63 ແຂວງ, ນະຄອນໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມແລກປ່ຽນຜ່ານເຄືອຂ່າຍອີນເຕີແນດກ່ຽວກັບ ວຽກງານບໍ່ຂຶ້ນກັບລັດຖະບານ ຢູ່ຕ່າງປະເທດ

16:30 | 10/03/2020

ຍສໝ - ວັນທີ 9 ມີນາຢູ່ຮ່າໂນ້ຍ, ຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດໄດ້ຈັດກອງປະຊຸມຜ່ານເຄືອຂ່າຍອີນເຕີແນດທົ່ວປະເທດ ກ່ຽວກັບວຽກງານບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດແນໃສ່ສະຫຼຸບວຽກງານບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດ ໃນປີ2019 ປຶກສາຫາລືທິດທາງ ການເຄື່ອນໄຫວ ໃນປີ 2020.

ເຂົ້າຮ່ວມກອງປະຊຸມມີທ່ານນາງ ຫງວຽນເຝືອງຫງ່າ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ; ຜູ້ຕາງໜ້າບັນດາຜູ້ນຳຂອງກະຊວງ, ສາຂາ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງຂອງປະຊາຊົນສູນກາງ ແລະ ຜູ້ນຳຂອງຄະນະກຳມະການປະຊາຊົນບັນດາແຂວງ/ນະຄອນທີ່ດຳເນີນງານຂັ້ນສູນກາງ; ຜູ້ຕາງໜ້າຈຸດສຸມໃນການຄຸ້ມຄອງວ​ຽກ​ງານ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢູ່​ຕ່າງ​ປະ​ເທດຂອງ 63 ແຂວງ/ເມືອງທີ່ຂຶ້ນກັບສິດອຳນາດສູນກາງ; ຜູ້ຕາງໜ້າບັນດາພະແນກການທີ່ກ່ຽວຂ້ອງ, ສາຂາ ແລະ ທ້ອງຖິ່ນ.

63 ແຂວງ, ນະຄອນໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມແລກປ່ຽນຜ່ານເຄືອຂ່າຍອີນເຕີແນດກ່ຽວກັບ ວຽກງານບໍ່ຂຶ້ນກັບລັດຖະບານ ຢູ່ຕ່າງປະເທດ

ທັດສະນີຍະພາບ ກອງປະຊຸມ. (ພາບ: thoidai.com.vn)

ທ່ານບຸນແທັງເຊີນຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ປະທານຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດໄດ້ເປັນປະທານກອງປະຊຸມ. ປີ 2019 ຫວຽດນາມມີຫຼາຍກ່ວາ 500 ອົງການທີ່ບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດເຄື່ອນໄຫວຢ່າງມີປະສິດທິຜົນ. ມູນຄ່າການຊ່ວຍເຫຼືອ, ການປ່ອຍເງິນຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດບັນລຸກ່ວາ 262 ລ້ານ USD, ໃນນັ້ນສະທາລະນະສຸກແມ່ນຂົງເຂດໄດ້ຮັບການຊ່ວຍເຫຼືອຫຼາຍກ່ວາໝູ່.

ປີ 2020, ຄະນະກຳມະການໄດ້ວາງແຜນສືບຕໍ່ປະຕິບັດວຽກງານຄຸ້ມຄອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃຫ້ເປັນຢ່າງດີ; ສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານ, ປັບປຸງປະສິດທິພາບການດຳເນີນງານຂອງຈຸດປະສານງານ; ປະສານສົມທົບການຈັດຕັ້ງປະຕິບັດແຜນງານແຫ່ງຊາດຢ່າງມີປະສິດທິຜົນໃນໄລຍະປີ 2019 - 2025; ເພີ່ມທະວີການສະໜັບສະໜູນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຫັນເປັນຫຼາຍຮູບຫຼາຍແບບທີ່ບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.