ເປີດກອງປະຊຸມ ແລະ ສຳມະນາ ສະຫະສະມາຄົມບັນດາສູນຮັກສາສັນຕິພາບອາຊີ - ປາຊີຟິກ

15:00 | 15/06/2022

ຍສໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ກົມ​ຮັກສາ​ສັນຕິພາບ​ຫວຽດນາມ ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ປະຈຳ​ປີ ​ແລະ ສຳມະນາ ສະຫະສະມາຄົມບັນດາສູນ​​ຮັກສາ​ສັນຕິພາບ ອາຊີ - ປາຊີ​ຟິກ (AAPTC) 2022.

APEC ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ APEC ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ
ຫວຽດນາມ ຊົມເຊີຍຂໍ້ລິເລີ່ມເຂົ້າຮ່ວມ ແລະ ເຊື່ອມຕໍ່ອິນໂດ - ປາຊີຟິກ ຫວຽດນາມ ຊົມເຊີຍຂໍ້ລິເລີ່ມເຂົ້າຮ່ວມ ແລະ ເຊື່ອມຕໍ່ອິນໂດ - ປາຊີຟິກ

ກາວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານພົນຕີ ຟູງສີເຕີນ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່ ຫວຽດນາມ ​ໄດ້​ຮັບດຳລົງ​ເປັນ​ປະທານ AAPTC ​ແລະ ເປັນປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ AAPTC ​ໃນ​ສະພາບ​ທີ່ ຫວຽດນາມ ​ເຂົ້າ​ຮ່ວມ AAPTC ​ເປັນ​ທາງ​ການ ໃນ 7 ປີ​ຜ່ານ​ມາ, ພ້ອມ​ກັນ​ນັ້ນ​ກໍ​ໄດ້​ສົ່ງ​ກຳລັງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ ຂອງ​ສະຫະ​ປະຊາ​ຊາດ​ເປັນ​ເວລາ 8 ປີ. ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຕີ​ລາຄາ​ສູງ​ຄວາມ​ສຳຄັນ ​ແລະ ຄວາມ​ໝາຍ​ຂອງ​ກອງ​ປະຊຸມ AAPTC ​ຄັ້ງ​ນີ້ ​ເພາະວ່າ ​ແມ່ນ​ໂອກາດ​ອັນ​ລ້ຳ​ຄ່າ ​ເພື່ອ​ໃຫ້​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ແລກປ່ຽນ​ວິຊາສະເພາະ, ​ແບ່ງປັນ​ປະສົບ​ການ, ຂໍ້​ລິ​ເລີ່ມ ​ແລະ ມາດ​ຕະການ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ ​ແລະ ຄວາມ​ຫຍຸ້ງຍາກ, ພິ​ເສດ​ແມ່ນ​ຜົນ​ກະທົບຈາກການລະບາດຂອງພະຍາດໂຄວິດ-19, ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແບ່ງປັນ​ແຫຼ່ງກຳລັງ ​ເພື່ອ​ຮັບປະກັນ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ຝຶກ​ອົບຮົມ, ກະກຽມ​ການ​ຜັນ​ຂະຫຍາຍ​ກຳລັງ​ຢ່າງ​ວ່ອງ​ໄວ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ ຢ່າງມີ​ປະສິດທິ​ຜົນ, ປະກອບສ່ວນ​ປະຕິບັດ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮັກສາ​ສັນຕິພາບ​ຂອງ​ປະຊາ​ຄົມ​ສາກົນ.

ເປີດກອງປະຊຸມ ແລະ ສຳມະນາ ສະຫະສະມາຄົມບັນດາສູນຮັກສາສັນຕິພາບອາຊີ - ປາຊີຟິກ
ເປີດກອງປະຊຸມ ແລະ ສຳມະນາ ສະຫະສະມາຄົມບັນດາສູນຮັກສາສັນຕິພາບອາຊີ - ປາຊີຟິກ. (ພາບ: qdnd)

ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ​ແລະ ສຳມະນາ AAPTC ປະຈຳ​ປີ 2022 ຂອງ​ຫວຽດນາມ ​ ໄດ້​ຢືນຢັນ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​​ປະ​ເທດປະທານ ​ແລະ ປະ​ເທດ​ເຈົ້າພາບ AAPTC ທີ່ດຳລົງ, ​ເພີ່ມ​ທະວີ​ທີ່​ຕັ້ງ​ສາກົນ​ຂອງ​ຫວຽດນາມ ​ໃນ​ການ​ຮ່ວມ​ມື​ຮັກສາ​ສັນຕິພາບ​ຂອງ ສປຊ ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ຍົກ​ສູງ​ປະສິດທິ​ຜົນໃນການ​ເຂົ້າ​ຮ່ວມ​ຂອງ​ປະ​ເທດ​ສະມາຊິກ​ ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ພາກ​ພື້ນ. ຢັ້ງຢືນ ແລະ ຍົກສູງຜົນສຳເລັດຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານການລະບາດຂອງພະຍາດ ໂຄວິດ-19 ແລະ ປັບຕົວເຂົ້າກັບສະພາບການໃໝ່ໂດຍໄວຢ່າງປອດໄພ ແລະ ມີປະສິດທິຜົນ; ພ້ອມ​ກັນ​ນັ້ນ ກໍ​ໂຄສະນາ​ບັນດາ​ຜົນງານ ​ແລະ ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.