ຫວນຄືນບັນດາວິລະຊົນ, ນັກຮົບຊາວຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ສາກົນຢູ່ຊຽງຂວາງ

10:02 | 30/07/2025

ຍສໝ - ເກີດຂຶ້ນແຕ່​ວັນ​ທີ 25-27 ກໍລະກົດ​, ພິທີ​ສະ​ເຫຼີ​ມສະຫຼອງ 78 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​- ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ ​ຊຽງ​ຂວາງ (ລາວ) ​ແມ່ນ​ລາຍການ​ພິ​ເສດ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ ​ເພື່ອ​ລະນຶກ​ເຖິງບັນດາ​ວິລະ​ຊົນ, ພະນັກງານ, ນັກຮົບ​ທີ່​ເຄີຍປະຕິບັດໜ້າທີ່​ສາກົນ, ປະກອບສ່ວນ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ເພີ່ມພູນຄູນສ້າງມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ທະຫານຊາຍແດນແຂວງ ເງ້ອານ ແລະ ແຂວງຊຽງຂວາງ, ລາວ ລາດຕະເວນກວດການສອງຝ່າຍ ເພື່ອຮັກສາຊາຍແດນ
ຄົ້ນຫາ ທົ່ງໄຫຫີນ ຊຽງຂວາງ ອັນເລິກລັບຢູ່ປະເທດ ລາວ

ພິທີ​ໂດຍ​ຄະນະ​​ວັດທະນະທຳ​ສູນ​ກາງ​ອົງການ​ພຸດທະ​ສາສະໜາ​ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະສານ​ງານ ​ແລະ ການ​ຮ່ວມ​ມື​ຂອງ​ອົງການ​ພຸດທະ​ສາສະໜາ​ຫວຽດນາມ ປະຈຳ​ ລາວ, ສະມາຄົມ​ພຸດທະ​ສາສະໜາ​ລາວ​ແຂວງ​ຊຽງ​ຂວາງ, ຄະນະ​ບໍລິຫານ​ງານ​ອົງການ​ພຸດທະ​ສາສະໜາ​ຫວຽດນາມ ​ແຂວງ ​ເຫງ້ອານ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ແຂວງ​ຊຽງ​ຂວາງ ຈັດຕັ້ງ.

ຫວນຄືນບັນດາວິລະຊົນ, ນັກຮົບຊາວຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ສາກົນຢູ່ຊຽງຂວາງ

ພຸດທະສາສະນິກກະຊົນ, ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ຊາວ​ທ້ອງ​ຖິ່ນ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 78 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​- ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ ຊຽງ​ຂວາງ (ລາວ). (ຮູບ: ກວກແຄ້ງ)

​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນ​ມີ່ງເຕີມ, ຜູ້ຕາງໜ້າ​ບັນດາ​ອົງການ​ພຸດທະ​ສາສະໜາ 2 ປະ​ເທດ, ການ​ນຳ​ແຂວງ ຊຽງ​ຂວາງ, ຜູ້ຕາງໜ້າ​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ, ສະມາຄົມ​ນັກຮົບ​ເກົ່າ, ບັນດາສະມາຄົມ​ຊາວ ຫວຽດນາມ ຢູ່ ລາວ ພ້ອມກັບ​ພຸດທະສາສະນິກກະຊົນ, ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ຊາວ​ທ້ອງ​ຖິ່ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ໃນ​ບັນຍາກາດ​ອັນ​ສະຫງ່າ​ລາສີ, ພິທີ​ໂຄມ​ໄຟ​ໄດ້​ດຳ​ເນີນ​ໄປ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ພຸດປະເພນີຂອງ​ຫວຽດນາມ ​ແລະ ລາວ. ຫຼາຍພັນໂຄມໄຟດວງໄດ້ຖືກຈູດ, ສ້າງບັນຍາກາດຄວາມສະຫວ່າງ ແລະ ສັກສິດ.

