ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາທຸກ​ຂັ້ນ ແລະ ພຸ​ດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ມິ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

07:11 | 09/05/2022

ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ. 2566, ທ່ານ ໂດະວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນໄປຍັງຜູ້ມີຍົດສັກຕຳແໜ່ງທາງສາສະໜາ ພ້ອມດ້ວຍ ຄູບາ, ສຳມະເນນ, ພຸດທະສາສະນິກກະຊົນ.

ຮາກ​ຖານ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ 7 ແຫ່ງ​ມີ​ໜ້າ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ THE Impact Rankings ຮາກ​ຖານ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ 7 ແຫ່ງ​ມີ​ໜ້າ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ THE Impact Rankings
ຍົກ​ສູງກຳ​ລັງ​ຄວາມ​ສາ​ມາດ​ການ​ແກ້ງ​ແຍ້ງ​ຂອ​ງວິ​ສາ​ຫະ​ກິດ​ສະ​ໜອງ​ການ​ບໍ​ລິ​ການ logistics ຍົກ​ສູງກຳ​ລັງ​ຄວາມ​ສາ​ມາດ​ການ​ແກ້ງ​ແຍ້ງ​ຂອ​ງວິ​ສາ​ຫະ​ກິດ​ສະ​ໜອງ​ການ​ບໍ​ລິ​ການ logistics
ທ່ານ ໂດະວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມາຢ້ຽມຢາມເນື່ອງໃນໂອກາດວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ຄົບຮອບ 40 ປີ (ພາບປະກອບ: TTXVN)
ທ່ານ ໂດະວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມາຢ້ຽມຢາມເນື່ອງໃນໂອກາດວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ຄົບຮອບ 40 ປີ (ພາບປະກອບ: TTXVN)

ໃນຈົດໝາຍອວຍພອນ, ທ່ານ ໂດະວັນຈ໊ຽນ ຕີລາຄາສູງສະມາຄົມພຸດທະສາສະໜາຂັ້ນຕ່າງໆ ແລະ ພຸດທະສາສະນິກກະຊົນ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ວັນບຸນວິສາຂະບູຊາປີນີ້ຖືກດຳເນີນໃນສະພາບການສະມາຄົມພຸດທະສາສະໜາ ຫວຽດນາມ ພວມຈັດຕັ້ງກອງປະຊຸມໃຫຍ່ພຸດທະສາສະໜາບັນດາແຂວງ, ນະຄອນ, ມຸ່ງໄປເຖິງການຈັດກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທິ IX, ອາຍຸການ 2022 – 2027. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປາດຖະໜາວ່າ ຢາກໃຫ້ສະມາຄົມພຸດທະສາສະໜາ ຫວຽດນາມ ພ້ອມດ້ວຍພຸດທະສາສະນິກກະຊົນຢູ່ພາຍໃນ ແລະ ຕ່າງປະເທດເສີມຂະຫຍາຍມູນເຊື້ອ ປົກປັກຮັກສາປະເທດຊາດ ແລະ ນຳມາເຊິ່ງຄວາມສະຫງົບສຸກໃຫ້ແກ່ປະຊາຊົນ, ມີການປະກອບສ່ວນຢ່າງແທດຈິງຫຼາຍ່າງເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ສະມາຄົມພຸດທະສາສະໜາຂັ້ນຕ່າງໆ ກໍຄື ພາລະກິດສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ຮຸ່ງເຮືອງສີລິໄລ ແລະ ຜາສຸກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.