ປະທານສະພາແຫ່ງຊາດ ເຮັດວຽກກັບການນຳແຂວງເທື່ອທຽນເຫ້ວ

16:12 | 26/08/2023

ຍສໝ - ໂດຍສືບຕໍ່ການຢ້ຽມຢາມບັນດາແຂວງພາກກາງ, ໃນຕອນເຊົ້າວັນທີ 16 ກໍລະກົດ, ຢູ່ນະຄອນ ເຫວ້, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ມີການເຮັດວຽກກັບການນຳແຂວງ ເທື່ອທຽນເຫ້ວ ກ່ຽວກັບການກໍ່ສ້າງ ແລະ ພັດທະນາຂອງແຂວງຮອດທ້າຍປີ 2030. ວິໄສທັດເຖິງ 2045; ທົດລອງບາງກົນໄກ ແລະ ນະໂຍບາຍສະເພາະໃຫ້ແກ່ການພັດທະນາຂອງແຂວງເທື່ອທຽນເຫ້ວ.

ຮັດ​ແໜ້ນ​, ປັບ​ປຸງສາຍ​ພົວ​ພັນ​ມິດ​ຕະ​ພາບ, ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ສອງ​ແຂວງ​ອັດ​ຕະ​ປື (ລາວ) ແລະ ແຂວງ ເທື່ອທຽນເຫ້ວ (ຫວຽດນາມ). ຮັດ​ແໜ້ນ​, ປັບ​ປຸງສາຍ​ພົວ​ພັນ​ມິດ​ຕະ​ພາບ, ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ສອງ​ແຂວງ​ອັດ​ຕະ​ປື (ລາວ) ແລະ ແຂວງ ເທື່ອທຽນເຫ້ວ (ຫວຽດນາມ).
ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ແຂວງເທື່ອທຽນເຫ້ວ ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ແຂວງເທື່ອທຽນເຫ້ວ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດຮຽກຮ້ອງໃຫ້ແຂວງຍົກສູງປະສິດທິຜົນການຄຸ້ມຄອງ, ຂຸດຄົ້ນ, ລະດົມ, ການຈັດສັນ ແລະ ນຳໃຊ້ແຫຼ່ງກຳລັງຂອງພື້ນຖານເສດຖະກິດ ບົນພື້ນຖານອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກເມືອງຫຼວງເກົ່າ ແລະ ສີສັນວັດທະນະທຳຂອງເຫ້ວ; ຮອດປີ 2030 ຈະກາຍເປັນເມືອງມໍລະດົກພິເສດສະເພາະຂອງຫວຽດນາມ, ແມ່ນຕົວເມືອງແກ່ນສານລະດັບເຂດ ແລະ ອະນຸເຂດ, ເປັນສູນກາງໃຫຍ່ ແລະ ເປັນເອກະລັກສະເພາະຂອງອາຊີຕາເວັນອອກສຽງໃຕ້ໃນດ້ານວັດທະນະທຳ, ການທ່ອງທ່ຽວ.

ປະທານສະພາແຫ່ງຊາດ ເຮັດວຽກກັບການນຳແຂວງເທື່ອທຽນເຫ້ວ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ອາໄລຫາບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ເທື່ອທຽນ - ເຫວ້ (ພາບ:dangcongsan.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫາຍເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2023), ຕອນບ່າຍວັນທີ 15 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະປະຕິບັດງານສູນກາງ ໄດ້ໄປຖະຫວາຍດອກໄມ້, ທູບທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ນະຄອນເຫວ້ (ຕາແສງ ອານເຕີນ, ນະຄອນ ເຫວ້, ແຂວງ ເທືື່ອທຽນ ເຫວ້); ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ທ້ອງຖິ່ນ.

ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ເຫວ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະປະຕິບັດງານໄດ້ອາໄລຫານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຫຼາຍກ່ວາ 2.000 ຄົນ, ເຊິ່ງເປັນບັນດາລູກຮັກທີ່ດີເດັ່ນຂອງປະເທດຊາດໄດ້ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານປະທານສະພາແຫ່ງຊາດໝັ້ນໝາຍຈະສືບທອດມູນເຊື້ອອັນສະຫງ່າລາສີ, ພາລະກິດການປະຕິວັດທີ່ຍິ່ງໃຫຍ່ຂອງພັກ ແລະ ຂອງຊາດ; ຊອກຫາເພື່ອປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ເຂັ້ມແຂງ, ຈະເລີນຮຸ່ງເຮືອງຄືດັ່ງຄວາມຫວັງຂອງປະທານ ໂຮ່ຈີມິນ.

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວເປົາໝາຍນະໂຍບາຍໃນບໍລິເວນທ້ອງຖິ່ນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.