ເພີ່ມທະວີການແລກປ່ຽນຄະນະ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງ ສິງກະໂປ ແລະ ຫວຽດນາມ

06:30 | 21/05/2022

ຍສໝ - ໂດຍຕອບສໍາພາດນັກຂ່າວ ພາຍຫຼັງ​ການ​ພົບ​ປະ​ເຈລະຈາກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດີງ​ເຫ້ວ ​ໃນ​ຕອນ​ບ່າຍ​ວັນ​ທີ 18 ພຶດສະພາ,​ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ສິງກະ​ໂປ Tan Chuan-Jin ສະ​ເໜີ​ ຫວຽດນາມ - ສິງກະ​ໂປ ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ...

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຂອງປະເທດ ກຳປູເຈຍ ແລະ ສິງກະໂປ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຂອງປະເທດ ກຳປູເຈຍ ແລະ ສິງກະໂປ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ
ເພີ່ມທະວີການແລກປ່ຽນຄະນະ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງ ສິງກະໂປ ແລະ ຫວຽດນາມ

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ສິງກະ​ໂປ Tan Chuan-Jin ຕອບສໍາພາດນັກຂ່າວ ( ພາບ: TTXVN)

ເມື່ອຕີລາຄາກ່ຽວກັບການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດີງ​ເຫ້ວ; ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສິງກະ​ໂປ Tan Chuan-Jin ​ໃຫ້​ຮູ້​ວ່າ ທ່ານ​ໄດ້​ມາ ຫວຽດນາມ ​ແຕ່​ອາ​ທິດ​ກ່ອນ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ Sea Games 31; ພ້ອມ​ກັນ​ນັ້ນ, ທ່ານກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່ການ​ຕ້ອນຮັບ​ອັນອົບ​ອຸ່ນສຸດຈິດສຸດໃຈ​ຂອງ​ຫວຽດນາມ ສຳລັບຄະນະກິລາ​ສິງກະ​ໂປ​ ທີ່ Sea Games 31.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສິງກະ​ໂປ ຕີລາຄາສູງຕໍ່ກັບການ​ຈັດ​ຕັ້ງ​ຂອງ​ປະ​ເທດ​ເຈົ້າ​ພາບ​ຫວຽດ​ນາມ ນັບມາ​ຮອດ​ຈຸດເວລານີ້. ທ່ານ​ຖື​ວ່າ ວຽກງານການ​ຈັດ​ຕັ້ງ​ SEA Games 31 ​ແມ່ນ​ດີ​ເລີດ. ​ແລະສຳຄັນ​ກວ່າ​ ແມ່ນການ​ຕ້ອນຮັບ​ອັນ​ເປັນ​ມິດ​ຂອງ​ປະຊາຊົນ ໄດ້​ເຮັດ​ໃຫ້​ບັນດາ​ສະມາຊິກຂອງ​ຄະນະ​​ມີ​ຄວາມ​ປະ​ທັບ​ໃຈ​ຫຼາຍ.

ທ່ານປະທານ​ສະພາ​ແຫ່ງ​ຊາດ​ສິງກະ​ໂປ​ແບ່ງປັນດ້ວຍຄວາມພູມໃຈວ່າ ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ ເວົ້າ​ລວມ ​ແລະ ບັນດາ​ໂຄງການ​ລົງທຶນ​ຂອງ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ ​ລ້ວນແຕ່ພວມມີການພັດທະນາ​ຢ່າງ​ດີງາມ, ການພົບປະ​ແລກປ່ຽນ​ປະຊາຊົນ​ກໍໄດ້ຮັບການ​ຖືເປັນສໍາຄັນ.

ກ່ອນ​ປີ 2020, ແຕ່ລະປີຈໍານວນ​ນັກ​ທ່ອງ​ທ່ຽວ​ສິງກະ​ໂປ​ມາ​ຫວຽດນາມ 500.000 ຄົນ​, ເຊິ່ງ​ເປັນ​ມາດຕາ​ສ່ວນ​ໃຫຍ່​ເມື່ອ​ທຽບ​ໃສ່​ປະຊາກອນ​ຂອງ​ປະ​ເທດ​ເກາະນີ້.

ທ່ານ Tan Chuan-Jin ສະແດງຄວາມປາດ​ຖະໜາວ່າ​ ສິງກະ​ໂປ ​ແລະ ຫວຽດນາມ ຈະ​ຊຸກຍູ້​ການ​ຮ່ວມ​ມື​ຕື່ມອີກໃນ​ສະພາບ​ການ​ທີ່​ໂລກມີການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ ​ແລະ ສະເໜີວ່າ ທັງ 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນຄະນະ ​ແລະ ການພົບປະ​ແລກປ່ຽນ​ປະຊາຊົນຕື່ມອີກ.

ຫອມມາລາ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.