ວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວຊົນເຜົ່າຈໍາ ຢູ່ແຂວງອານຢາງ

11:31 | 10/05/2022

ຕອນຄໍ່າວັນທີ 8 ພຶດສະພາ, ທີ່ສວນສາທາລະນະເທດສະບານອານຟູ (ເມືອງອານຟູ), ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງອານຢາງ ໄດ້ສົມທົບກັບຄະນະກໍາມະການປະຊາຊົນເມືອງອານຟູ ຈັດຕັ້ງພິທີໄຂວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວຊົນເຜົ່າຈໍາ ຢູ່ແຂວງອານຢາງ ຄັ້ງທີ IX ປີ 2022.

ຫວຽດນາມ ຮ່ວມ​ມື​ກັບ​ເຢຍລະ​ມັນ​ເພື່ອ​ພັດທະນາ​ກິລາ​ບານ​ເຕະ ຫວຽດນາມ ຮ່ວມ​ມື​ກັບ​ເຢຍລະ​ມັນ​ເພື່ອ​ພັດທະນາ​ກິລາ​ບານ​ເຕະ
ຍີ່ປຸ່ນ ປາດ​ຖະໜາ​ຢາກ​ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ ກິລາ Baseball ຍີ່ປຸ່ນ ປາດ​ຖະໜາ​ຢາກ​ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ ກິລາ Baseball
ວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວຊົນເຜົ່າຈໍາ ຢູ່ແຂວງອານຢາງ
ພາບປະກອບຄັດຈາກ: sovhttdl.angiang.gov.vn.

ວັນບຸນລວມມີກິດຈະກໍາເຄື່ອນໄຫວຫຼາຍຢ່າງ ຄື: ແຂ່ງຂັນກິລາ, ສະແດງສິລະປະ, ສະແດງຊຸດອາພອນປະຈຳເຜົ່າ, ແນະນໍາວັດທະນະທໍາອາຫານການກິນ, ງານວາງສະແດງຮູບພາບກ່ຽວກັບໝາກຜົນດ້ານເສດຖະກິດ, ວັດທະນະທໍາ, ສັງຄົມຂອງຊົນເຜົ່າຈໍາ ຢູ່ແຂວງອານຢາງ ໃນໄລຍະປ່ຽນແປງໃໝ່ ແລະເຊື່ອມໂຍງ...

ທ່ານ ເຈືອງບ໊າຈ້າງ, ຮອງຫົວໜ້າພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງອານຢາງ ໃຫ້ຮູ້ວ່າ ວັນບຸນດັ່ງກ່າວແມ່ນກາລະໂອກາດ ເພື່ອໃຫ້ບັນດານັກສິລະປິນ, ນັກສະແດງ, ນັກກິລາຊົນເຜົ່າຈໍາໃນບໍລິເວນແຂວງ ໄດ້ພົບປະ, ແລກປ່ຽນບົດຮຽນ ແລະເຂົ້າຮ່ວມການເຄື່ອນໄຫວວັດທະນະທໍາ, ກິລາ, ປະກອບສ່ວນອະນຸລັກຮັກສາ, ເຊີດຊູຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອ, ພ້ອມທັງໂຄສະນາເຜີຍແຜ່ຄຸນຄ່າວັດທະນະທໍາທີ່ເປັນເອກະລັກສະເພາະຂອງຊົນເຜົ່າຈໍາ ໃນບໍລິເວນ.

la.qdnd.vn

ເຫດການ
302 Found

Found

The document has moved here.