ອາກຊັງຕິນ ​ຖື​ ຫວຽດ​ນາມ​ ເປັນທ້ອງຕະ​ຫຼາດ​ສຳ​ຄັນ​ທີ່​ສຸດ​ໃນ​ ອາ​ຊຽນ

11:33 | 14/03/2024

ຍສໝ - ທ່ານ Mariano Winograd, ນັກວິສະວະກອນກະສິກຳ ໃຫ້ຮູ້ວ່າ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່, ພິເສດແມ່ນໃນຂົງເຂດສະບຽງອາຫານຂອງ ອາກຊັງຕິນ, ພ້ອມກັນນັ້ນ ກໍ່ໃຫ້ຂໍ້ສັງເກດ​ວ່າ ຫວຽດນາມ ຈະມີຄວາມພັດທະນາທີ່ສຸດໃນຊຸມປີຈະມາເຖິງ.

ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27 ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ທ່ອງ​ທ່ຽວ ອາ​ຊຽນ ຄັ້ງ​ທີ 27
ຊອກຈັ່ງ ຍາດໄດ້ຜົນງານສະຖິຕິ “ຮູບ​ພາບ ທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ ເຊິ່ງເຮັດ​ດ້ວຍ​ເຂົ້າ ST” ຊອກຈັ່ງ ຍາດໄດ້ຜົນງານສະຖິຕິ “ຮູບ​ພາບ ທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ ເຊິ່ງເຮັດ​ດ້ວຍ​ເຂົ້າ ST”

ຫວຽດນາມ ​ແມ່ນ​ທ້ອງຕະຫຼາດ​ສຳຄັນ​ທີ່​ສຸດ​ຂອງ ອາກຊັງຕິນ ​ໃນ​ສະມາຄົມປະຊາຊາດ​ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ), ພ້ອມກັນນັ້ນ ກໍ່​ແມ່ນ​ທ້ອງຕະຫຼາດ​ສຳຄັນ​ໃນ​ຍຸດ​ທະ​ສາດ​ພັດທະນາ​ການ​ຄ້າ​ຂອງ​ປະ​ເທດ ​ອາ​ເມ​ລິ​ກາ​ໃຕ້ ນີ້.

ນີ້ແມ່ນຄຳຢືນຢັນຂອງທ່ານ Fernando Vilella, ຮອງລັດຖະມົນຕີກະສິກຳ, ການລ້ຽງສັດ ແລະ ການຫາປາ, ກະຊວງເສດຖະກິດ ອາກຊັງຕິນ, ເມື່ອຕອບສຳພາດນັກຂ່າວສຳ​ນັກ​ຂ່າວສານຢູ່ Buenos, ຢູ່ນອກງານຕະຫຼາດນັດກະສິກຳ ອາກຊັງຕິນ ExpoAgro 2024.

ທ່ານ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ທີ່​ສຳຄັນ ​ແລະ ​ແມ່ນຄູ່​ຄ້າ​ຕົ້ນຕໍ​ຂອງຂະແໜງ​ອຸດສາຫະກຳ​ກະສິກຳ​ຂອງ ອາກຊັງ​ຕິນ ດ້ວຍ​ຖານະບົດບາດ​ເປັນ​ປະ​ເທດນຳເຂົ້າໝາກຖົ່ວເຫຼືອງ ແລະ ສາລີ​ແຖວໜ້າ.

ທ່ານ​ ກໍ່ສະແດງຄວາມປາດ​ຖະໜາ​ຢາກປັບປຸງການ​ຮ່ວມ​ມື​ດ້ານ​ການ​ຄ້າ​ກັບ​ ຫວຽດນາມ ກ່ວາອີກ ແລະ ​ເປີດ​ກວ້າງ​ການ​ແລກປ່ຽນ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບສູງ, ​ເພີ່ມ​ທະວີ​ການນຳ​ເຂົ້າ​ສິນຄ້າ​ທີ່ ​ຫວຽດນາມ ​ຜະລິດ​.

ໃນ​ຂະ​ນະ​ນັ້ນ, ທ່ານ Mariano Winograd ນັກ​ວິ​ສະ​ວະ​ກອນ​ກະ​ສິ​ກຳ ໄດ້ສະ​ແດງ​ຄວາມໃຫ້​ເຫັນ​ວ່າ ຫວຽດນາມ ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ ແລະ ຈະ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່ມີຄວາມພັດ​ທະ​ນາ​ທີ່​ສຸດ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

ອາກຊັງຕິນ ​ຖື​ ຫວຽດ​ນາມ​ ເປັນທ້ອງຕະ​ຫຼາດ​ສຳ​ຄັນ​ທີ່​ສຸດ​ໃນ​ ອາ​ຊຽນ

ຫວຽດນາມ ​ແມ່ນທ້ອງ​ຕະຫຼາດ​ສຳຄັນ​ທີ່​ສຸດ​ຂອງ ອາ​ກຊັງ​ຕິ​ນ ຢູ່ ອາ​ຊຽນ

ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່, ພິ​ເສດ​ ແມ່ນໃນຂະແໜງການ​ອາຫານ​ຂອງ ອາກ​ຊັງ​ຕິນ.

