ຄວາມງາມດັ່ງໃນຝັນຂອງຖະໜົນແຄມໜອງ ຕວຽນເລິມ

09:42 | 02/06/2022

ຍ​ສ​ໝ - ໜອງ​ຕວຽນ​ເລິມ (ນະ​ຄອນ​ດ່າ​ລາດ, ແຂວງ​ເລິມ​ດົ່ງ) ບໍ່​ພຽງ​ແຕ່​​ມີ resort ທີ່ຫຼູຫຼາ ແລະ ບັນ​ດາສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຄົນ​ມາ​ທ່ຽວ​ເປັນ​ຈຳ​ນວນຫຼາຍ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ເສັ້ນ​ທາງນ້ອຍ​ທີ່​ສະ​ຫງວນ​ໃຫ້​ສຳລັບ​ຜູ້​ມັກ​ຍ່າງ, ຄົ້ນ​ຫາ​ທຳ​ມະ​ຊາດ.

ຫວຽດນາມ ຕອບສະໜອງວັນໂລກບໍ່ສູບຢາ ຫວຽດນາມ ຕອບສະໜອງວັນໂລກບໍ່ສູບຢາ
ຫວຽດນາມຈັດກອງປະຊຸມສຳມະນາຮ່ວມ ກ່ຽວກັບການປົກປ້ອງແຫຼ່ງນໍ້າ ແລະ ພື້ນຖານໂຄງລ່າງການສະໜອງນໍ້າໃນການປະທະອາວຸດ ຫວຽດນາມຈັດກອງປະຊຸມສຳມະນາຮ່ວມ ກ່ຽວກັບການປົກປ້ອງແຫຼ່ງນໍ້າ ແລະ ພື້ນຖານໂຄງລ່າງການສະໜອງນໍ້າໃນການປະທະອາວຸດ
ຄວາມງາມດັ່ງໃນຝັນຂອງຖະໜົນແຄມໜອງ ຕວຽນເລິມ
ໃກ້​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຖະ​ໜົນ​ໃຕ້​ດິນ​ເດິດ​ແຊັດ, ມີ​ເຂດ​ສະ​ເພາະ​ທີ່​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ຜູ້​ຄົນ​ທີ່ຢາກ Camping ແບບ​ເສ​ລີ ຢູ່​​ແຄ​ມ​ໜອງ ຕວຽນ​ເລິມ ໝົດ​ຄືນ. ພາ​ບ: ທີ​ເອິນ
ຄວາມງາມດັ່ງໃນຝັນຂອງຖະໜົນແຄມໜອງ ຕວຽນເລິມ
ຈຸດ​ເວ​ລາ​ງາມ​ທີ່​ສຸດ​ເພື່ອ​ມາ​ແຫ່ງ​ນີ້​ແມ່ນ​ຍາມ​ຕອນ​ເຊົ້າ, ເວ​ລາ​ນັ້ນ​ເສັ້ນ​ທາງ​ໃຕ້​ດິນ​ເດິດ​ແຊັດ​ຫາ​ກໍ່​ເປີດ​ປະ​ຕູ. ແຂກ​ທ່ອງ​ທ່ຽວ​ສາ​ມາດ​ຝາກ​ລົດ ແລະ ສັ່ງ​ອາ​ຫານ​ເຊົ້າ​ທີ່​ລຽບ​ງ່າຍ ແລ້ວ​ກໍ່​ທັງ​ກິນ​ທັງ​ຟັງ​ຊາວ​ດ່າ​ລາດ​ລົມ​ກັນ. ພາ​ບ: ທີ​ເອິນ
ຄວາມງາມດັ່ງໃນຝັນຂອງຖະໜົນແຄມໜອງ ຕວຽນເລິມ