ຫວນຄືນບັນດາວິລະຊົນ, ນັກຮົບຊາວຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ສາກົນຢູ່ຊຽງຂວາງ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ ລາວ ຫງວຽນ​ມີ່ງເຕີມ (ຊ້າຍ​ສຸດ) ພ້ອມ​ພຣະຄູຮູບນິ ເນນ ແລະ ຜູ້​ຕາງ​ໜ້າ​ພຸດທະສາສະໜາ​ທັງ​ສອງ​ປະ​ເທດ​ເຂົ້າ​ຮ່ວມ​ພິ​ທີ​ໃຫຍ່. (ຮູບ: ກວກແຄ້ງ)

ງານ​ບຸນ​ໂຄມ​ໄຟ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ລຸ້ນ​ໃນ​ປະຈຸ​ບັນ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຢືນຢັນ​ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ, ເພີ່ມພູນຄູນສ້າງ​ມິດຕະພາບ​ທີ່ໄດ້ຝຶກຝົນຫຼໍ່ຫຼອມຜ່ານ​ປະຫວັດສາດ ​ແລະ ສືບ​ຕໍ່ດ້ວຍບັນດາການກະທຳ​ຕົວ​ຈິງ, ເຕັມໄປດ້ວຍມະນຸດສະທຳ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ລະນຶກ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ຈິດ​ວິນ​ຍານ, ວັດທະນະທຳ ​ແລະ ອາລົມ​ຈິດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ - ຮ່ວມ​ກັນ​ມຸ່ງ​ໄປ​ເຖິງ​ບັນດາ​ຄຸນຄ່າ​ອັນ​ດີງາມ, ​ແບບ​ຍືນ​ຍົງ​ໃນ​ປະຈຸ​ບັນ ​ແລະ ອະນາຄົດ.

ພິ​ເສດ​, ​ລາຍການ​ສິລະ​ປະ “​ຄວາມຮັກແພງ ຫວຽດນາມ - ລາວ ອ້າຍ​ນ້ອງ” ​ໄດ້​ນຳ​ມາ​ເຊິ່ງອາລົມ​ຈິດ​ຫຼາຍ​ຢ່າງ, ດ້ວຍ​ບັນດາ​ລາຍການ​ຂອງ​ບັນດາ​ນັກ​ສິລະ​ປິນຂອງ​ທັງ​ສອງ​ປະ​ເທດສະ​ແດງ​. ດົນຕີ, ຮູບພາບ ແລະ ເນື້ອເພງໄດ້ໃຫ້ກຽດແກ່ສາຍພົວພັນທີ່ສັດຊື່, ໃກ້ຊິດລະຫວ່າງສອງປະເທດ.

ຫວນຄືນບັນດາວິລະຊົນ, ນັກຮົບຊາວຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ສາກົນຢູ່ຊຽງຂວາງ

ຊາວ​ໜຸ່ມ​ແຂວງ​ຊຽງ​ຂວາງ​ເຂົ້າ​ຮ່ວມ​ການ​ສະໜັບສະໜູນ​ການຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 78 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​- ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຫວຽດນາມ. (ຮູບ: ກວກແຄ້ງ)

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມີ່ງເຕີມ ພ້ອມ​ກັບຜູ້ຕາງໜ້າ​ຄະນະ​ສາສະໜາ​ພຸດ ​ແລະ ການ​ນຳ​ທ້ອງ​ຖິ່ນ ​ໄດ້​ມອບ​ຂອງ​ຂວັນ​ນັບ​ຮ້ອຍ​ຊຸດ​ໃຫ້ເຖິງ​ບັນດາ​ຄອບຄົວ​ທີ່​ມີ​ຄຸນງາມຄວາມດີ, ຍາດຕິ​ພີ່ນ້ອງ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ​ເດັກນ້ອຍ​ມີສະພາບການຫຍຸ້ງຍາກ​ຢູ່​ແຂວງ​ຊຽງ​ຂວາງ. ຂອງຂວັນ​ສະ​ແດງ​ໃຫ້​ເຫັນ​ການຮ່ວມເດີນທາງ, ແບ່ງປັນຄວາມ​ມິດຕະພາບ ​ຫວຽດນາມ - ລາວ.

