ຈຳນວນແຂກສາກົນຊອກຫາກ່ຽວກັບທ່ອງທ່ຽວ ຫວຽດນາມ ສືບຕໍ່ເພີ່ມຂຶ້ນຢ່າງແຮງ

06:38 | 10/06/2022

ແຂກສາກົນຊອກຫາກ່ຽວກັບທ່ອງທ່ຽວ ຫວຽດນາມ ໄດ້ເພີ່ມຂຶ້ນແຕ່ 50 – 75%, ລະດັບເພີ່ມຂຶ້ນສູງຢືນອັນດັບທີ 4 ໃນໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບນາຍົກລັດຖະມົນຕີ ລາວ ແລະ ການນຳ ອາຊຽນ ຈຳນວນໜຶ່ງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບນາຍົກລັດຖະມົນຕີ ລາວ ແລະ ການນຳ ອາຊຽນ ຈຳນວນໜຶ່ງ
ຈຳນວນຜູ້ໂດຍສານທີ່ຜ່ານສະໜາມບິນ ໂນ້ຍບ່າຍ ຄາດວ່າຈະເພີ່ມຂຶ້ນຢ່າງແຮງ ຈຳນວນຜູ້ໂດຍສານທີ່ຜ່ານສະໜາມບິນ ໂນ້ຍບ່າຍ ຄາດວ່າຈະເພີ່ມຂຶ້ນຢ່າງແຮງ

ຕາມກົມໃຫຍ່ທ່ອງທ່ຽວ ຫວຽດນາມ ແລ້ວ, ຂໍ້ມູນຈາກເຄື່ອງມືຕິດຕາມທ່າອ່ຽງ ຕະຫຼາດຂອງ Google ຊີ້ໃຫ້ເຫັນວ່າ, ແຂກສາກົນຊອກຫາກ່ຽວກັບທ່ອງທ່ຽວ ຫວຽດນາມ ໄດ້ເພີ່ມຂຶ້ນແຕ່ 50 – 75%, ລະດັບເພີ່ມຂຶ້ນສູງຢືນອັນດັບທີ 4 ໃນໂລກ.

ຈຳນວນແຂກສາກົນຊອກຫາກ່ຽວກັບທ່ອງທ່ຽວ ຫວຽດນາມ ສືບຕໍ່ເພີ່ມຂຶ້ນຢ່າງແຮງ
ພາບປະກອບ: TTXVN

Google ຖືວ່າ, ດັດຊະນີດັ່ງກ່າວຂອງ ຫວຽດນາມ ໄດ້ຮັກສາລະດັບເຕີບໂຕສູງຢ່າງລຽນຕິດໃນໄລຍະກວ່າ 2 ເດືອນຜ່ານມາ, ຊີ້ໃຫ້ເຫັນລະດັບຟື້ນຟູຢ່າງແຮງຂອງຂະແໜງທ່ອງທ່ຽວ ຫວຽດນາມ. ໃນນັ້ນ, ບັນດາຕະຫຼາດພວມຊອກຫາກ່ຽວກັບທ່ອງທ່ຽວ ຫວຽດນາມ ຫຼາຍທີ່ສຸດແມ່ນ: ອາເມລິກາ, ສິງກະໂປ, ອົດສະຕາລີ, ຍີ່ປຸ່ນ, ອິນເດຍ, ຝລັ່ງ, ເຢຍລະມັນ, ໄທ, ການາດາ ແລະ ອັງກິດ. ບັນດາສະຖານທີ່ຂອງ ຫວຽດນາມ ເຊິ່ງນັກທ່ອງທ່ຽວສາກົນຊອກຫາຫຼາຍທີ່ສຸດແມ່ນ: ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ຝູກວກ (ແຂວງ ກຽນຢາງ), ດ່ານັ້ງ, ໂຮ້ຍອານ (ແຂວງ ກວາງນາມ), ຍາຈາງ (ແຂວງ ແຄງຮ່ວາ), ດ່າລາ (ແຂວງ ເລິມດົ່ງ), ຟານທຽດ (ແຂວງ ບິງທ້ວນ), ເຫ້ວ (ແຂວງ ເທື່ອທຽນເຫ້ວ).

vovworld.vn

ເຫດການ
302 Found

Found

The document has moved here.