ພາຍຫຼັງ​ກິນ​ເຂົ້າ​ເຊົ້າ​ແລ້ວ, ພຽງ​ແຕ່​​ຍ່າງ​ໄປ​ຍັງ​ໜອງທີ່ຢູ່ທາງໜ້າ ແລະ ເດີນໄປຕາມ​ທາງ​ຖະ​ໜົນ​ນ້ອຍ​ເພື່ອ​ຢ້ຽມ​ຊົມ​ໜອງ​ພາຍ​ໃຕ້​ແສງ​ແດດ​ຂອງ​ຕອນ​ເຊົ້າ, ທຸກ​ຄົນ​ລ້ວນ​ແຕ່​ຮູ້​ສຶກ​ສະ​ບາຍ​ໃຈ. ພາ​ບ: ທີ​ເອິນ
ຄວາມງາມດັ່ງໃນຝັນຂອງຖະໜົນແຄມໜອງ ຕວຽນເລິມ
ເມື່ອ​ຕາ​ເວັນ​ຂຶ້ນ, ແສງ​ແດດ​ຈະ​ຜ່ານ​ປ່າແປ​ກ ແລະ ສ່ອງລົງ​ບົນ​ໜ້າ​ໜອງ​ທີ່​ມີ​ສີ​ຂຽວ​ສົດ​ໃສ. ພາ​ບ: ທີ​ເອິນ
ຄວາມງາມດັ່ງໃນຝັນຂອງຖະໜົນແຄມໜອງ ຕວຽນເລິມ
ນັກທ່ອງທ່ຽວຈະ​​ພົບ​ເຫັນ​ບັນ​ດາ​ຕູບທີ່ຕັ້ງແຕ່ມື້​ຄືນ, ບັນ​ດາ​ບ່ອນ​ຂອງ​ຄູ່​ຮັກ, ບັນ​ດາ​ຄອບ​ຄົວ ຫຼື ​ກຸ່ມ​ເພື່ອນ​ມິດ​ທີ່​ຫາ​ກໍ່​ຕື່ນນອນ ແລະ ກະ​ກຽມ​ເຂົ້າ​ເຊົ້າ. ພາ​ບ: ທີ​ເອິນ
ຄວາມງາມດັ່ງໃນຝັນຂອງຖະໜົນແຄມໜອງ ຕວຽນເລິມ
ເວົ້າ​ລວມ​ແມ່ນ ເສັ້ນ​ທາງ​ນ້ອຍ, ແຕ່​ມີ​ບາງ​ຕອນ​ຖະ​ໜົນ​ກວ້າງ, ລົດ​ໃຫຍ່​ກໍ່​ສາ​ມາດ​ຜ່ານ​ໄດ້. ພາ​ບ: ທີ​ເອິນ
ຄວາມງາມດັ່ງໃນຝັນຂອງຖະໜົນແຄມໜອງ ຕວຽນເລິມ
ເຂດ​ມີ​ຄົນ​ຜ່ານ​ນັ້ນ ຈະ​ເຫັນ​ໄດ້​ວ່າ​ດິນ​ຊຸ່ມ​ກ່​ວາ ແລະ ຕົ້ນ​ໄມ້​ດົກ​ໜາກວ່າ. ພາ​ບ: ທີ​ເອິນ
ຄວາມງາມດັ່ງໃນຝັນຂອງຖະໜົນແຄມໜອງ ຕວຽນເລິມ
ເມື່ອ​ຕາ​ເວັນ​ຂຶ້ນ​ສູງ ກໍ່​ແມ່ນ​ຮອດ​ຍາມ​ເວ​ລານັກທ່ອງທ່ຽວ​ສິ້ນ​ສຸດ​ການ​ເດີນ​ຕາມທາງ​ຂອງ​ຕົນ ແລະ ເລີ່ມ​ຕົ້ນ​ການ​ຄົ້ນ​ຫາ​ເສັ້ນ​ທາງ​ໃຕ້​ດິນ​ເດິດ​ແຊັດ ຫຼື ບັນ​ດາ​ສະ​ຖານ​ທີ່​ຕ່າງໆ. ພາ​ບ: ທີ​ເອິນ
ຄວາມງາມດັ່ງໃນຝັນຂອງຖະໜົນແຄມໜອງ ຕວຽນເລິມ
ດ່າ​ລາດ​ແມ່​ນ​ບ່ອນ​ທີ່​ເປັນ​ໜ້າ​ຈັບ​ໃຈ ແລະ ກໍ່​ເຮັດ​ໃຫ້​ທຸກ​ຄົນ​ຮູ້​ສຶກ​ເພິ່ງ​ພໍ​ໃຈ. ສຳ​ລັບ​ຄົນ​ທີ່​ມັກ​ຮັກ​ທຳ​ມະ​ຊາດ, ຕອນ​ເຊົ້າ​ມື້​ໜຶ່ງ​ໄດ້​ຍ່າງ​ຢູ່​ອ້ອມ​ແອ້ມ​ໜອງ​ຕວຽນ​ເລິມ ​ແມ່ນ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ເປັນ​ໜ້າ​​ລອງ. ພາ​ບ: ທີ​ເອິນ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.