ຫວຽດນາມ ຈັດຕັ້ງກອງປະຊຸມບັນດາສູນຮັກສາສັນຕິພາບ ຢ່າງສໍາເລັດຜົນ

16:31 | 13/06/2022

ຍສໝ - ໃນການເຮັດວຽກ 3 ວັນ, ບັນດາຜູ້ແທນ ໄດ້ສຸມໃສ່ແລກປ່ຽນ, ປຶກສາຫາລື ບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາ ຊາດ; ພ້ອມທັງເຫັນດີຮັບຮອງເອົາ ແລະ ນໍາໃຊ້ບັນດາເອກະສານທີ່ສໍາຄັນ, ລວມມີ: ຖະແຫຼງການຮ່ວມ, ແຈ້ງການລວມ ແລະ ກົດລະບຽບສະບັບປັບ ປຸງເພີ່ມເຕີມຂອງສະຫະພັນ.

ຈຳນວນແຂກສາກົນຊອກຫາກ່ຽວກັບທ່ອງທ່ຽວ ຫວຽດນາມ ສືບຕໍ່ເພີ່ມຂຶ້ນຢ່າງແຮງ ຈຳນວນແຂກສາກົນຊອກຫາກ່ຽວກັບທ່ອງທ່ຽວ ຫວຽດນາມ ສືບຕໍ່ເພີ່ມຂຶ້ນຢ່າງແຮງ
ສາດສະດາຈານຊາວຫວຽດນາມ ໄດ້ຮັບລາງວັນອັນສູງສົ່ງຂອງ ສະຫະສະມາຄົມເຄມີລາຊະວົງ ອັງກິດ ສາດສະດາຈານຊາວຫວຽດນາມ ໄດ້ຮັບລາງວັນອັນສູງສົ່ງຂອງ ສະຫະສະມາຄົມເຄມີລາຊະວົງ ອັງກິດ

ຕອນບ່າຍວັນທີ 9 ມິຖຸນາ, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີອັດກອງປະຊຸມຄົບ ຄະນະປະຈໍາປີ ແລະ ກອງປະຊຸມສໍາມະນາສະຫະພັນບັນດາສູນຮັກສາ ສັນຕິພາບ ອາຊີ-ປາຊີຟິກ (AAPTC) ປີ 2022.

ຫວຽດນາມ ຈັດຕັ້ງກອງປະຊຸມບັນດາສູນຮັກສາສັນຕິພາບ ຢ່າງສໍາເລັດຜົນ
ຫວຽດນາມ ຈັດຕັ້ງກອງປະຊຸມບັນດາສູນຮັກສາສັນຕິພາບ ຢ່າງສໍາເລັດຜົນ. ພາບ: TTXVN

ໃນການເຮັດວຽກ 3 ວັນ, ບັນດາຜູ້ແທນ ໄດ້ສຸມໃສ່ແລກປ່ຽນ, ປຶກສາຫາລື ບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາ ຊາດ; ພ້ອມທັງເຫັນດີຮັບຮອງເອົາ ແລະ ນໍາໃຊ້ບັນດາເອກະສານທີ່ສໍາຄັນ, ລວມມີ: ຖະແຫຼງການຮ່ວມ, ແຈ້ງການລວມ ແລະ ກົດລະບຽບສະບັບປັບ ປຸງເພີ່ມເຕີມຂອງສະຫະພັນ.

ກ່າວຄໍາເຫັນອັດກອງປະຊຸມ, ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ ຫົວໜ້າ ກົມຮັກສາສັນຕິພາບຫວຽດນາມ ໄດ້ຮັບຮູ້ ແລະ ຕີລາຄາສູງຄວາມມານະ ພະຍາຍາມ, ຈິດໃຈເຮັດວຽກຢ່າງມີຄວາມຮັບຜິດຊອບຂອງບັນດາຜູ້ແທນ.

ກອງປະຊຸມ ໄດ້ສ້າງເວທີປາໄສທາງການ ແລະ ສໍາຄັນເພື່ອໃຫ້ບັນດາ ປະເທດສະມາຊິກ AAPTC ອັບເດດກ່ຽວກັບການພັດທະນາຂອງສະຫະພັນ, ແບ່ງປັນບົດຮຽນປະສົບການ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ, ພ້ອມທັງເນັ້ນໜັກເຖິງຄວາມຈໍາເປັນຂອງການດັດປັບຄໍາໝັ້ນສັນຍາ ແລະ ແຫຼ່ງກໍາລັງຂອງບັນດາປະເທດຄືນໃໝ່ ເພື່ອຕອບສະໜອງຄວາມຮຽກຮ້ອງ ຕ້ອງການ ກໍ່ຄືສິ່ງທ້າທາຍໃນພູມີປະເທດຕົວຈິງຢູ່ຄະນະປະຕິບັດງານ ໃນວິວັດ ການກະກຽມ, ຝຶກແອບ, ຜັນຂະຫຍາຍ, ບັນຊາ ແລະ ຄວບຄຸມກໍາລັງ, ເພີ່ມທະວີຄວາມໝັ້ນຄົງກວ່າອີກໃຫ້ແກ່ກໍາລັງໝວກເບເລສີຟ້າ ທີ່ກໍາລັງ ປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ກໍ່ຄືຊຸກຍູ້ໂຄງກາ ນດໍາເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ຂໍ້ລິເລີ່ມ ກະທໍາເພື່ອສັນຕິພາບ (A4P) ແລະ ຂໍ້ລິເລີ່ມກະທໍາເພື່ອສັນຕິພາບເປີດກວ້າງ (A4P+) ຂອງສະຫະປະຊາຊາດ. ກອງປະຊຸມກໍ່ໃຫ້ບຸລິມະສິດຍຸດທະສາດ ແລະ ແຜນການລວມ, ມຸ່ງໄປເຖິງເປົ້າໝາຍຊຸກຍູ້ບັນດາຂໍ້ລິເລີ່ມ, ການປັບປຸງ ແລະ ມາດຕະການຕ່າງໆ ເພື່ອຍົກສູງກໍາລັງຄວາມສາມາດ ແນໃສ່ຮັບມື ກັບສິ່ງທ້າທາຍໃນປັດຈຸບັນ, ພ້ອມທັງຍົກສູງປະສິດທິຜົນການເຄື່ອນ ໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.

ທີ່ພິທີອັດ, ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ ໄດ້ມອບໃບຢັ້ງຢືນໃຫ້ແກ່ ບັນດາຜູ້ແທນ, ພ້ອມທັງສົ່ງມອບທຸງ AAPTC ແລະ ບົດບາດປະທານ AAPTC 2023 ໃຫ້ຜູ້ຕາງໜ້າ ອົດສະຕາລີ.

ບູນມີ

ເຫດການ
302 Found

Found

The document has moved here.