ພາຍຫຼັງ​ພິທີ​ມອບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ບັນດາ​ຄອບຄົວ​ນະໂຍບາຍ ​ແລະ ​ເດັກນ້ອຍ​ມີ​ສະພາບ​ການ​ພິ​ເສດ, ບັນດາ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ໂຄມ​ໄຟ ​ເພື່ອ​ລະນຶກ​ເຖິງບັນດາ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຫວຽດນາມ ແລະ ລາວ - ​ເປັນ​ການ​ເຄື່ອນ​ໄຫວ​ທາງ​ຈິດ​ໃຈ​ອັນ​ເລິກ​ເຊິ່ງ, ເຂັ້ມໄປດ້ວຍວັດທະນະທຳ​ພຸດທະ​ສາສະໜາ​ຂອງ​ສອງ​ຊາດ.

ຫວນຄືນບັນດາວິລະຊົນ, ນັກຮົບຊາວຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ສາກົນຢູ່ຊຽງຂວາງ

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມີ່ງເຕີມ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ບັນດາ​ອົງການ​ສາສະໜາ​ພຸດ ​ແລະ ການ​ນຳ​ທ້ອງ​ຖິ່ນ ​ໄດ້​ມອບ​ຂອງ​ຂວັນ​ນັບ​ຮ້ອຍ​ຊຸດ​ໃຫ້​ບັນດາ​ຄອບຄົວ​ທີ່​ມີ​ບຸນຄຸນ, ຍາດຕິ​ພີ່ນ້ອງ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ແຂວງ ຊຽງ​ຂວາງ. (ຮູບ: ກວກແຄ້ງ)

ໃນ​ບັນດາ​ການ​ເຄື່ອນ​ໄຫວ​ລະນຶກ​ວັນ​ທະຫານ​ເສຍ​ອົງຄະ ​- ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຫວຽດນາມ ຢູ່​ແຂວງ​ຊຽງ​ຂວາງ (ລາວ), ລາຍການ​ສິລະ​ປະ​ພິ​ເສດ​ດ້ວຍ​ຫົວ​ຂໍ້ “ຄວາມຮັກແພງ ຫວຽດນາມ - ລາວ ອ້າຍ​ນ້ອງ” ​ໄດ້​ດຳ​ເນີນ​ໄປ, ​ນຳມາ​ບັນຍາກາດສະເທືອນໃຈໃຫ້ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳນວນຫຼວງຫຼາຍ.

ໂດຍມີການເຂົ້າຮ່ວມຂອງບັນດາ​ນັກ​ສິລະ​ປິນມາຈາກຫວຽດນາມ ​ແລະ ລາວ, ​ລາຍການ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ສອງ​ປະ​ເທດ. ບັນດາລາຍການ​ສະ​ແດງ​ທີ່ຈັດສ້າງມີຊີວິດຊີວາໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເດີນ​ທາງ​ຂອງ​ການ​ຢືນ​ຄຽງ​ຂ້າງ​ໃນ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ, ຜ່ານ​ນັ້ນ​ໄດ້​ເຜີຍ​ແຜ່​ຂ່າວ​ສານ​ແຫ່ງ​ຄວາມ​ສາ​ມັກ​ຄີ, ຄວາມ​ຮັກ​ຊາດ ແລະ ຄວາມ​ປາດ​ຖະ​ໜາ​ຢາກ​ມີ​ສັນ​ຕິ​ພາບ​ທີ່​ຍືນ​ຍົງ.

