ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝັ້ນຄົງ​, ຄວາມປອດໄພທາງ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

21:41 | 19/05/2022

ຍ​ສ​ໝ - ທ່ານພົນໂທ ຮວ່າງຊວນຈ້ຽນ ເນັ້ນໜັກວ່າ: ບັນຫາຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກແມ່ນບັນຫາສຳຄັນທີ່ສຸດສຳລັບບັນດາປະເທດໃນພາກພື້ນ ແລະ ປະຊາຄົມ ອາຊຽນ.

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ
ນັກ​ຊ່ຽວຊານ​ລັດ​ເຊຍ ຕີ​ລາຄາ​ສູງ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ ​ແລະ ໝັ້ນຄົງ ນັກ​ຊ່ຽວຊານ​ລັດ​ເຊຍ ຕີ​ລາຄາ​ສູງ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ ​ແລະ ໝັ້ນຄົງ
ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝັ້ນຄົງ​, ຄວາມປອດໄພທາງ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ
ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ (ພາບ: TTXVN)

ຕອນ​ເຊົ້າ​ວັນ​ທີ 18 ພຶດສະພາ​, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ດ້ານ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ເປີດກວ້າງ(ADSOM+) ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫົວໜ້າ​ຄະນະ ADSOM ຈາກ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື (ຣັດ​ເຊຍ, ຈີນ, ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ.​ເກົາຫຼີ, ອົດ​ສະ​ຕາ​ລີ, ນິວຊີ​ແລນ, ອິນ​ເດຍ), ທ່ານຮອງ​ເລຂາທິການ​ອາຊຽນ ຮັບຜິດຊອບ​ດ້ານ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ​ອາ​ຊຽນ Robert Matheus Michael Tene.

ທ່ານ​ພົນ​ໂທ ຮວ່າງ​ຊວນ​ຈ້ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄໍາປາໄສທີ່ສຳຄັນ.

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ກຳປູ​ເຈຍ​ແລ້ວ, ທີ່​ກອງ​ປະຊຸມ, ທ່ານ​ພົນ​ໂທ ຮວ່າງ​ຊວນ​ຈ້ຽນ ​ເນັ້ນ​ໜັກ​ວ່າ: ຄວາມ​ປອດ​ໄພ​ທາງ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ປະຊາ​ຄົມ​ອາ​ຊຽນ. ສະນັ້ນ, ການປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ຊຸກຍູ້ການລົງນາມໂດຍໄວໃນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ທີ່ແທດຈິງ ແລະມີປະສິດທິຜົນ ແມ່ນບັນຫາຈຳເປັນໃນປັດຈຸບັນ.

ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ແກ້​ໄຂ​ທຸກ​ຄວາມບໍ່ລົງລອຍກັນຢູ່​ທະ​ເລ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS).

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ປ້ອງ​ກັນ​ຊາດ - ປ້ອງກັນຄວາມ​ໝັ້ນຄົງ​ໂລກ ​ແລະ ພາກ​ພື້ນ; ປຶກສາ​ຫາລື​ກ່ຽວ​ກັບ​ຖະ​ແຫຼງການ​ຮ່ວມ ADMM+ ​ແລະ ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ ADMM+ ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພະຈິກ 2022.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ພົນ​ໂທ ຮ່ວາງ​ຊວນ​ຈ້ຽນ ​ໃຫ້​ຮູ້​ວ່າ: ນອກຈາກ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບໃໝ່ທີ່ພວມເກີດຂຶ້ນຢ່າງຮ້າຍແຮງນັ້ນ, ບັນຫາ​ຄວາມ​ໝັ້ນຄົງ​ແບບເກົ່າ ໄດ້ ແລະ ພວມ ​ມີ​ການ​ຜັນແປໃໝ່ທີ່ສັບສົນ.

ທ່ານ​ພົນ​ໂທ ຮ່ວາງ​ຊວນ​ຈ້ຽນ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ ແລະ ຫຼາຍແບບໃນການພົວພັນ; ພ້ອມ​ກັນ​ນັ້ນ, ທ່ານ​ກໍ່​ປາດ​ຖະໜາ​ຢາກ​ໃຫ້​ປະ​ເທດ​ຕ່າງໆ​ແກ້​ໄຂບັນດາ​ຄວາມ​ຂັດ​ແຍ່ງ ​ແລະ​ ຄວາມ​ບໍ່​ລົງ​ລອຍ​ກັນ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ສະຫະ​ປະຊາ​ຊາດ ​ກໍ່ຄືບັນດາຫຼັກການ​ພື້ນຖານ​ຂອງ​ອາ​ຊຽນ.

ທ່ານ​ພົນ​ໂທ ຮ່ວາງ​ຊວນ​ຈ້ຽນ ຢືນຢັນວ່າ: “ຫວຽດນາມ ເຊື່ອໝັ້ນ ແລະ ຫວັງວ່າ ບັນດາກອງປະຊຸມໃນຂອບອາຊຽນ, ໃນນັ້ນມີ ADSOM ແລະ ADSOM+ ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງກ່ຽວກັບເນື້ອໃນ ແລະ ເຫັນດີເປັນເອກະພາບລົງນາມໃນຖະແຫຼງການຮ່ວມ ADMM ແລະ ADMM+, ປະກອບສ່ວນເພີ່ມທະວີ​ພາບພົດ, ​ທີ່​ຕັ້ງ​ຂອງ​ອາ​ຊຽນ ​ແລະ​ ເຮັດ​ໃຫ້​ອາ​ຊຽນນັບມື້ນັບ​ພັດ​ທະ​ນາ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.