ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ແລະ ອາກຊັງຕິນ

10:38 | 06/06/2022

ຍສໝ - ທີ່​ການ​ພົບ​ປະ, ທ່ານ​ນາງ Bernada Llorente ​ໄດ້​ແບ່ງປັນ​ວ່າ ຍາມ​ໃດ​ກໍ​ມີ​ຄວາມຮູ້ສຶກອັນດີງາມ​ຕໍ່​ປະ​ເທດ, ປະຊາຊົນ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ດ້ານ​ເສດຖະກິດ​ຂອງ ຫວຽດນາມ; ພ້ອມ​ກັນ​ນັ້ນ, ທ່ານນາງກໍ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ບຸລິມະສິດ​ສຳຄັນ​ຂອງ ອາກຊັງ​ຕິນ ຢູ່ ອາຊີ.

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາທຸກ​ຂັ້ນ ແລະ ພຸ​ດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ມິ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາທຸກ​ຂັ້ນ ແລະ ພຸ​ດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ມິ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ
​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ

ຕອນບ່າຍວັນທີ 1 ມິຖຸນາ, ທ່ານ ເຢືອງກວກແທງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ອາກຊັງຕິນ ໄດ້ເຮັດວຽກກັບ ທ່ານ​ນາງ Bernada Llorente ປະທານສໍານັກຂ່າວສານແຫ່ງຊາດ ອາກຊັງຕິນ (Telam) ເພື່ອປຶກສາຫາລືບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືດ້ານສື່ມວນຊົນລະຫວ່າງສອງປະເທດ.

ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ແລະ ອາກຊັງຕິນ
ທ່ານ ເຢືອງກວກແທງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ອາກຊັງຕິນ ແລະທ່ານ​ນາງ Bernada Llorente ປະທານສໍານັກຂ່າວສານແຫ່ງຊາດ ອາກຊັງຕິນ. ພາບ: baoquocte.vn

ທີ່​ການ​ພົບ​ປະ, ທ່ານ​ນາງ Bernada Llorente ​ໄດ້​ແບ່ງປັນ​ວ່າ ຍາມ​ໃດ​ກໍ​ມີ​ຄວາມຮູ້ສຶກອັນດີງາມ​ຕໍ່​ປະ​ເທດ, ປະຊາຊົນ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ດ້ານ​ເສດຖະກິດ​ຂອງ ຫວຽດນາມ; ພ້ອມ​ກັນ​ນັ້ນ, ທ່ານນາງກໍ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ບຸລິມະສິດ​ສຳຄັນ​ຂອງ ອາກຊັງ​ຕິນ ຢູ່ ອາຊີ.

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ອາກຊັງ​ຕິນ, ທ່ານ​ເອກ​ອັກຄະ​ລັດຖະທູດ ເຢືອງກວກແທງ ​ແລະ ທ່ານ​ນາງ Bernarda Llorente ​ໄດ້​ເຫັນ​ດີ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ​ເນື້ອ​ໃນ​ຂອງ​ການ​ແລກປ່ຽນ​ຂ່າວສານ, ສຸມ​ໃສ່​ບັນດາ​ຂົງ​ເຂດ​ທີ່​ໄດ້ຮັບຄວາມສົນໃຈ ​ແລະ ແທດຈິງຕໍ່​ປະຊາຊົນ​ສອງ​ປະ​ເທດ ​ຄື: ໂອກາດດໍາເນີນທຸລະ​ກິດ, ການລົງທຶນ ແລະ ຂໍ້ມູນຂ່າວສານກ່ຽວກັບການ ທ່ອງທ່ຽວ, ວັດທະນະທຳ, ອາຫານການກິນ ແລະ ການປົກປັກຮັກສາ ສິ່ງແວດລ້ອມ.

ສິ້ນ​ສຸດ​ການ​ພົບ​ປະ, ທ່ານ​ນາງ Bernarda Llorente ຢືນຢັນ​ຈະ​ສົມທົບ​ກັບ​ສຳນັກ​ຂ່າວສານ​ຫວຽດນາມ ​ໂດຍ​ໄວ ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ໃໝ່​ລະຫວ່າງ 2 ສໍານັກຂ່າວ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ສົມທົບ​ກັນ​ຜະລິດ​ບັນດາລາຍການ​ທີ່​ເໝາະ​ສົມ​ແນະນຳ ກ່ຽວກັບວັດທະນະທຳ, ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ, ການ​ລົງທຶນ ​ແລະ ການ​ຄ້າ​ຂອງ​ແຕ່ລະ​ປະ​ເທດ​ອອກ​ອາກາດ​ຢູ່ໃນ​ຊ່ອງ​​ຂອງ​ຕົນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.