົດສະຕາລີ ໄດ້ເປີດກວ້າງ ແລະ ເພີ່ມທະວີ, ບໍ່ພຽງແຕ່ຢຸດຢູ່ທີ່ການແລກປ່ຽນ, ແບ່ງປັນບົດຮຽນເທົ່ານັ້ນ ຫາກຍັງກ້າວເຂົ້າສູ່ການຮ່ວມມືຢ່າງແທດຈິງອີກດ້ວຍ. ທ່ານລັດຖະມົນຕີ ໂຕເລີມ ສະແດງຄວາມຫວັງວ່າ ໄລຍະຈະມາເຖິງນີ້, ທັງສອງຝ່າຍຈະສືບຕໍ່ຢ່າງຕັ້ງໜ້າໃນການຜັນຂະຫຍາຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມ, ໂດຍສະເພາະແມ່ນບົດບັນທຶກກ່ຽວກັບການຮ່ວມມືດ້ານຕໍາຫຼວດ ແລະ ປ້ອງກັນ, ຕ້ານອາດຊະຍາກໍາທີ່ມີການຈັດຕັ້ງ ແລະ ບົດບັນທຶກການເຈລະຈາປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີ ຄັ້ງທີ 2 ທີ່ໄດ້ເຊັນໃນປີ 2019 ທີ່ຮ່າໂນ້ຍ; ພ້ອມກັນນັ້ນ ກໍຜັນຂະຫຍາຍວຽກງານກະກຽມການຈັດຕັ້ງການເຈລະຈາປ້ອງກັນຄວາມສະຫງົບ ຄັ້ງທີ 3 ຢູ່ອົດສະຕາລີ, ຄາດວ່າໃນໄຕມາດ III ປີ 2022.

ສ່ວນຝ່າຍອົດສະຕາລີ, ທ່ານນາງ Robyn Mudie ຢັ້ງຢືນວ່າ ເຖິງວ່າຢູ່ຖານະຕໍາແໜ່ງວຽກງານໃດກໍຕາມ, ກໍຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ການພັດທະນາການພົວພັນຮ່ວມມືອັນດີງາມລະຫວ່າງຫວຽດນາມ - ອົດສະຕາລີ, ພ້ອມກັນນັ້ນ ກໍຈະສະໜັບສະໜູນ ແລະເປັນຂົວເຊື່ອມຕໍ່ເປີດກວ້າງການພົວພັນຮ່ວມມືໃຫ້ມີປະສິດທິຜົນກວ່າອີກ ລະຫວ່າງກະຊວງຕໍາຫຼວດຫວຽດນາມ ກັບບັນດາອົງການປ້ອງກັນຄວາມສະຫງົບ, ປະຕິບັດກົດໝາຍຂອງອົດສະຕາລີ ເພື່ອຮັບປະກັນຄວາມໝັ້ນຄົງໃນການປ້ອງກັນຄວາມສະຫງົບແຫ່ງຊາດ, ຄວາມຈະເລີນຮຸ່ງເຮືອງຢູ່ແຕ່ລະປະເທດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ຫອມມາລາ

ເຫດການ
302 Found

Found

The document has moved here.