ສົ່ງເສີມການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງຫວຽດນາມ ແລະໂອຕຣິດ

12:14 | 25/10/2021

ຫວ່າງແລ້ວນີ້, ທ່ານ ຫງວຽນຈູງກຽນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໂອຕຣິດ ໄປຢ້ຽມຢາມລັດ Styria ຂອງໂອຕຣິດ ເຮັດວຽກກັບອໍານາດການປົກຄອງ ແລະພົບປະ, ຢ້ຽມຢາມບາງວິສາຫະກິດຢູ່ທ້ອງຖິ່ນ.

ໝູນໃຊ້ບັນດາ FTA ເພື່ອຊຸກຍູ້ການຮ່ວມມື ລະຫວ່າງຫວຽດນາມ ແລະ ສິງກະໂປ ໝູນໃຊ້ບັນດາ FTA ເພື່ອຊຸກຍູ້ການຮ່ວມມື ລະຫວ່າງຫວຽດນາມ ແລະ ສິງກະໂປ
ຫວຽດນາມໄດ້ຮັບຕູ້ເກັບຮັກສາວັກຊີນ ຈຳນວນ 36 ຕູ້ຈາກອາເມລິກາ ຫວຽດນາມໄດ້ຮັບຕູ້ເກັບຮັກສາວັກຊີນ ຈຳນວນ 36 ຕູ້ຈາກອາເມລິກາ
ສົ່ງເສີມການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງຫວຽດນາມ ແລະໂອຕຣິດ
ທ່ານ ຫງວຽນຈູງກຽນ ພົບປະ ແລະເຮັດວຽກກັບທ່ານນາງ Elke Kahr ປະທານພັກກອມມູນິດໂອຕຣິດ (KPO) ຢູ່ລັດ Styria. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງໃນຂົງເຂດເສດຖະກິດ, ອຸດສາຫະກໍາ, ການຄົ້ນຄວ້າ-ບໍາລຸງສ້າງ, ການທ່ອງທ່ຽວ-ວັດທະນະທໍາ, ຈັດຕັ້ງຄະນະໄປຢ້ຽມຢາມ ແລະແລກປ່ຽນບົດຮຽນຕົວຈິງ.

ເພື່ອຊອກຮູ້ຮູບແບບໃນຂົງເຂດເສດຖະກິດຂອງລັດ Styria, ທ່ານ ຫງວຽນຈູງກຽນ ໄດ້ໄປຢ້ຽມຢາມ 2 ວິສາຫະກິດຢູ່ທ້ອງຖິ່ນແມ່ນບໍລິສັດ Christof Industries ແລະ AVL. Christof Industries ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຂົງເຂດບໍາບັດຂີ້ເຫຍື້ອການແພດ ແລະຜະລິດຄືນໃໝ່ສິ່ງເສດເຫຼືອໃນການດຳລົງຊີວິດປະຈໍາວັນ. ບໍລິສັດ AVL ມີຫ້ອງການຕາງໜ້າຢູ່ຮ່າໂນ້ຍ ແຕ່ປີ 2008 ແລະຢາກເປີດກວ້າງການຮ່ວມມືກັບຫວຽດນາມ ໃນຂົງເຂດໂອໂຕ ແລະລົດຈັກໄຟຟ້າ, ລົດໄຖນາເດີນຕາມ.

la.qdnd.vn

ເຫດການ
302 Found

Found

The document has moved here.