ຫວຽດນາມ ຊົມເຊີຍຂໍ້ລິເລີ່ມເຂົ້າຮ່ວມ ແລະ ເຊື່ອມຕໍ່ອິນໂດ - ປາຊີຟິກ

15:01 | 18/01/2021

ຍສໝ - ຕາມຜູ້ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັງ, ຫຼັກໝັ້ນນີ້ ໄດ້ແບ່ງປັນໂດຍຫວຽດນາມ ແລະ ປະເທດອື່ນໆ ໃນເອກະສານທັດສະນະຂອງອາຊຽນກ່ຽວກັບອິນໂດ - ປາຊີຟິກ (AOIP).

ຫວຽດນາມ ຊ ມເຊ ຍຂ ລ ເລ ມເຂ າຮ ວມ ແລະ ເຊ ອມຕ ອ ນໂດ ປາຊ ຟ ກ ການປະຊຸມທາງ​ອອນ​ລາຍ ຂອງຜູ້ບັນຊາການກຳລັງປ້ອງກັນປະເທດໃນພາກພື້ນອິນເດຍ - ປາຊີຟິກ
ຫວຽດນາມ ຊ ມເຊ ຍຂ ລ ເລ ມເຂ າຮ ວມ ແລະ ເຊ ອມຕ ອ ນໂດ ປາຊ ຟ ກ Stimson Center: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງປະເທດອາເມລິກາ ໃນພາກພື້ນອາຊີ - ປາຊີຟິກ

ຕອບຄຳຖາມຂອງນັກຂ່າວກ່ຽວກັບຄຳເຫັນຂອງຫວຽດນາມ ວ່າດ້ວຍເອກະສານຍຸດທະສາດເສລີ ແລະ ເປີດກວ້າງມະຫາສະໝຸດອິນເດຍ - ປາຊີຟິກຂອງອາເມລິກາ, ຜູ້ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັງ ໄດ້ເນັ້ນໜັກຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເພື່ອແນໃສ່ຊອກຫາ ແລະ ຍິນດີຕໍ່ຂໍ້ລິເລີ່ມຕ່າງໆເພື່ອເຊື່ອມຕໍ່ ແລະ ເຂົ້າຮ່ວມໃນພາກພື້ນ, ປະກອບສ່ວນເຂົ້າໃນການຮ່ວມມື ແລະ ພັດທະນາຕາມກົດລະບຽບ, ເຄົາລົບກົດໝາຍສາກົນ, ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງທຸກໆປະເທດ, ລວມທັງບົດບາດເປັນໃຈກາງຂອງອາຊຽນ ໃນໂຄງປະກອບຂອງພາກພື້ນທີ່ກຳລັງໄດ້ເປັນຮູບເປັນຮ່າງ.

ຫວຽດນາມ ຊ ມເຊ ຍຂ ລ ເລ ມເຂ າຮ ວມ ແລະ ເຊ ອມຕ ອ ນໂດ ປາຊ ຟ ກ
ຜູ້ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງເລທິທູຮັ່ງ. (ພາບ: baoquocte)

ຫຼັກໝັ້ນດັ່ງກ່າວນີ້ ໄດ້ແບ່ງປັນໂດຍຫວຽດນາມ ແລະ ປະເທດອື່ນໆ ໃນເອກະສານທັດສະນະຂອງອາຊຽນກ່ຽວກັບອິນໂດ - ປາຊີຟິກ (AOIP). ກ່ຽວກັບແຜນການສະເໜີຂອງອາເມລິກາ ໃນການເຕົ້າໂຮມທະຫານເຮືອ ແລະ ກອງທັບເຮືອເພື່ອຕອບສະໜອງກັບບັນດາສິ່ງທ້າທາຍໃໝ່, ໃນນັ້ນມີບັນຫາທະເລຕາເວັນອອກ, ຜູ້ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງເລທິທູຮັ່ງ ໄດ້ຢືນຢັນຫຼັກໝັ້ນຂອງຫວຽດນາມທີ່ວ່າ ບັນດາປະເທດ ທັງພາຍໃນ ແລະ ພາຍນອກພາກພື້ນ ຄວນຕ້ອງການປະກອບສ່ວນຢ່າງມີຄວາມຮັບຜິດຊອບ ຕໍ່ເປົ້າໝາຍລວມຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືດ້ານການພັດທະນາໃນທະເລຕາເວັນອອກ, ປະຕິບັດຕາມກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ ປີ 1982 (UNCLOS 1982).

ຫວຽດນາມ ຊ ມເຊ ຍຂ ລ ເລ ມເຂ າຮ ວມ ແລະ ເຊ ອມຕ ອ ນໂດ ປາຊ ຟ ກ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ສຳຫຼັບການພັດທະນາສັນຕິພາບຂອງພາກພື້ນອາຊີ - ປາຊີຟິກ

ຍສໝ - ຕາມທ່ານ Igor Olegovich Mishin ແລ້ວ, ວິທີສຳຜັດຂອງຫວຽດນາມ ສໍາລັບບັນດາບັນຫາຢູ່ພາກພື້ນອາຊີ-ປາຊີຟິກ ແລະທະເລຕາເວັນອອກອີງໃສ່ບັນດາຫຼັກການຮັກສາສັນຕິພາບ ແລະບ້ານໃກ້ເຮືອນຄຽງມິດຕະພາບ.

ຫວຽດນາມ ຊ ມເຊ ຍຂ ລ ເລ ມເຂ າຮ ວມ ແລະ ເຊ ອມຕ ອ ນໂດ ປາຊ ຟ ກ ຫວຽດນາມ ຈະສືບຕໍ່ຊຸກຍູ້ວິວັດທະນາການພັດທະນາແບບຍືນຍົງຢູ່ ອາຊີ - ປາຊີຟິກ

ຍສໝ - ໃນລະຫວ່າງແຕ່ວັນທີ 27 – 31 ພຶດສະພາ 2019, ຢູ່ບາງກອກ, ປະເທດໄທ, ຄະນະກໍາມະການເສດຖະກິດ-ສັງຄົມອາຊີ-ປາຊີຟິກ ສະຫະປະຊາຊາດ (ESCAP) ຊຸດທີ 75 ໄດ້ດໍາເນີນກອງປະຊຸມຂັ້ນລັດຖະມົນຕີ ພາຍໃຕ້ຫົວຂໍ້ “ມອບສິດໃຫ້ແກ່ປະຊາຊົນ, ຮັບປະກັນລັກສະນະກວມລວມ ແລະ ຄວາມສະເໝີພາບ” ພາຍໃຕ້ການເປັນປະທານຂອງລັດຖະມົນຕີການຕ່າງປະເທດໂມງໂກນ, ປະທານຊຸດທີ 75 ຄະນະກໍາມະການ ...

ຫວຽດນາມ ຊ ມເຊ ຍຂ ລ ເລ ມເຂ າຮ ວມ ແລະ ເຊ ອມຕ ອ ນໂດ ປາຊ ຟ ກ 16 ປະເທດ ອາຊີ - ປາຊີຟິກ ເຫັນດີເພີ່ມທະວີການເຈລະຈາ RCEP

ຍສໝ-ລັດຖະມົນຕີກະຊວງການເງິນ ຂອງ 16 ປະເທດ ອາຊີ - ປາຊີຟິກ ໄດ້ເຫັນດີໃນການເພີ່ມທະວີການເຈລະຈາເພື່ອແນໃສ່ສ້າງສໍາເລັດຂໍ້ຕົກລົງການຄ້າເສລີໃນທ້າຍປີ 2019.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.