ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022

07:31 | 16/06/2022

ຍສໝ-ກົມ​ໃຫຍ່ການ​ທ່ອງ​ທ່ຽວ​ ​ຮຽກ​ຮ້ອງ​ການ​ຕອບ​ສະ​ໜອງ​ຂອງ​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ ໂວດ ໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022.

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
Travel Blogger Duong Journey ແນະນຳ 7 ສະຖານທີ່ທີ່ຄວນໄປ ເມື່ອມາມົກເຈົາ Travel Blogger Duong Journey ແນະນຳ 7 ສະຖານທີ່ທີ່ຄວນໄປ ເມື່ອມາມົກເຈົາ
ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022
ອ່າວຮ້າລອງ (ພາບ: phunuvietnam.vn)

World Travel Awards (ຂຽນຫຍໍ້: WTA) ແມ່ນລາງວັນທີ່ໄດ້ຈັດຂຶ້ນເປັນປະຈໍາປີ ນັບແຕ່ປີ 1993, ມາຮອດປັດຈຸບັນ ໄດ້ກາຍເປັນເຄື່ອງໝາຍການຄ້າອັນດັບໜຶ່ງຂອງໂລກ ໃນການເຊີດຊູບັນດາຜົນງານດີເດັ່ນຂອງຂະແໜງການທ່ອງທ່ຽວໃນທຸກຂົງເຂດ. ປີນີ້ ເປັນຄັ້ງທີ 29 WTA ໄດ້ຈັດຕັ້ງກິດຈະກໍາ ໂວດ ແລະ ມອບລາງວັນ. ກິດຈະກໍາໂວດໃຫ້ບັນດາລາງວັນລະດັບພາກພື້ນ ແລະ ທະວີບໄດ້ເລີ່ມແຕ່ວັນທີ 30 ພຶດສະພາ 2022 ເພື່ອຄັດເລືອກເອົາຜູ້ສະໝັກທີ່ດີເດັ່ນທີ່ສຸດ ຊີງລາງວັນລະດັບທົ່ວໂລກ.

ປີນີ້, ການທ່ອງທ່ຽວຫວຽດນາມໄດ້ສະເໜີຢູ່ 10 ລາຍການ, ລວມມີ:

1.Asia's Leading Destination 2022 (Vietnam) - ສະຖານທີ່ທ່ອງທ່ຽວແຖວໜ້າຂອງອາຊີ 2022.

2.Asia's Leading Sustainable Tourism Destination 2022 (Vietnam) - ສະຖານທີ່ທ່ອງທ່ຽວແບບຍືນຍົງແຖວໜ້າຂອງອາຊີ 2022.

3.Asia's Leading Heritage Destination 2022 (Vietnam) - ສະຖານທີ່ທ່ອງທ່ຽວມໍລະດົກແຖວໜ້າຂອງອາຊີ 2022.

4.Asia's Leading Cultural Destination 2022 (Vietnam) - ສະຖານທີ່ທ່ອງທ່ຽວວັດທະນະທຳແຖວໜ້າຂອງອາຊີ 2022.

5.Asia's Leading Nature Destination 2022 (Vietnam) - ສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າຂອງອາຊີ 2022.

6.Asia's Leading Youth Travel Destination 2022 (Vietnam) - ສະຖານທີ່ທ່ອງທ່ຽວສຳລັບໄວໜຸ່ມແຖວໜ້າຂອງອາຊີ 2022.

7.Asia's Leading Beach Destination 2022 (Vietnam) - ສະຖານທີ່ທ່ອງທ່ຽວທະເລແຖວໜ້າຂອງອາຊີ 2022.

8.Asia's Leading Tourist Board 2022 (Vietnam National Administration of Tourism) - ອົງການທ່ອງທ່ຽວແຖວໜ້າຂອງອາຊີ 2022 (ກົມໃຫຍ່ການທ່ອງທ່ຽວ).

9.Asia's Leading City Break Destination 2022 (Hanoi) - ນະຄອນແຖວໜ້າຂອງອາຊີ 2022.

10.Asia's Leading Cultural City Destination 2022 (Hoi An) - ເມືອງວັດທະນະທຳແຖວໜ້າຂອງອາຊີ 2022.

ກ່ອນ​ໜ້າ​ນີ້, ຫວຽດນາມ ​ໄດ້​ກາຍ​ເປັນ​ສະຖານທີ່ທ່ອງທ່ຽວແຖວໜ້າ​ຂອງ​ອາຊີເປັນ 3 ຄັ້ງ, ຫຼາຍ​ເທື່ອ​ໄດ້ນຳ​ໜ້າໃນ​ພາກ​ພື້ນ​ຢູ່ບັນດາລາຍການ​ມໍລະດົກ, ວັດທະນະທຳ, ການທ່ອງທ່ຽວ​ແບບ​ຍືນ​ຍົງ​ແຕ່​ປີ 2018 – 2021. ປີ 2022, ອົງການ​ທ່ອງ​ທ່ຽວ ຮຽກຮ້ອງ​ການຕອບສະໜອງຂອງ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ໂວດ​ໃຫ້​ການທ່ອງທ່ຽວ​ຫວຽດນາມ ​ໂດຍ​ສຸມ​ໃສ່​ບັນດາ​ລາຍການ​ຄື ສະຖານທີ່ທ່ອງທ່ຽວແຖວໜ້າຂອງອາຊີ, ສະຖານທີ່ທ່ອງທ່ຽວມໍລະດົກ/ວັດທະນະທຳ/ການທ່ອງທ່ຽວ​ແບບ​ຍືນ​ຍົງ​ແຖວ​ໜ້າ​ຂອງ​ອາຊີ.

ເພື່ອໂວດໃຫ້ການທ່ອງທ່ຽວຫວຽດນາມໃນລາງວັນທີ່ມີກຽດນີ້, ທຸກຄົນສາມາດເຂົ້າເວັບໄຊ: www.worldtravelawards.com ແລະ ປະຕິບັດຕາມຂັ້ນຕອນ: ລົງທະບຽນ/ສ້າງບັນຊີເພື່ອໂວດ; ກົດໂວດ​ໃຫ້​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຕາມ​ຄຳ​ແນະ​ນຳ​ຢູ່​ເວັບ​ໄຊ.

ເວລາໂວດຈະແກ່ຍາວເຖິງວັນທີ 31 ສິງຫາ 2022.

ຫອມມາລາ

ເຫດການ
302 Found

Found

The document has moved here.