ທ່ານ Winograd ໃຫ້ຮູ້ວ່າ ພວມເຂົ້າຮ່ວມໂຄງການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ ໃນຂົງເຂດມູກລ້ຽງສິນໃນນ້ຳ, ຄ້າຍຄືກັບຮູບແບບການລ້ຽງປາປຶ່ງຢູ່ເຂດ ທົ່ງພຽງແມ່ນ້ຳຂອງ.

ຜູ້​ຊ່ຽວຊານ​ກະສິກຳ​ເຂດຮ້ອນກຸ່ມໜຶ່ງຂອງ​ ຫວຽດນາມ ຈະ​ໄປ ອາກຊັງຕິນ ໃນ​ເດືອນ​ໜ້າ ​ເພື່ອ​ຜັນຂະຫຍາຍ​ໂຄງການ​ຮ່ວມ​ມື​ກັບ​ແຂວງ Misiones ທາງ​ພາກ​ເໜືອ​ໃນ​ການ​ປູກ​ໝາກມັງກອນ, ໝາກກ້ຽງນ້ອຍ ແລະ ໝາກສີດາ.

ທ່ານ​ເນັ້ນ​ໜັກ​ວ່າ ອາກຊັງຕິນ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ກະສິກຳ ​ເພາະວ່າ ລະຫວ່າງ 2 ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ.

ທ່ານ​ ກໍໃຫ້ຮູ້ວ່າ ອາກຊັງຕິນ ​ແມ່ນ​ປະ​ເທດ​ນຳ​ໜ້າໂລກໃນ​ການ​ປູກ​ຝັງ​ໂດຍ​ກົງ, ທັງ​ເປັນ​ຜູ້ນຳໜ້າ​ໂລກກ່ຽວກັບກະ​ສິ​ກຳ​ແບບ​ຍືນ​ຍົງ ເມື່ອພິຈາລະນາບົນມາດຖານກ່ຽວກັບການປ່ອຍອາຍພິດ ສິ່ງເສດເຫຼືອ. ອາກຊັງຕິນ ກໍ່ນຳ​ໜ້າໂລກໃນການລ້ຽງສັດແບບປ່ອຍ ແລະ ກິນຫຍ້າທຳມະຊາດ.

ທ່ານ Eduardo Larocreus, ສະມາຊິກ​ຄະນະ​ທີ່ປຶກສາກ່ຽວກັບເສດຖະກິດ​ຊີວະສາດ, ກະຊວງ​ເສດຖະກິດ ອາກ​ຊັງ​ຕິນ ໄດ້ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຮ່ວມ​ມື, ​ແລກປ່ຽນ​ປະສົບ​ການ, ຄວາມ​ຮູ້, ​ເຄື່ອງ​ມື, ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ພັດທະນາ​ເສດຖະກິດ​ຊີວະສາດຊານເມືອງກັບ ຫວຽດນາມ, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ອາກ​ຊັງ​ຕິນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ ​ຫວຽດ​ນາມ ຢູ່ທະວີບ ອາ​ເມ​ລິ​ກາ.

ໃນໄລຍະ 2007-2022, ການແລກປ່ຽນການຄ້າ ຫວຽດນາມ - ອາກ​ຊັງ​ຕິນ ໄດ້ເພີ່ມຂຶ້ນເກືອບ 13 ເທົ່າ, ຈາກ 378 ລ້ານ USD ຂຶ້ນເປັນ 4,88 ຕື້ USD, ເຮັດໃຫ້ ອາກ​ຊັງ​ຕິນ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 5 ຂອງ ຫວຽດນາມ ຢູ່ ອາເມລິກາ ແລະ ກົງກັນຂ້າມ, ຫວຽດນາມ ກໍ່ແມ່ນຄູ່​ຮ່ວມ​ມື​ການ​ຄ້າໃຫຍ່ອັນດັບທີ 6 ຂອງ ອາກ​ຊັງ​ຕິນ ໃນຂອບເຂດທົ່ວໂລກ.

ປະຈຸ​ບັນ, ອາກ​ຊັງ​ຕິນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ສະໜອງ​ສາລີ ​ແລະ ອາຫານ​ສັດ​ແຖວ​ໜ້າ​ໃຫ້​ ຫວຽດນາມ.

ໃນ​ໂຄງ​ປະກອບ​ການນຳເຂົ້າ​ຂອງ ​ຫວຽດນາມ ​ຈາກ ອາກຊັງຕິນ, 92% ​ມູນ​ຄ່ານຳເຂົ້າ​​ ແມ່ນ​ຜະລິດ​ຕະພັນ​ກະ​ເສດ.

ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ ໄປ ອາກຊັງຕິນ ລວມມີໂທລະສັບ ແລະ ເຄື່ອງອາໄຫຼ່; ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງອາໄຫຼ່; ເກີບ; ເຄື່ອງຈັກ, ອຸປະກອນ, ອາໄຫຼ່; ວັດຖຸດິບສໍາລັບເຄື່ອງຕັດຫຍິບ ແລະ ໜັງເກີບ.

ໃນຂະນະນັ້ນ, ສາລີ; ອາຫານສັດ ແລະ ວັດຖຸດິບ; ຝ້າຍ; ຖົ່ວເຫຼືອງ; ນ້ຳມັນສັດ ແລະ ນ້ຳມັນພືດ ແມ່ນຜະລິດຕະພັນນຳເຂົ້າຫຼັກຂອງ ຫວຽດນາມ ຈາກປະເທດ ອາເມລິກາໃຕ້ ນີ້.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.