ດົນຕີ, ການຟ້ອນ ແລະ ຮູບພາບສິລະປະ ສົມທົບກັນຢ່າງກົມກຽວ ໄດ້ຫວນຄືນພະລັງຈິດໃຈ ແລະ ການອຸທິດສ່ວນຂອງບັນດາລຸ້ນຊາວຫວຽດນາມ - ລາວ, ພ້ອມກັນນັ້ນ ສົ່ງແຮງບັນດານໃຈໃຫ້ລຸ້ນໜຸ່ມໃນການເດີນທາງສືບຕໍ່ມໍລະດົກອັນລ້ຳຄ່າຂອງບັນພະບຸລຸດ.

ໂຄງການ​ຍັງ​ແມ່ນ​ຈຸດ​ເດັ່ນ​ດ້ານ​ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນຮັດແໜ້ນການ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ. ຜ່ານນັ້ນ, ຢືນຢັນຄວາມຕິດພັນກັນອັນຍືນຍົງບໍ່ພຽງແຕ່ຜ່ານປະຫວັດສາດເທົ່ານັ້ນ, ຫາກຍັງຜ່ານບັນດາຄຸນຄ່າທາງວິນຍານ, ມະນຸດທີ່ເລິກເຊິ່ງ.

ຫວນຄືນບັນດາວິລະຊົນ, ນັກຮົບຊາວຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ສາກົນຢູ່ຊຽງຂວາງ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ​ລາວ ຫງວຽນ​ມີ່ງເຕີມ (ທີ່​ສາມ​ຈາກ​ຂວາ) ໄດ້​ມອບ​ຂອງ​ທີ່​ລະ​ນຶກ​ໃຫ້​ບັນ​ດາ​ຜູ້​ແທນ, ສະ​ແດງ​ຄວາມ​ຮັກ​ແພງ ແລະ ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ການ​ປະ​ກອບ​ສ່ວນ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ. (ຮູບ: ກວກແຄ້ງ)

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ (27 ກໍລະກົດ 1947 – 27 ກໍລະກົດ 2025) ຢູ່ແຂວງ ຊຽງຂວາງ ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ມີບັນດາການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຮັກສາສັນຕິພາບ ແລະ ແມ່ນສັນຍາລັກແຫ່ງສາຍພົວພັນມິດຕະພາບອັນແໜ້ນແຟ້ນລະຫວ່າງປະຊາຊົນຫວຽດນາມ - ລາວ.

ກອງບັນຊາການທະຫານແຂວງ ເຊີນລາ ແລະຊຽງຂວາງ ກອງປະຊຸມພົບປະແລກປ່ຽນ ກອງບັນຊາການທະຫານແຂວງ ເຊີນລາ ແລະຊຽງຂວາງ ກອງປະຊຸມພົບປະແລກປ່ຽນ

ຍສໝ - ໃນໄລຍະຈະມາເຖິງ, ສອງຝ່າຍກຳນົດວ່າ ຈະສືບຕໍ່ໂຄສະນາໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະປະຊາຊົນສອງແຂວງກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງແຂວງ ເຊີນລາ ແລະແຂວງຊຽງຂວາງ ເວົ້າສະເພາະ ຢ່າງເລິກເຊິ່ງກວ້າງຂວາງ.

ການນໍາແຂວງບ່າເຣ້ຍ-ຫວູງເຕົ່າ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຊຽງຂວາງ ການນໍາແຂວງບ່າເຣ້ຍ-ຫວູງເຕົ່າ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຊຽງຂວາງ

ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບກັບເນື້ອໃນບົດບັນທຶກຊ່ວຍຈໍາກ່ຽວກັບການສ້າງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງບ່າເຣ້ຍ-ຫວູງເຕົ່າ ແລະແຂວງຊຽງຂວາງ. ພ້ອມທັງສ້າງເງື່ອນໄຂດີທີ່ສຸດເພື່ອສົ່ງເສີມວິສາຫະກິດຂອງສອງຝ່າຍມາຊອກຮູ້, ຮ່ວມມື, ລົງທຶນຢູ່ແຂວງບ່າເຣ້ຍ-ຫວູງເຕົ່າ ແລະຊຽງຂວາງ.

ແທັງຮັ່ງ

ທ່ານອາດຈະມັກ