ຫວຽດນາມ ສົ່ງອອກເກີນດຸນ 2,53 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2022

15:51 | 05/05/2022

ໃນ 4 ເດືອນຕົ້ນປີ 2022, ຄາດວ່າການສ່ົງອອກເກີນດຸນ 2,53 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບທົບສອງເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

4 ເດືອນຕົ້ນປີ, ແຂກທ່ອງທ່ຽວສາກົນມາຫວຽດນາມ ເພີ່ມຂຶ້ນເກືອບ 185% 4 ເດືອນຕົ້ນປີ, ແຂກທ່ອງທ່ຽວສາກົນມາຫວຽດນາມ ເພີ່ມຂຶ້ນເກືອບ 185%
ການສົ່ງອອກໄປຈີນບັນລຸ 13,7 ຕື້ໂດລາສະຫະລັດ ການສົ່ງອອກໄປຈີນບັນລຸ 13,7 ຕື້ໂດລາສະຫະລັດ
ພາບປະກອບ: ສໍານັກຂ່າວສານຫວຽດນາມ.
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ຕາມຕົວເລກ ໂດຍກົມໃຫຍ່ສະຖິຕິ ປະກາດໃນຫວ່າງແລ້ວນີ້, ດຸນການຄ້າສິນຄ້າປະຕິບັດໃນເດືອນເມສາ ປີ 2022 ຄາດວ່າສົ່ງອອກເກີນດຸນ 1,07 ຕື້ໂດລາສະຫະລັດ. ໃນເດືອນເມສາ, ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸ 33,26 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໄລ່ລວມແລ້ວໃນ 4 ເດືອນຕົ້ນປີ 2022, ເສດຖະກິດພາຍໃນປະເທດ ນໍາເຂົ້າເກີນດຸນ 9,2 ຕື້ໂດລາສະຫະລັດ. ພາກສ່ວນເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ໄດ້ສົ່ງອອກເກີນດຸນ 11,73 ຕື້ໂດລາສະຫະລັດ.

ນັບແຕ່ຕົ້ນປີມາຮອດປັດຈຸບັນ, ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນຄາດຄະເນບັນລຸ 35,7 ຕື້ໂດລາສະຫະລັດ. ຈີນ ແມ່ນຕະຫຼາດນໍາເຂົ້າໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນຄາດຄະເນບັນລຸ 37,1 ຕື້ໂດລາສະຫະລັດ.

la.qdnd.vn

ເຫດການ
302 Found

Found

The document has moved here.